ອາ​ຊີບເຮັດ​ເຄ​ື່ອງຈັກ​ສານ​ຢູ່​ເຂດ​ພູ​ສູງ ງອກ​ຈຽນ

(VOVWORLD) -   ບໍ່ມີໃຜຈື່ຈຳໄດ້ວ່າ, ອາຊີບເຮັດເຄື່ອງຈັກສານມີມາແຕ່ເວລາໃດ, ພຽງແຕ່ຮູ້ວ່າ, ປຊຊ ຢູ່ຕາແສງ ງອກຈຽນ, ເມືອງເມື່ອງລາ, ແຂວງເຊີນລາ ໄດ້ຮັກສາບັນດາປະສົບການຈັກສານທີ່ເປັນມູນເຊື້ອ ແລະ ສືບທອດກັນມາແຕ່ລຸ້ນນີ້ ຫາລຸ້ນອື່ນ. ພິເສດ, ເມື່ອຕາແສງ ງອກຈຽນ ກາຍເປັນຈຸດນັດພົບທີ່ດູດດື່ມໃຈນັ້ນ, ອາຊີບເຮັດເຄື່ອງຈັກສານ ກໍ່ກາຍເປັນຜະລິດຕະພັນທ່ອງທ່ຽວພິເສດສະເພາະເທື່ອລະກ້າວ.
ອາ​ຊີບເຮັດ​ເຄ​ື່ອງຈັກ​ສານ​ຢູ່​ເຂດ​ພູ​ສູງ ງອກ​ຈຽນ - ảnh 1ໃນບັນດາໝູ່ບ້ານເຂດຜູ້ສູງ ງອກຈຽນ, ມີຫຼາຍຄອບຄົວເຕົ້າໂຮມກັນເພື່ອຈັກສານດ້ວຍຄວາມເມົາມົວ (ພາບ: VOV)
   ເມື່ອມາຢ້ຽມຢາມໝູ່ບ້ານຕ່າງໆໃນເຂດພູສູງ ງອກຈຽນ, ພວກເຮົາຈະພົບເຫັນຮູບພາບບັນດາຄອບຄົວນັ່ງເຕົ້າໂຮມກັນ ຢູ່ລະບຽງເຮືອນຮ້ານເພື່ອຈັກສານດ້ວຍຄວາມເມົາມົວ. ຈາກສີມືທີ່ຄ່ອງແຄ້ວ, ບັນດາເສັ້ນຫວາຍ, ເສັ້ນຕອກໄດ້ສານເປັນກະພາ, ຕັ່ງ, ຕິບເຂົ້າ…   ຊື່ງເປັນເຄື່ອງໃຊ້ທີ່ລື້ງເຄີຍໃນຊີວິດປະຈຳວັນ.

    ເຮັດອາຊີບຈັກສານຕ້ອງມີຄວາມຄ່ອງແຄ້ວ, ຕັ້ງໝັ້ນ, ລະອຽດອ່ອນ ແລະ ອົດທົນຂອງຊາວເຂດພູສູງ ງອກຈຽນ. ຈາກຂອດເລືອກເອົາໄມ້ໄຜ່, ໄມ້ຊອດ ຫຼືຫວາຍ ຕະຫຼອດຮອດການຜ່າເປັນດີ້ວນ້ອຍ, ຈັກເປັນເສັ້ນ,    ແຊນ້ຳ, ແລ້ວສານເປັນຜະລິດຕະພັນ….. ເພື່ອສານກະພາ, ຕິບເຂົ້າອັນໜຶ່ງຕ້ອງເສຍເວລາ 1 ວັນ, ສານຕັ່ງຫວາຍ, ພາເຂົ້າຫວາຍ ຕ້ອງເສຍເວລາແຕ່ 4-5 ວັນ.

   ທ່ານ ລໍ່ວັນບາວ, ຜູ້ເຮັດອາຊີບຈັກສານພື້ນເມືອງຢູ່ບ້ານນ່າເຕົາ, ຕາແສງງອກຈຽນ ແບ່ງປັນວ່າ, ນີ້ແມ່ນວຽກງານຕົ້ນຕໍ ແລະ ນຳເອົາລາຍຮັບເປັນປົກກະຕິມາໃຫ້ຄອບຄົວທ່ານ:

   ຄອບຄົວຂ້າພະເຈົ້າມີສອງຜົວເມຍເຮັດອາຊີບສານຕັ່ງຫວາຍ, ກະພາ. ແຕ່ລະເດືອນເຮັດໄດ້ປະມານ 20 ອັນ, ອັນໜຶ່ງຂາຍໄດ້ແຕ່ 130.000-140.000 ດົ່ງ. ໃນລະດູເກັບກ່ຽວສາລີ, ຊາວເຜົ່າມົ້ງຕ້ອງການກະພາຫຼາຍ ກໍ່ຂາຍໄດ້ລາຄາດີກ່ວາ, ແຕ່ 150.000-160.000 ດົ່ງ/ອັນ.

ອາ​ຊີບເຮັດ​ເຄ​ື່ອງຈັກ​ສານ​ຢູ່​ເຂດ​ພູ​ສູງ ງອກ​ຈຽນ - ảnh 2

 ເພື່ອເຮັດຜະລິດຕະພັນອັນໜຶ່ງ ຮຽກຮ້ອງຕ້ອງມີຄວາມຄ່ອງແຄ້ວ, ລະອຽດອ່ອນ (ພາບ: VOV)

    ແຕ່ດົນນາມາແລ້ວ, ອາຊີບເຮັດເຄື່ອງຈັກສານ ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງ ປຊຊ ຢູ່ຕາແສງງອກຈຽນ. ມີພໍ່ຕູ້ແມ່ຕູ້ຢູ່ໃນເກັນອາຍຸ 70 ປີຂຶ້ນໄປກໍ່ຍັງຜູກພັນກັບອາຊີບນີ້ຢູ່ ແລະ ມີເດັກນ້ອຍກ່ວາ 10 ປີກໍ່ສາມາດສານໄດ້ຢ່າງຄ່ອງແຄ້ວວ່ອງໄວ….ສິ່ງດັ່ງກ່າວກໍ່ໄດ້ຊ່ວຍໃຫ້ອາຊີບທີ່ເປັນມູນເຊື້ອຂອງ ງອກຈຽນ ໄດ້ຮັບການຮັກສາ ແລະ ພັດທະນາຜ່ານຫຼາຍລຸ້ນຄົນ. ອ້າຍ ລໍ່ວັນທື, ຢູ່ບ້ານນາເຕົ່າ, ຕາແສງງອກຈຽນ ແບ່ງປັນວ່າ:

   ຂ້າພະເຈົ້າເອງທັງຮຽນ ທັງເຮັດປພ້ອມ. ຖ້າບໍ່ທັນມີວຽກເຮັດງານທຳ ກໍ່ຮຽນນຳລຸ້ນປູ່ຍ່າ, ພໍ່ແມ່ ເພື່ອຮັກສາສີສັນຂອງຊາດ, ທັງຫາລາຍໄດ້ໃຫ້ຄອບຄົວ. ເຮົາຮຽນແລ້ວກໍ່ຈະສອນໃຫ້ລຸ້ນລູກຫຼານໃນພາຍພາກໜ້າ.

    ປະຈຸບັນ, ຢູ່ຕາແສງງອກຈຽນ ມີ 300 ຄອບຄົວໄດ້ຕິດພັນກັບອາຊີບສານໄມ້ໄຜ່, ຫວາຍ ສ່ວນຫຼາຍແມ່ນຢູ່ນາເຕົາ, ດົງຊວງ, ລ້ອງກາງ, ເມື່ອງຈຽນ, ບ້ານເລືອດ, ນ້ຳງຽບ… ໃນໄລຍະຜ່ານມາ, ເພື່ອຮັກສາ ແລະ ພັດທະນາອາຊີບນີ້, ຕາແສງງອກຈຽນ ໄດ້ຂົນຂວາຍຜູ້ອາຍຸສູງໃນຕາແສງທີ່ຮູ້ຈັກອາຊີບນີ້ ສືບທອດໃຫ້ແກ່ລູກຫຼານ, ສ້າງຕັ້ງກຸ່ມຄອບຄົວຂຶ້ນ, ແຕ່ລະກຸ່ມມີປະມານແຕ່ 5-10 ຄອບຄົວ ເພື່ອຊ່ວຍເຫຼືອກັນດ້ານເຕັກນິກ, ພິເສດແມ່ນໄດ້ກຳນົດທິດພັດທະນາ ອາຊີບເຮັດເຄື່ອງຈັກສານ ຕິດພັນກັບການສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ທ່ານ ບຸ່ຍຕຽນຊີ, ເລຂາຄະນະພັກຕາແສງງອກຈຽນ, ໃຫ້ຮູ້ວ່າ:

      ອາຊີບເຮັດເຄື່ອງຈັກສານ ແມ່ນໜຶ່ງໃນບັນດາອາຊີບຫັດຖະກຳພິເສດສະເພາະຂອງຕາແສງງອກຈຽນ. ການຮັກສາອາຊີບ ແມ່ນຮັກສາວັດທະນະທຳຂອງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້, ທີສອງແມ່ນສ້າງຜະລິດຕະພັນດຶງດູດແຂກທ່ອງທ່ຽວ. ແຜນນະໂຍບາຍຂອງຕາແສງ ແມ່ນຈະສ້າງຕັ້ງສະຫະກອນສານໄມ້ໄຜ່, ຫວາຍ. ຈະເລືອກເອົາບ້ານວັດທະນະທຳວົງຄະນາຍາດບ້ານເລືອດ ເປັນສະຖານທີ່ໃຫ້ບັນດາຄອບຄົວມາປະຕິບັດຂັ້ນຕອນການເຮັດຜະລິດຕະພັນຫັດຖະກຳໂດຍກົງ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ, ພ້ອມທັງສ້າງເປັນຜະລິດຕະພັນຂາຍໃຫ້ແຂກທ່ອງທ່ຽວ, ນຳມາເຊິ່ງລາຍຮັບໃຫ້ແກ່ ປຊຊ.

   ດ້ວຍບັນດາເຄື່ອງຂອງທີ່ໃຊ້ປະຈຳວັນ, ລື້ງເຄີຍກັບ ປຊຊ ທີ່ເຮັດດ້ວຍໄມ້ໄຜ່, ຫວາຍນັ້ນ, ເປັນສິ່ງພິສູດໃຫ້ເຫັນຄວາມສຸດຈິດສຸດໃຈຂອງ ປຊຊ ຕາແສງ ງອກຈຽນ. ສຳລັບບັນດາແຂກທ່ອງທ່ຽວແລ້ວ, ການສານໄມ້ໄຜ່, ສານຫວາຍດ້ວຍຕົນເອງ ກໍ່ແມ່ນສິ່ງທີ່ໜ້າປະທັບໃຈ ເມື່ອມີໂອກາດມາຢ້ຽມຢາມເຂດພູສູງ ງອກຈຽນ./.

ຕອບກັບ

ຂ່າວ/ບົດ​ອື່ນ