(VOVWORLD) -ເຂດບ້ານປາແຄນ, ເທດສະບານນິຄົມກະເສດ ໂມກເຈົາ, ເມືອງໂມກເຈົາ, ແຂວງເຊີນລາ ມີກ່ວາ 500 ຄອບຄົວດຳລົງຊີວິດຢູ່, ສ່ວນຫຼາຍແມ່ນຊາວເຜົ່າມົ້ງ. ຢູ່ແຫ່ງນີ້ມີຫ້ອງຮຽນພິເສດຫ້ອງໜຶ່ງ ເພື່ອລົບລ້າງຄວາມກືກໜັງສື ສະຫງວນໃຫ້ແກ່ບັນດານັກຮຽນແມ່ນຊາວເຜົ່າມົ້ງ ຢູ່ໃນເກນອາຍຸທີ່ແຕກຕ່າງກັນ.
ຫ້ອງຮຽນພິເສດຈັດຂຶ້ນແຕ່ວັນຈັນຫາວັນສຸກ (ພາບ: VOV) |
ຫ້ອງຮຽນລົບລ້າງຄວາມກືກໜັງສືຢູ່ ເຂດບ້ານປາແຄນ ໄດ້ເປີດແຕ່ເດືອນເມສາປີ 2021 ຢູ່ໂຮງຮຽນປາແຄນ 1 ແລະ ປາແຄນ 2. ອ້າຍເອື້ອຍຄູເກືອບທັງໝົດແມ່ນໄດ້ຄັດເລືອກມາຈາກໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 19 ພຶດສະພາ. ຈຸດລວມຂອງບັນດານັກຮຽນຂອງຫ້ອງຮຽນນີ້ ແມ່ນທຸກຄົນລ້ວນແຕ່ແມ່ນແຮງງານຕົ້ນຕໍໃນຄອບຄົວ, ກາງເວັນເຂົາເຈົ້າຕ້ອງອອກແຮງງານ ທຳການຜະລິດ, ເຮັດໄຮ່ໄຖນາ, ສາມາດຍາດແຍ່ງເວລາພຽງແຕ່ຕອນຄ່ຳເພື່ອໄປຮຽນ. ເມື່ອເຂົ້າຮ່ວມຫ້ອງຮຽນ, ບັນດານັກຮຽນໄດ້ຮັບຖ່າຍທອດບັນດາທັກສະພື້ນຖານຄື: ຟັງ, ເວົ້າ, ອ່ານ ແລະ ວິທີແກ້ເລກທີ່ເປັນພື້ນຖານ.
ໃນຕອນຄ່ຳແຕ່ວັນຈັນຫາວັນສຸກ, ເອື້ອຍຊົ່ງທິວ່າງ ອາຍຸ 41 ປີ ແລະ ບັນດາເອື້ອຍນ້ອງແມ່ຍິງຢູ່ເຂດບ້ານປາແຄນ ໄດ້ໄປຮຽນເພື່ອລົບລ້າງຄວາມກືກໜັງສື ໂດຍໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 19 ພຶດສະພາຈັດຕັ້ງຂຶ້ນ. ເອື້ອຍຊົ່ງທິວ່າງ ແບ່ງປັນວ່າ:
ກ່ອນນີ້ຄອບຄົວທຸກຍາກ, ຂ້າພະເຈົ້າບໍ່ໄດ້ໄປຮຽນ. ເມື່ອຮູ້ຂ່າວວ່າມີຫ້ອງຮຽນລົບລ້າງຄວາມກືກໜັງສື ແລະ ເຜີຍແຜ່ຄວາມຮູ້, ຂ້າພະເຈົ້າກໍ່ເລີຍຂໍໄປຮຽນ. ແຕ່ລະມື້, ວຽກໄຮ່ການນາກໍ່ຄັບຄາຫຼາຍ ແຕ່ຂ້າພະເຈົ້າຍັງສັບຊ້ອນເວລາເພື່ອໄປຮຽນທັນເວລາ, ພະຍາຍາມຈື່ໜັງສືແຕ່ລະໂຕ. ນັບແຕ່ເມື່ອອ່ານໄດ້ຂຽນເປັນ, ຂ້າພະເຈົ້າກໍ່ມີຄວາມຮູ້ຫຼາຍຢ່າງໃນການຊີວິດປະຈຳວັນ. ອ້າຍເອື້ອຍຄູກໍ່ມີຄວາມສຸດຈິດສຸດໃຈ, ເອົາໃຈໃສ່ຕໍ່ນັກຮຽນທີ່ສຸດ. ປະຈຸບັນ ຂ້າພະເຈົ້າອ່ານໄດ້ຂຽນເປັນແລ້ວ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.
ເຖິງວ່າຄັບຄາຕໍ່ວຽກໄຮ່ການນາແຕ່ບັນດານັກຮຽນຍັງມານະພະຍາຍາມໄປຮຽນ (ພາບ: VOV)
|
ເຖິງວ່າມີຜົວ ແລະ ລູກ 1 ຄົນແລ້ວກໍ່ຕາມ, ແຕ່ເອື້ອຍຢາງທິລີ ຍັງຫ້າວຫັນຕໍ່ການໄປຮຽນ ດ້ວຍຄວາມຫວັງຢາກຮູ້ໜັງສື. ກໍ່ເຊັ່ນດຽວກັນກັບນັກຮຽນຄົນອື່ນໆ, ຍ້ອນຄອບຄົວທຸກຍາກ, ມີອ້າຍເອື້ອຍນ້ອງຫຼາຍຄົນ, ສະນັ້ນ ໃນຄາວຍັງນ້ອຍ, ເອື້ອຍລີ ບໍ່ໄດ້ໄປໂຮງຮຽນ, ຕ້ອງໄປເຮັດໄຮ່ເຮັດນາຊ່ວຍພໍ່ແມ່. ປະຈຸບັນ, ເມື່ອໄດ້ເຂົ້າຮ່ວມຫ້ອງຮຽນລົບລ້າງຄວາມກືກໜັງສື, ເອື້ອຍກໍ່ອ່ານໄດ້ຂຽນເປັນ ແລະ ຮູ້ຈັກວິທີແກ້ເລກທີ່ງ່າຍດາຍ, ເປັນປະໂຫຍດໃຫ້ເອື້ອຍຫຼາຍທີ່ສຸດໃນການດຳລົງຊີວິດປະຈຳວັນ:
ເມື່ອໄດ້ໄປຮຽນ, ຂ້າພະເຈົ້າກໍ່ຮູ້ຈັກວິທີຄິດໄລ່, ເມື່ອຂາຍເຄື່ອງຫຍັງກໍ່ຮູ້ວ່າ ເຂົາເຈົ້າສົ່ງເງິນໃຫ້ເທົ່າໃດ, ທອນເທົ່າໃດ, ສະດວກທີ່ສຸດ. ມີໃຜຫາຂຽນຫຍັງໃຫ້ກໍ່ຂຽນໄດ້ເລີຍ, ຖ້າຕ້ອງເຊັນກໍ່ເຊັນດ້ວຍຕົນເອງ, ບໍ່ຕ້ອງອາໄສຄົນອື່ນຄືເມື່ອກ່ອນແລ້ວ. ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍຍ້ອນວ່າ ຕົນເອງບໍ່ໄດ້ກືກໜັງສືອີກແລ້ວ.
ໃນຈຳນວນຜູ້ທີ່ບໍ່ຮູ້ໜັງສືໃນປະຈຸບັນ, ກໍ່ມີບາງຄົນເຄີຍໄປຮຽນໜັງສືແລ້ວ ແຕ່ຍັງກືກໜັງສືຄືເກົ່າ ຍ້ອນບໍ່ໄດ້ນຳໃຊ້ເປັນປະຈຳ. ຍອ້ນເຫດນັ້ນ, ທາງທ້ອງຖິ່ນກໍ່ມີແຜນການເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ພ້ອມທັງໂຄສະນາເຖິງແຕ່ລະຄອບຄົວ ເພື່ອໃຫ້ນັກຮຽນເຂົ້າຮ່ວມຫ້ອງຮຽນເປັນປະຈຳ ແລະ ມີປະສິດທິດຜົນ. ທ່ານຟ້າມມິນທັງ ຮອງຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 19 ພຶດສະພາ ໃຫ້ຮູ້ວ່າ:
ໃນການສິດສອນ, ອ້າຍເອື້ອຍຄູຈະເປັນເຈົ້າການ, ມີໄຫວພິບ, ປ່ຽນໃໝ່ວິທີການສິດສອນໃຫ້ເໝາະສົມກັບຄວາມສາມາດຮັບເອົາຂອງນັກຮຽນແຕ່ລະຄົນ. ສົ່ງເສີມອ້າຍເອື້ອຍຄູຈົດທະບຽນເຂົ້າຮ່ວມບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ດ້ວຍຄວາມສະຫມັກໃຈ. ໃນການສອນໜັງສືກໍ່ ສົມທົບບັນດາທັກສະອັນເປັນພື້ນຖານ ໃນຊີວິດປະຈຳວັນຕື່ມອີກ ເພື່ອໃຫ້ເຂົາເຈົ້າ ແລະ ຄອບຄົວຮູ້ຈັກຄື: ການປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທັກສະການປ້ອງກັນຕ້ານໄຟໄໝ້, ການຕາຍດຶກນ້ຳ. ພ້ອມກັນນັ້ນ, ໄດ້ຈັດການສະແດງສິລະປະ, ກິແຂ່ງຂັນລາກາຍະກຳ….
ກ່ອນນີ້, ຍ້ອນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ການດຳລົງຊີວິດແມ່ນກຸ່ມຕົນເອງ, ສະນັ້ນ ປຊຊ ສ່ວນຫຼາຍບໍ່ຮັກມັກການຮຽນໜັງສື. ກືກໜັງສືກໍ່ໝາຍຄວາມວ່າຂາດຄວາມຮູ້ ແລະ ເຮັດໃຫ້ຊີວິດຂອງ ປຊຊ ຍິ່ງມີຄວາມທຸກຍາກຂຶ້ນຕື່ມ. ຍ້ອນໄດ້ເປີດຫ້ອງຮຽນລົບລ້າງຄວາມກືກໜັງສື, ປະຈຸບັນ, ອັດຕາສ່ວນ ປຊຊ ຜູ້ກືກໜັງສືໄດ້ຫລຸດລົງຫຼາຍແລ້ວ. ທ່ານເວືອງວັນຮອກ ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ໃຫ້ຮູ້ວ່າ:
ໃນໄລຍະຈະມາເຖິງ, ຂະແໜງສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ຈະສືບຕໍ່ສົມທົບກັບບັນດາອົງການຈັດຕັ້ງການເມືອງ, ສັງຄົມ ເພີ່ມທະວີການກວດກາຄວາມຕ້ອງການຂອງ ປຊຊ ເພື່ອເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື. ສູ້ຊົນຮອດປີ 2025 ຍົກຈຳນວນຜູ້ຢູ່ໃນເກນອາຍຸແຕ່ 15-60 ປີຮູ້ໜັງສືໃຫ້ບັນລຸກ່ວາ 97%, ພິເສດແມ່ນບັນດາຕາແສງທຸກຍາກ ຈະສູ້ຊົນຍົກອັດຕາສ່ວນຜູ້ຮູ້ໜັງສືລະດັບ 2 ໃນເກນອາຍຸແຕ່ 15-35 ໃຫ້ໄດ້ກ່ວາ 95%. ດ້ວຍໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ພວກຂ້າພະເຈົ້າຫວັງວ່າ ວຽກງານລົບລ້າງຄວາມກືກໜັງສື ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງ ປຊຊ ໃນບໍລິເວນເມືອງໂມກເຈົາ ກ່ວາອີກ.
ພ້ອມກັບການລົບລ້າງຄວາມກືກໜັງສື, ບັນດາອ້າຍເອື້ອຍຄູ ຍັງສົມທົບກັບການໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຕັກເຕືອນ ປຊຊ ລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ. ເມື່ອອັດຊຸດຮຽນ, ຫ້ອງການສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ໄດ້ມອບໃບຢັ້ງຢືນ ໃຫ້ບັນດານັກຮຽນທີ່ມີມາດຖານພຽງພໍ. ເລື່ອງເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ແມ່ນມີຄວາມໝາຍດ້ານວັດທະນະທຳມະນຸດອັນເລິກເຊິ່ງ, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ແກ່ ປຊຊ ບັນດາເຜົ່າສ່ວນໜ້ອຍຢູ່ເມືອງໂມກເຈົາ./.