(vovworld) - ພ້ອມກັບໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ 4 ເມືອງຂອງແຂວງ ເກິ່ນເທີ, ສະມາຄົມຊາວກະສິກອນພວມໜູນຊ່ວຍບາງສະໂມສອນ, ໜ່ວຍຜະລິດ ແລະປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ. ໃນນັ້ນພົ້ນເດັ່ນແມ່ນສະຫະກອນ ຄຽດເຕິມຢູ່ບ້ານ D2, ຕາແສງ ແທກເລີ້ຍ, ເຊິ່ງແມ່ນຕາແສງຊົນນະບົດໃໝ່ຂອງເມືອງ ວິ້ງແທ້ງ.
ເ
ການນຳແຂວງເກິ່ນເທີຢ້ຽມຢາມຮາກຖານໂຄງລ່າງຂອງໜ່ວຍສະຫະກອນຄຽດເຕິມ
(ພາບ: ອິນເຕີແນດ)
ບົນທົ່ງນາຂະໜາດໃຫຍ່ຂອງໜ່ວຍສະຫະກອນຜະລິດເຂົ້າແນວພັນ ຄຽດເຕິມ, ແນວພັນຫອມພິເສດທີ່ມີຊື່ວ່າ Jasmine 85, ບັນດານັກວິທະຍາສາດ ແລະ ຊາວກະສິກອນພວມສົມທົບກັນປະຕິບັດລາຍການຄົ້ນຄ້ວາເພື່ອຫຼຸດຜ່ອນຜົນຮ້າຍຈາກສິ່ງແວດລ້ອມ. ທ່ານ ຫງວຽນຮ່ວາງຂາຍ, ພະນັກງານສະຖາບັນຄົ້ນຄ້ວາພັດທະນາເຂດທົ່ງພຽງແມ່ນຳ້ຂອງ, ພວມຊີ້ນຳລາຍການຄົ້ນຄ້ວາຢູ່ທີ່ນີ້, ໃຫ້ຮູ້ວ່າ: ຢູ່ທົ່ງນາແຫ່ງນີ້, ໃນຫຼາຍປີຜ່ານມາໄດ້ຜະລິດເຂົ້າຕາມໂຄງການຜະລິດກະສິກຳທີ່ດີຂອງໂລກ (Global GAP), ນຳໃຊ້ບັນດາມາດຕະການດ້ານເຕັກນິກ ແລະກົນຈັກ, ພິເສດແມ່ນມາດຕະການ “1 ຕ້ອງການ, 5 ຫຼຸດຜ່ອນ“ (ຕ້ອງນຳໃຊ້ແນວພັນເຂົ້າທີ່ໄດ້ຮັບການກຳນົດ - ຫຼຸດຜ່ອນປະລິມານນ້ຳ, ຫຼຸດຜ່ອນການຮົ່ວໄຫຼພາຍຫຼັງເກັບກ່ຽວ, ຫຼຸດຜ່ອນປະລິມານແນວພັນ, ຫຼຸດຜ່ອນການນຳໃຊ້ຢາປ້ອງກັນພືດ, ຫຼຸດຜ່ອນການໃຊ້ຝຸ່ນ. ຊາວກະສິກອນຍັງໄດ້ຮັບການແນະນຳດ້ານເຕັກນິກດັດແປງ “1 ຕ້ອງການ 6 ຫຼຸດຜ່ອນ“ (ຫຼຸດຜ່ອນການປ່ອຍອາຍແກສເຮືອນແກ້ວ), ທັງເພີ່ມປະສິດທິຜົນແຫ່ງການຜະລິດ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ທັງປັບປຸງສະພາບແວດລ້ອມຢູ່ເຂດທົ່ງນາໃຫ້ດີຂຶ້ນ. ທ່ານ ຫງວຽນຮ່ວາງຂາຍ, ໃຫ້ຮູ້ວ່າ:
“ປະຊາຊົນຢູ່ທີ່ນີ້ມີຄວາມສຸດຈິດສຸດໃຈໃນການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ກໍ່ຄືໜູນຊ່ວຍໃຫ້ພວກຂ້າພະເຈົ້າໃນການຄົ້ນຄ້ວາ. ຜ່ານຕີລາຄາໃນເບື້ອງຕົ້ນກໍ່ເຫັນວ່າ, ມັນໄດ້ຫຼຸດຜ່ອນການປ່ອຍອາຍແກສຫຼາຍພໍສົມຄວນ. ທີສອງແມ່ນເມື່ອນຳໃຊ້ຄວາມກ້າວໜ້າໃນການຜະລິດກໍ່ເຮັດໃຫ້ຕົ້ນເຂົ້າແຂງກວ່າ, ຮັບມືກັບພາຍຸຝົນຕົກໄດ້, ກໍ່ຄືຫຼຸດຜ່ອນລາຍຈ່າຍໃນການເກັບກ່ຽວຍ້ອນນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດ“.
ເລື່ອງສົມທົບກັບບັນດານັກວິທະຍາສາດໃນການຄົ້ນຄ້ວາ, ຍົກອອກບັນດາວິທີການປູກຝັງທີ່ມີປະສິດທິຜົນນັ້ນ, ພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມສຳພັນຂອງຊາວກະສິກອນໃນໜ່ວຍສະຫະກອນເຂົ້າແນວພັນ ຄຽດເຕິມເທົ່ານັ້ນ. ໃນລະດູໜາວຕໍ່ລະດູບານໃໝ່ ປີ 2011 – 2012. ໜ່ວຍສະຫະກອນໄດ້ຫັນປ່ຽນໂຄງປະກອບແນວພັນເຂົ້າ ແລະ ປະຕິບັດການຜະລິດຕາມໂຄງການ Global Gap, ເຊັນສັນຍາຈຳໜ່າຍຜະລິດຕະພັນກັບບໍລິສັດ Gentraco. ທ່ານ ຫງວຽນງອກຮ໋ວນ, ຮອງຫົວໜ້າໜ່ວຍສະຫະກອນ ຄຽດເຕິມ, ໃຫ້ຮູ້ວ່າ:
“ເມື່ອສ້າງຕັ້ງໜ່ວຍສະຫະກອນ ແລະ ທົ່ງນາຂະໜາດໃຫຍ່, ມັນໄດ້ສ້າງຄວາມສະດວກກວ່າຍ້ອນໃຊ້ແນວພັນດ່ຽວ ແລະ ຕົກກ້າໃນພາບດ່ຽວ, ຍາມເກັບກ່ຽວກໍ່ສາມາດຈຳໜ່າຍໃຫ້ບໍລິສັດຕ່າງໆໄດ້. ຂະແໜງກະສິກຳໜູນຊ່ວຍດ້ານເຕັກນິກດີທີ່ສຸດ. ດັ່ງນັ້ນສະມັດຕະພາບການຜະລິດເຂົ້າສະເລ່ຍໃນຍາມລະດູໜາວ-ລະດູບານໃໝ່ແມ່ນ 7,5 ໂຕນ, ຍາມລະດູຮ້ອນ-ລະດູໃບໄມ້ຫຼົ່ນ ແລະ ລະດູໃບໄມ້ຫຼົ່ນ-ລະດູໜາວແມ່ນປະມານ 5,5 ໂຕນ/ເຮັກຕາ“.
ພ້ອມກັບໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ ແທກເລີ້ຍ, ໜ່ວຍສະຫະກອນຜະລິດເຂົ້າແນວພັນ ຄຽດເຕິມຍັງໄດ້ຮັບການໜູນຊ່ວຍຢ່າງຕັ້ງໜ້າຈາກຂະແໜງກະສິກຳ,ອຳນາດການປົກຄອງທຸກຂັ້ນ ແລະ ສະມາຄົມຊາວກະສິກອນນະຄອນ ເກິ່ນເທີ, ເຊ່ັນ: ບຸລິມະສິດນຳເຂົ້າບັນດາໂຄງການພັດທະນາກະສິກຳທີ່ມີປະໂຫຍດ; ແນະນຳ, ສ້າງເງື່ອນໄຂເພື່ອລົງນາມ, ຮ່ວມມືກັບວິສາຫະກິດ, ໃຫ້ບັນດາຄອບຄົວສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກກູ້ຢືມທຶນຈາກກອງທຶນໜູນຊ່ວຍຊາວກະສິກອນເພື່ອທຳການຜະລິດ. ຍ້ອນການຜະລິດໄດ້ຮັບຜົນມາຫຼາຍປີຢ່າງລຽນຕິດ, ມາຮອດປະຈຸບັນ, ໜ່ວຍສະຫະກອນຈຶ່ງມີເງື່ອນໄຂຢ່າງພຽງພໍເພື່ອໄດ້ຮັບການຮັບຮອງວ່າເປັນສະຫະກອນຜະລິດ, ດຳເນີນທຸລະກິດເຂົ້າແນວພັນທີ່ມີຄຸນນະພາບສູງ ແລະ ເປີດກວ້າງການລົງນາມກັບຄູ່ຮ່ວມມືຢູ່ພາກເໜືອ.
ໃນການກໍ່ສ້າງຊົນນະບົດໃໝ່, ສະມາຄົມຊາວກະສິກອນນະຄອນ ເກິ່ນເທີທຸກຂັ້ນໄດ້ຈັດຕັ້ງການຂົນຂວາຍ, ສົ່ງເສີມບັນດາຄອບຄົວຊາວກະສິກອນຮ່ວມສຳພັນນຳກັນໃນການຜະລິດ ເພື່ອສ້າງເປັນຫຼາຍຮູບແບບຜະລິດເສດຖະກິດລວມໝູ່. ຜົນສຳເລັດຂອງຮູບແບບສະຫະກອນ ໄດ້ຊ່ວຍໃຫ້ຊີວິດຂອງປະຊາຊົນທ້ອງຖີ່ນນັບມື້ນັບພັດທະນາ, ແລະເຂົາເຈົ້າກໍ່ເຂົ້າຮ່ວມການຂົນຂວາຍກໍ່ສ້າງຊົນນະບົດໃໝ່ໃນທ້ອງຖີ່ນຢ່າງຕັ້ງໜ້າ. ທ່ານນາງ ເຈິ່ນທິທຽນທື, ຮອງປະທານສະມາຄົມຊາວກະສິກອນນະຄອນ ເກິ່ນເທີ, ໃຫ້ຮູ້ວ່າ:
“ປະຈຸບັນ, ເມື່ອ ຫວຽດນາມເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຂ້າມປາຊິຝິກ -TPP, ບັນຫາແກ່ງແຍ້ງດ້ານລາຄາ, ຄຸນນະພາບນັບມື້ນັບຂ້ຽວຂາດ, ຮຽກຮ້ອງໃຫ້ມີການຮ່ວມສຳພັນໃນການຜະລິດ. ດັ່ງນັ້ນ, ສະມາຄົມຊາວກະສິກອນນະຄອນໄດ້ຊີ້ນຳໃຫ້ຂັ້ນເມືອງ, ຂັ້ນຮາກຖານ, ແຕ່ລະປີຕ້ອງສ້າງຕັ້ງໜ່ວຍສະຫະກອນຜະລິດໃໝ່ໃຫ້ໄດ້ແຕ່ 2 ໜ່ວຍຂຶ້ນໄປ, ສຳລັບໜ່ວຍສະຫະກອນໃດເຄື່ອນໄຫວຢ່າງມີປະສິດທິຜົນຈະສະເໜີໃຫ້ພັດທະນາຕາມທິດເປັນສະຫະກອນ - ເຊິ່ງແມ່ນຮູບແບບການຜະລິດທີ່ສູງກວ່າ“.
ນະຄອນ ເກິ່ນເທີພວມສຸມໃສ່ຕີລາຄາສະພາບຕົວຈິງຂອງບັນດາໜ່ວຍສະຫະກອນ, ສະຫະກອນ ແລະ ບັນດາຮູບແບບຮ່ວມສຳພັນເພື່ອເປັນເສນາທິການ, ສະເໜີກ່ຽວກັບກົນໄກນະໂຍບາຍໃຫ້ວຽກງານຂະຫຍາຍ ແລະ ພັດທະນາບັນດາຮູບແບບເສດຖະກິດທີ່ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ກໍ່ຄືຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖີ່ນ. ພິເສດແມ່ນຮັບປະກັນວ່າທຸກຕາແສງທີ່ບັນລຸມາດຖານຊົນນະບົດໃໝ່ລ້ວນແຕ່ມີຮູບແບບເສດຖະກິດສະຫະກອນ.