ຫງວຽດອ໋າງ - ເອກອ້າງທະນົງໃຈທີ່ເປັນໝູ່ບ້ານມັກຮຽນ

(VOVWORLD) - ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າ, ໝູ່ບ້ານໃດມີປະລິຍາເອກ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດເປັນໝູ່ບ້ານມັກຮຽນ. ໝູ່ບ້ານ ຫງວຽດອ໋າງ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 11 ຄົນ, ໃນນັ້ນມີຈໍຫງວນ 1 ຄົນ. ນອກນັ້ນໝູ່ບ້ານ ຫງວຽດອ໋າງ ຍັງມີປະລິຍາຕີ 30 ຄົນອີກ.
ຫງວຽດອ໋າງ - ເອກອ້າງທະນົງໃຈທີ່ເປັນໝູ່ບ້ານມັກຮຽນ - ảnh 1 ໝູ່ບ້ານ ຫງວຽດອ໋າງ

ໝູ່ບ້ານ ຫງວຽດອ໋າງ, ຕາແສງ ດ້າຍອ໋າງ, ເມືອງ ແທງຈີ່, ຮ່າໂນ້ຍ, ແມ່ນແຫ່ງທີ່ມີມູນເຊື້ອມັກຮຽນ, ແລະ ກຳເນີດຜູ້ມີຄວາມເກັ່ງກ້າສາມາດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຫຼາຍຄົນ. ພ້ອມກັບໝູ່ບ້ານ ຕາແທງອວາຍ, ໝູ່ບ້ານ ຫງວຽດອ໋າງ ແມ່ນໝູ່ບ້ານມັກຮຽນ ແຫ່ງທີ່ສອງຢູ່ເມືອງ ແທງຈີ່.

ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າ, ໝູ່ບ້ານໃດມີປະລິຍາເອກ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດເປັນໝູ່ບ້ານມັກຮຽນ. ໝູ່ບ້ານ ຫງວຽດອ໋າງ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 11 ຄົນ, ໃນນັ້ນມີຈໍຫງວນ 1 ຄົນ. ນອກນັ້ນໝູ່ບ້ານ ຫງວຽດອ໋າງ ຍັງມີປະລິຍາຕີ 30 ຄົນອີກ.

ຈໍຫງວນແມ່ນຜູ້ທີ່ມີລະດັບວິທະຍາຖານະສູງສຸດໃນພື້ນຖານການສຶກສາຂົງຈື້ ວິທະຍາຂອງລັດ ສັກດີນາ ຫວຽດນາມ, ແມ່ນຜູ້ໄດ້ຮັບຜົນງານສູງສຸດໃນການເສັງຕ່າງໆໃນສະໄໝສັກດີນາຢູ່ ຫວຽດນາມ. ສ່ວນປະລິຍາຕີໃນສະໄໝນີ້, ແມ່ນຜູ້ໄດ້ຮັບຜົນງານໃນການເສັງຖືກຈັດຂຶ້ນໃຫ້ຫຼາຍແຂວງ 3 ປີເທື່ອໜຶ່ງ.

ຫງວຽດອ໋າງ ແມ່ນໝູ່ບ້ານທີ່ມີຫຼາຍຄົນເສັງໄດ້ປະລິຍາເອກ, ເຊິ່ງສ່ວນຫຼາຍແມ່ນແຕ່ສະຕະວັດທີ XVII-XVIII. ພິເສດແມ່ນມີຈໍຫງວນຜູ້ໜຶ່ງແມ່ນ ຫງວຽນກວົກຈິງ. ທ່ານ ຫງວຽນດິ່ງກຽມ, ຮຸ່ນຄົນທີ 11 ຂອງ ຈໍຫງວນ ຫງວຽນກວົກຈິງ, ເລົ່າສູ່ຟັງວ່າ:

“ບັນດາຜູ້ເຖົ້າຜູ້ແກ່ໄດ້ເລົ່າສູ່ຟັງວ່າ, ຈໍຫງວນ ຫງວຽນກວົກຈິງ ແມ່ນຄົນຮຽນເກັ່ງ, ສະຫຼາດສະຫຼຽວ, ພໍ່ແມ່ເສຍຊີວິດແຕ່ຄາວຍັງນ້ອຍ, ຄອບຄົວທຸກຍາກຫຼາຍ, ສະນັ້ນລາວບໍ່ໄດ້ໄປຮຽນ. ຈົນຮອດເວລາມີອາຍຸ 17 ປີ, ເມື່ອໄດ້ຮັບຄວາມເຫັນດີຈາກເອື້ອຍລາວຈຶ່ງໄດ້ໄປຮຽນ. ຫງວຽນກວົກຈິງ ເສັງໄດ້ຈໍຫງວນເມື່ອປີ 1659 ໃນສະໄໝລາຊະວົງ ເລ. ແລະໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ໂບ່ຍຕຸ້ງ (ໝາຍເຖິງຮອງນາຍົກລັດຖະມົນຕີໃນປັດຈຸປັນ). ພາຍຫຼັງຈໍຫງວນເຖິງແກ່ມໍລະນະກຳ, ເພື່ອຈາລຶກບຸນຄຸນຂອງເພິ່ນ, ເຈົ້າຊີວິດໄດ້ມອບນາມມະຍົດໃຫ້ຈໍຫງວນ ຫງວຽນກວົກຈິງວ່າ ເປັນຜູ້ທີ່ມີຄຸນງານຄວາມດີໃຫຍ່ທີ່ສຸດຕໍ່ລາຊະວົງ ແລະ ປະເທດຊາດ“.

ຫງວຽດອ໋າງ - ເອກອ້າງທະນົງໃຈທີ່ເປັນໝູ່ບ້ານມັກຮຽນ - ảnh 2 ໝູ່ບ້ານ ຫງວຽດອ໋າງ, ຕາແສງ ດ້າຍອ໋າງ, ເມືອງ ແທງຈີ່, ຮ່າໂນ້ຍ,

ກ່ຽວກັບຄຸນງາມຄວາມດີຂອງຈໍຫງວນ ຫງວຽນກວົກຈິງ ທີ່ມີຕໍ່ປະເທດນັ້ນ, ແມ່ນຕ້ອງເວົ້າເຖິງເລື່ອງເພິ່ນໄດ້ປະຕິບັດສຳເລັດໜ້າທີ່ການທູດຢູ່ ຈີນ ເຊິ່ງລາຊະວົງໄດ້ມອບໝາຍໃຫ້. ດ້ວຍຄວາມສາມາດ, ການປະພຶດຂອງຈໍຫງວນ ຫງວຽນກວົກຈິງ ໄດ້ເຮັດໃຫ້ລາຊະວົງຈີນມີຄວາມປະຫຼາດໃຈ, ນິຍົມນັບຖື. ຄວາມສະຫຼາດສະຫຼຽວຂອງ ຈໍຫງວນ ຫງວຽນກວົກຈິງ ກໍ່ຖືກລະບຸໄວ້ໃນວົງສາວະດານ ແລະ ໃນໝູ່ມະຫາຊົນ. ທ່ານ ຫງວຽນດິ່ງກຽມ ໃຫ້ຮູ້ວ່າ:

ໃນມື້ໜຶ່ງ, ເມື່ອກວດເບິ່ງຄວາມສາມາດຂອງລູກສິດ, ອາຈານສອນ ຫງວຽນກວົກຈິງໄດ້ອອກຄຳຖາມເປັນຖ້ອຍຄຳທີ່ວ່າ, ມັກຫຼິ້ນ, ບໍ່ຮຽນ, ລືມຄຳເອື້ອຍບອກສອນ.  ຫງວຽນກວົກຈິງ ກໍ່ຕອບເລີຍວ່າ ເມື່ອການເສັງໄດ້ຮັບຜົນດີ ອາຈານກໍ່ເອກອ້າງຕໍ່ລູກສິດຂອງຕົນ“.

ຫງວຽດອ໋າງ ແມ່ນເຂດບ້ານນາພື້ນທີ່ຕຳ່, ການຜະລິດກະສິກຳປະສົບກັບຄວາມຫຍຸ້ງຍາກຫຼາຍ. ແລະກໍ່ຍ້ອນຄວາມທຸກຍາກລຳບາກນັ້ນ ໄດ້ພາໃຫ້ປະຊາຊົນມີເຈດຈຳນົງບຶນຕົວຂຶ້ນດ້ວຍການຮຳ່ຮຽນ. ເຂົາເຈົ້າດຸໝັ່ນຮຳ່ຮຽນ, ແລະປາຖະໜາຢາກໄດ້ຮັບຜົນໃນການສອບເສັງ, ມີຖານະຕຳແໜ່ງ ເພື່ອປ່ຽນແປງຊາຕາກຳຂອງຕົນ. ໃນຈຳນວນວົງຕະກຸນຢູ່ໝູ່ບ້ານ ຫງວຽດອ໋າງ, ມີວົງຕະກຸນ ຫງວຽນແມ່ນພົ້ນເດັ່ນກວ່າໝູ່. ພໍ່ເຖົ້າ ຫງວຽນແຢງຈູຍ, ຜູ້ອາຍຸສູງໃນໝູ່ບ້ານ ຫງວຽດອ໋າງ, ເລົ່າສູ່ຟັງວ່າ:

 ໃນໝູ່ບ້ານມີພໍ່ເຖົ້າ ຫງວຽນແຢງຖໍ້ ແມ່ນຜູ້ທຳອິດທີ່ເສັງໄດ້ປະລິຍາເອກໃນປີ 1631. ເພິ່ນກໍ່ໄດ້ຮັບດຳລົງຕຳແໜ່ງເປັນ ໂບ່ຍຕຸ້ງ (ເທົ່າກັບຕຳແໜ່ງຮອງນາຍົກລັດຖະມົນຕີໃນປັດຈຸບັນ). ສ່ວນພໍ່ເຖົ້າອື່ນ 5 ຄົນທີ່ເສັງໄດ້ປະລິຍາເອກແມ່ນ ຫງວຽນດິ່ງຈຸ, ຫງວຽນກວົກຈິງ, ຫງວຽນດິ່ງແບກ, ຫງວຽນຍືອີ໋, ຫງວຽນດິ່ງກວີ໋. ສະເພາະພໍ່ເຖົ້າ ຫງວຽນດິ່ງຈຸ ເສັງໄດ້ເມື່ອຕົ້ນປີ 1656, ແຕ່ໜ້າເສຍດາຍປີນັ້ນເຈົ້າຊີວິດ ເລ ບໍ່ປະດັບນາມມະຍົດ ຈໍຫງວນ, ຖ້າຫາກຍັງມີນາມມະຍົດນັ້ນພໍ່ເຖົ້າ ຫງວຽນດິ່ງຈຸ ຈະເປັນ ຈໍຫງວນ ຢ່າງແນ່ນອນ“.

ຫງວຽດອ໋າງ - ເອກອ້າງທະນົງໃຈທີ່ເປັນໝູ່ບ້ານມັກຮຽນ - ảnh 3 ທ່ານ ຫງວຽນດິ່ງກຽມ

ປັດຈຸບັນ, ປະຊາຊົນໃນໝູ່ບ້ານ ຫງວຽດອ໋າງ ສືບຕໍ່ເສີມຂະຫຍາຍມູນເຊື້ອມັກຮຳ່ມັກຮຽນຈາກບັນພະບຸລຸດ. ເຖິງວ່ານີ້ແມ່ນໝູ່ບ້ານນ້ອຍໆດ້ວຍພົນລະເມືອງບໍ່ຮອດ 1000 ຄົນກໍ່ຕາມ, ແຕ່ພັດມີຮອງສາສະດາຈານຜູ້ໜຶ່ງ, ປະລິຍາເອກ 5 ຄົນ, ປະລິຍາໂທ 20 ຄົນ ແລະ ປະລິຍາຕີ, ນັກວິສາວະກອນປະມານ 100 ຄົນ. ຊາວໝູ່ບ້ານ ຫງວຽດອ໋າງ ຮຸ່ນຕ່າງໆຍາມໃດກໍ່ມີສະຕິບືນຕົວຂຶ້ນ, ເພື່ອພິຊິດຈຸດສູງທາງພູມປັນຍາ, ສ້າງຊື່ສຽງຮຽງນາມໃຫ້ໝູ່ບ້ານມັກຮຳ່ມັກຮຽນທີ່ມີຊື່ສຽງຂອງເມືອງຫຼວງ ທັງລອງ ໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ