(VOVWORLD) -ໝູ່ບ້ານເຄື່ອງປັ້ນດິນເຜົາ ເຕີນວ້ານ ຢູ່ ນະຄອນ ບຽນຮ່ວາ ແຂວງ ດົງນາຍ ມີອາຍຸນັບຮ້ອຍປີ, ແມ່ນໝູ່ບ້ານມີຊື່ສຽງດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາດິນດຳທີ່ເປັນເອກະລັກສະເພາະ. ຜ່ານການປ່ຽນແປງຫລາຍຢ່າງ ແລະ ການຫັນປ່ຽນຂອງຊີວິດທັນສະໄຫມ, ບັນດາເຕົາເຜົາມີອາຍຸ 3 ສະຕະວັດ ຢູ່ບ້ານນີ້ບາງຄັ້ງບາງຄາວເກືອບຄືວ່າຖືກຢຸດຕິ. ແຕ່ດ້ວຍຄວາມ ສຸດຈິດສຸດໃຈແລະ ເປັນຫ່ວງເປັນໄຍກັບອາຊີບທີ່ເປັນມູນເຊື້ອ, ຊ່າງປັ້ນດິນເຜົາຫລາຍຄົນໃນບັນດາຄອບຄົວທີ່ສືບທອດຈາກຄົນລຸ້ນກ່ອນຍັງຄົງອະນຸລັກຮັກສາອາຊີບຜະລິດເຄື່ອງປັ້ນດິນເຜົານີ້.
ແມ່ຍິງໃນບ້ານເຂົ້າຮ່ວມການຜະລິດເຄື່ອງປັ້ນດິນເຜົາ |
ໂດຍໄດ້ຮັບການສ້າງຕັ້ງປະມານ 300 ປີ ຈາກປະຊາຊົນມາຂຸດຄົ້ນເຂດດິນພາກໃຕ້, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຕີນຫວ້ານ ຕັ້ງຢູ່ແຄມແມ່ນ້ຳດົງນາຍ ນະຄອນ ບຽນຮ່ວາ ແຂວງ ດົງນາຍ. ຈາກໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາທຳອິດນີ້ ຈຶ່ງແຜ່ຂະຫຍາຍອອກຢ່າງກວ້າງຂວາງກາຍເປັນບັນດາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາອ້ອມຂ້າງຄື: ບີງເຢືອງ, ນະຄອນ ໂຮ່ຈິມີນ.
ໄປລຽບຕາມແມ່ນ້ຳ ດົງນາຍ ທາງຝັ່ງ ເຕີນວ້ານ ອາດຈະພົບເຫັນຮູບພາບເຕົາເຜົາເຄື່ອງປັ້ນດິນເຜົາທີ່ເກົ່າແກ່ ດ້ວຍທໍ່ຄວັນສູງ. ຕໍ່ຫນ້າເດີ່ນກວ້າງໃຫຍ່ ແມ່ນ ໂອ່ງ, ແອ່ງ ແລະ ຮູບຊົງຂອງນາຍຊ່າງພວມຕັ້ງໃຈປະຕິບັດບັນດາຂັ້ນຕອນໃນການຜະລິດເຄື່ອງປັ້ນດິນເຜົາ.
ທ່ານ ຮົ່ງວັນຈີງ ແມ່ນຊ່າງປັ້ນດິນເຜົາ ນອນໃນຈຳນວນຫນ້ອຍຜູ້ສຸດທ້າຍຢູ່ ເຕົາຜະລິດເຄື່ອງປັ້ນດິນເຜົາ ກີມລານ. ໂດຍສືບທອດອາຊີບຈາກລຸ້ນພໍ່ລຸ້ນອ້າຍເມື່ອມີອາຍຸມີພຽງກວ່າ 20 ປີ, ທ່ານ ຈີງ ໄດ້ກາຍເປັນຊ່າງປັ້ນດິນເຜົາທີ່ມີຄວາມເກັ່ງກ້າສາມາດຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົານີ້. ຜ່ານສີມືອັນຄ່ອງແຄ້ວຂອງທ່ານ, ດິນແຕ່ລະກ້ອນໄດ້ປັ້ນເປັນເຄື່ອງປັ້ນດິນເຜົາຫລາຍປະເພດ ມີນ້ຳຫນັກນັບຮ້ອຍກີໂລກາມ ດ້ວຍລວດລາຍສວຍງາມລະອຽດລະອໍ. ປະຈຸບັນ ຊ່າງປັ້ນດິນເຜົາບໍ່ມີເທົ່າໃດຄົນ ເພາະ ເຕັກນິກການຜະລິດເຄື່ອງປັ້ນດິນເຜົາໄດ້ມີການດັດປັບຫລາຍແລ້ວ, ອາດຈະ “ພິມ”ດ້ວຍແບບສຳເລັດຮູບ ແທນທີ່ໃຫ້ “ປັ້ນ”ດ້ວຍມືຄືກ່ອນນີ້. ສະນັ້ນ ຊ່າງພິມ ເຮັດງ່າຍ, ຮຽນກໍ່ງ່າຍ, ແຕ່ເພື່ອໃຫ້ກາຍເປັນຊ່າງ “ປັ້ນ” ມືອາຊີບ ບໍ່ແມ່ນຜູ້ໃດກໍ່ເຮັດໄດ້. ທ່ານ ຮົ່ງວັນຈີງ ແບ່ງປັນວ່າ:
“ຊ່າງພິມລວດລາຍແມ່ນງ່າຍ ເພາະເຂົາເຈົ້າມີແບບສຳເລັດຮູບແລ້ວ. ສຳລັບຂ້າພະເຈົ້າ ຕ້ອງສ້າງແບບດ້ວຍຕົນເອງ ຜ່ານສາຍຕາ ແລະ ມັນສະຫມອງຂອງຕົນ. ຕາມປົກກະຕິແລ້ວ, ເຮັດອາຊີບນີ້ເປັນ ຕ້ອງຮຽນໃນເວລາຫນ້ອຍສຸດແມ່ນ 1 ປີ, ບາງຄົນຮຽນຕະຫລອດແຕ່ເຮັດບໍ່ໄດ້.”
ເພື່ອໃຫ້ມີບັນດາຜະລິດຕະພັນສົ່ງໄປຂາຍຢູ່ທົ່ວທຸກຫົນແຫ່ງ, ບັນດານັກສິລະປະການໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເກົ່າແກ່ສຸດຢູ່ພາກໃຕ້ ຕ້ອງມີຄວາມສຸດຈິດສຸດໃຈ,ລະອຽດອ່ອນຕໍ່ກັບສີເຄືອບນອກ ເພື່ອສ້າງເປັນບັນດາຜະລິດຕະພັນມີຄຸນນະພາບ. ຕາມຜູ້ມີອາຍຸສູງໃນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແລ້ວ, ກ່ອນນີ້ ສີເຄືອບນອກ ແມ່ນເຄັດລັບໃນຄອບຄົວຫລືວົງຕະກຸນ ຍາກທີ່ຈະຫລຸດລອດອອກສູ່ພາຍນອກໄດ້.
ພາຍຫລັງປັ້ນດິນເປັນຮູບຮ່າງແລ້ວ, ຂັ້ນຕອນເຜົາໄຟກໍ່ສຳຄັນທີ່ສຸດ. ຄວາມຮ້ອນຂອງເຕົາເຜົາຕ້ອງແມ່ນພັນອົງສາ. ທ່ານ ເລີມເລີບ ຊ່າງເຜົາໄຟທີ່ຫາກຍາກຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ໄປກວດກາຄວາມຮ້ອນຂອງເຕົາໄຟ ເປັນ 5 ນາທີເທື່ອຫນຶ່ງ. ທ່ານເລີບໃຫ້ຮູ້ວ່າ: ຕ້ອງຮັກສາຄວາມຮ້ອນໃນເຕົາໄຟແມ່ນປະມານ 1200 ອົງສາ C ຕະຫລອດ 4 ມື້ ເພື່ອໃຫ້ເຄື່ອງປັ້ນດິນເຜົາ “ສຸກ”. ຂັ້ນຕ້ອນນີ້ ຮຽກຮ້ອງໃຫ້ນາຍຊ່າງຕ້ອງກຳແຫນ້ນຄຸນລັກສະນະຂອງເຕົາເຜົາແຕ່ລະເຕົາ, ເຂົ້າໃຈໄດ້ຄຸນລັກສະນະຂອງດິນ, ຟືນ ຈຶ່ງດັດປັບຄວາມຮ້ອນໄດ້. ທ່ານ ເລີມເລິບ ເລົ່າສູ່ຟັງວ່າ:
“ຄາວຍັງມີອາຍຸ 18 – 20 ປີ ເລີ່ມເຮັດອາຊີບນີ້ແລ້ວ ແລະ ອາຊີບນີ້ແມ່ນຄົນລຸ້ນກອ່ນຖ່າຍທອດມາໃຫ້. ຂ້າພະເຈົ້າມັກຮັກອາຊີບນີ້ຫລາຍ ແລະ ຈະຕິດພັນກັບອາຊີບນີ້ຕະຫລອດຊີວິດເລີຍ. ສ່ວນຜູ້ໃດບໍ່ມັກຮັກອາຊີບ ສ່ວນຫລາຍເຂົາເຈົ້າເຮັດພຽງ 2-3 ປີ ກໍ່ຮູ້ຈັກເບື່ອ ແລະ ເຊົາເຮັດເລີຍ.”
ເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານມີອາຍຸນັບຮ້ອຍປີ |
ເຮັດອາຊີບນີ້ມາເປັນເວລາ 30 ປີແລ້ວ ທັງທ່ານ ຈີງ ແລະ ທ່ານເລິບ ກໍ່ລ້ວນແຕ່ບໍ່ສາມາດຈຶ່ໄດ້ວ່າຕົນເອງຜະລິດເຄື່ອງປັ້ນດິນເຜົາໄດ້ບໍ່ຈັກວ່າເທົ່າໃດແລ້ວ ແຕ່ປະຊາຊົນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຕີນຫວ້ານ ລ້ວນແຕ່ຮູ້ໄດ້ວ່າ ເຄື່ອງປັ້ນດິນເຜົາ ບຽນຮວ່າ ເຄີຍແມ່ນສ່ວນຫນຶ່ງທີ່ຂາດບໍ່ໄດ້ໃນຊີວິດການເປັນຢູ່ຂອງຊາວພາກໃຕ້.
ປະຈຸບັນ ຕໍ່ຫນ້າບັນດາການຜັນແປຂອງຊີວິດການເປັນຢູ່ແບບທັນສະໄຫມ, ມີຊ່າງຜະລິດເຄື່ອງປັ້ນດິນເຜົາຫລາຍຄົນໄດ້ປະລະອາຊີບຫັນໄປສູ່ເຮັດວຽກງານອື່ນ, ແຕ່ກໍ່ຍັງມີຫລາຍຄອບຄົວໄດ້ຮັກສາອາຊີບນີ້ ແລະ ຫັນມາຜະລິດເຄື່ອງປັ້ນດິນເຜົາສິລະປະເພື່ອສົ່ງອອກ. ຜະລິດຕະພັນເຄື່ອງປັ້ນດິນເຜົາບຽນຮ່ວາ ປະຈຸບັນຍັງມີຊື່ສຽງໂດ່ງດັງ. ບັນດາປະເພດຜະລິດຕະພັນເຄື່ອງປັ້ນດິນເຜົາຂອງໝູ່ບ້ານກ່ອນນີ້ ປະຈຸບັນ ໄດ້ສົ່ງໄປຂາຍຢູ່ຕ່າງປະເທດ ຫລື ສະຫນອງໃຫ້ຮ້ານອາຫານ, ເຂດທ່ອງທ່ຽວ… ແລະ ນຳໃຊ້ເພື່ອປະດັບປະດາ. ທິດກ້າວເດີນໃຫມ່ນີ້ໄດ້ຊ່ວຍໃຫ້ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາຮັກສາອາຊີບນີ້ໄວ້ໄດ້ໃນຊຸມປີມາມໍ່ມານີ້.