(VOVWORLD) -ຢູ່ເມືອງ ກ໊າຍຣັງ, ນະຄອນ ເກິ່ນເທີ, ປັດຈຸບັນຍັງມີຫຼາຍຄອບຄົວ ໄດ້ຮັກສາອາຊີບເຮັດເສັ້ນຮູ໋ຕ໊ຽວ (ຄ້າຍຄືກັບເສັ້ນເຟີ) ທີ່ເປັນມູນເຊື້ອໄວ້ຢູ່, ເຊິ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະ ຂອງທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ. ໃນຈຳນວນບັນດາຄອບຄົວທີ່ເຮັດອາຊີບນັ້ນ ເປັນໜ້າສົນໃຈແມ່ນຄອບຄົວ ທ່ານ ເຈິ່ນວັນກື໋ວ ແລະຄອບຄົວ ທ່ານ ຮິງຫື໊ວງຽມ ຢູ່ເຂດ ຂົວ ກ໊າຍຣັງ. ນອກຈາກຮັບໃຊ້ວຽກຜະລິດໃນແຕ່ລະວັນແລ້ວ, ບັນດາຮາກຖານດັ່ງກ່າວ ກໍ່ກຽມຈິດກຽມໃຈ ຕ້ອນຮັບບັນດາແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຢາມ, ໄດ້ເຫັນປະຈັກຕາຂັ້ນຕອນການຜະລິດຂອງເຂົາເຈົ້າ
ຮາກຖານການຜະລິດເສັ້ນຮູ໋ຕ໊ຽວ |
ໃນຂອບເຂດເນື້ອທີ່ກວ້າງປະມານ 300 ຕາແມັດ, ບັນດາຮາກຖານການຜະລິດຢູ່ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ກ໊າຍຣັງ ໄດ້ອອກແບບດ້ວຍການເຮັດຫຼັງຄາມຸງໃສ່, ຂອບເຂດສວນກວ້າງ ແລະປອດໂປ່ງ ເພື່ອຕາກເສັ້ນຮູ໋ຕ໊ຽວໃຕ້ແສງສະຫວ່າງທຳມະຊາດ. ດ້ວຍບັນດາເຄື່ອງມືອຸປະກອນທີ່ມີມາແຕ່ດົນນານ, ນາຍຊ່າງຫັດຖະກຳຢູ່ທີ່ນີ້ ຍັງໄດ້ແກ້ໄຂບັນດາຂັ້ນຕອນການຜະລິດທີ່ເຮັດດ້ວຍມື, ຮັກສາຈຸດທີ່ເປັນເອກະລັກສະເພາະ ຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອໄວ້ ເພື່ອໃຫ້ເສັ້ນຮູ໋ຕ໊ຽວທີ່ເຮັດອອກມານັ້ນອ່ອນ, ນຸ້ມ ແລະມີລົດຊາດແຊບນົວ.
ເພື່ອແນໃສ່ເພີ່ມລັກສະນະແກ້ງແຍ້ງ ແຕ່ຍັງຄົງຮັກສາ “ເຄື່ອງໝາຍການຄ້າ” ໄວ້ໄດ້ຄືເກົ່າ, ແຕ່ລະຄອບຄົວກໍ່ມີເຄັດລັບການສືບທອດພາຍໃນວົງຕະກຸນສະເພາະຂອງໃຜລາວ, ໄດ້ສ້າງເປັນເອກະລັກໃຫ້ແກ່ຜະລິດຕະພັນຂອງຕົນ. ເກິ່ນເທີ ໄດ້ຮັບການເລົ່າຂານກັນມາແຕ່ດົນນານແລ້ວວ່າ ແມ່ນດິນແດນ “ເຂົ້າຂາວນ້ຳໃສ” ສະນັ້ນ, ເຂົ້າທີ່ເອົາມາເຮັດເສັ້ນຮູ໋ຕ໊ຽວນັ້ນ ຈຶ່ງຮັບປະກັນຄວາມຂາວ, ໃສ. ຫຼັງຈາກນັ້ນ, ເຂົ້າໄດ້ເອົາມາຮ່ອນ, ໝ່າ, ໂມ້ໃຫ້ລະອຽດ, ແລ້ວເອົາໄປໃສ່ຖັງທີ່ບັນຈຸນ້ຳຄົນໃຫ້ເປັນແປ້ງ. ນາຍຊ່າງໄດ້ໃຊ້ແປ້ງນີ້ມາລາດໃສ່ປາກໝໍ້ເຮັດໃຫ້ເປັນແຜ່ນບາງໆ. ຂັ້ນຕອນນີ້ສຳຄັນທີ່ສຸດ ຮຽກຮ້ອງຕ້ອງມີສີມືທີ່ຄ່ອງແຄ້ວ ແລະເຮັດແນວໃດເພື່ອໃຫ້ແຜ່ນແປ້ງນັ້ນ ມີຄວາມໜາ-ບາງສະເໝີກັນ. ຫຼັງຈາກນັ້ນ, ເອົາຝາໝໍ້ມາປົກໄວ້ ເພື່ອໃຫ້ແປ້ງສຸກຈາກອາຍນ້ຳ. ອ້າຍ ເຈິ່ນວັນກື໋ວ, ຢູ່ໝູ່ບ້ານອາຊີບເຮັດເສັ້ນຮູ໋ຕ໊ຽວ ເກິ່ນເທີ, ໄດ້ແບ່ງປັນສູ່ຟັງວ່າ:
ຮູ໋ຕ໊ຽວອ່ອນ ຫຼືຍັງເອີ້ນວ່າແມ່ນຮູ໋ຕ໊ຽວເຟີ. ປະເພດນີ້ແມ່ນບໍ່ຕ້ອງການຕາກ ສາມາດເອົາໄວ້ໄດ້ພຽງແຕ່ມື້ດຽວເທົ່ານັ້ນ. ສ່ວນຮູ໋ຕ໊ຽວແຫ້ງແປ້ງຕອງນັ້ນ ແມ່ນຕ້ອງໄດ້ເອົາໄປຕາກ. ເມື່ອຕາກໃຫ້ນຸ້ມແລ້ວ ກໍ່ນຳມາຕັດເປັນປ່ຽງ, ເປັນເສັ້ນນ້ອຍ. ປະເພດນີ້ແມ່ນສາມາດເອົາໄວ້ໄດ້ຮອດເຄິ່ງເດືອນ. ແຕ່ລະມື້ ຄອບຄົວຂອງຂ້າພະເຈົ້າ ຂາຍເສັ້ນຮູ໋ຕ໊ຽວ ໄດ້ປະມານ 600-700 ກິໂລ.
ພາຍຫຼັງຂັ້ນຕອນການລາດແປ້ງອອກມາເປັນແຜ່ນແລ້ວ ນຳເອົາໄປຕາກປະໄວ້ປະມານສອງສາມຊົ່ວໂມງ. ນີ້ແມ່ນຂັ້ນຕອນສຳຄັນທີ່ສຸດ ຮຽກຮ້ອງໃຫ້ນາຍຊ່າຍຕ້ອງມີຄວາມຄ່ອງແຄ້ວ ແລະມີຈັ່ງຫວະ. ແຜ່ນແປ້ງຖືກຈັດລຽງ ໃສ່ແຕະໄມ້ໄຜ່, ຮັບປະກັນໃຫ້ທາງໜ້າມີຄວາມລຽບພຽງ, ບໍ່ມີຈຸດໂນຂຶ້ນມາ. ບັນດານາຍຊ່າງທີ່ມີຄວາມຊຳນານງານ ເມື່ອເຮັດເສັ້ນຮູ໋ຕ໊ຽວໃນແຕ່ລະຂັ້ນຕອນ ແມ່ນຊັດເຈນຕາມເວລາທີ່ສຸດ ໂດຍບໍ່ຕ້ອງການເບິ່ງໂມງ.
ທ່ານ ຮິງຫື໊ວງຽມ ເຮັດອາຊີບນີ້ມາໄດ້ 45 ປີແລ້ວ, ທ່ານໃຫ້ຮູ້ວ່າ, ອາຊີບເຮັດເສັ້ນຮູ໋ຕ໊ຽວແມ່ນລຳບາກທີ່ສຸດ ແລະສ່ວນຫຼາຍແມ່ນໄດ້ອີງໃສ່ດິນຟ້າອາກາດ, ຖ້າບໍ່ມີຄວາມອົດທົນນັ້ນ ກໍ່ຢາກທີ່ຈະໄປລອດ. ທ່ານກໍ່ຖືວ່າ ເສັ້ນຮູ໋ຕ໊ຽວແຊບທີ່ສຸດນັ້ນ ຕ້ອງເຮັດດ້ວຍເຂົ້າຂາວທີ່ມີຢູ່ໃນທ້ອງຖິ່ນ. ຮູ໋ຕ໊ຽວທີ່ເຮັດຈາກເຂົ້າຂາວນຸ່ງນັ້ນ ເສັ້ນຂອງມັນຈະນຸ້ມໜຽວ, ໃສ ແລະຫຍ້ຳຜ່ອຍກວ່າເສັ້ນຮູ໋ຕ໊ຽວທີ່ເຮັດຈາກເຂົ້າປະເພດອື່ນ. ເຖິງຢ່າງໃດກໍ່ຕາມ ປັດຈຸບັນເຂົ້າຂາວນຸ່ງ ກໍ່ຫາຊື້ໄດ້ຍາກແລ້ວ ແລະບໍ່ສາມາດຕອບສະໜອງຄວາມຕ້ອງການຜະລິດຮູ໋ຕ໊ຽວໄດ້ຢ່າງພຽງພໍຕື່ມອີກແລ້ວ. ສະນັ້ນ, ບັນດາຮາກຖານທີ່ເຮັດເສັ້ນຮູ໋ຕ໊ຽວຢູ່ ເກິ່ນເທີ ຕ້ອງໄດ້ໄປຮອດ ຊາແດັກ, ດົ່ງທ໊າບ ເພື່ອເລືອກຊື້ແປ້ງເຂົ້າທີ່ເໝາະສົມ.
ແຕ່ວ່າເພື່ອຮັກສາຈຸດທີ່ເປັນເອກະລັກຂອງເສັ້ນຮູ໋ຕ໊ຽວ, ເຂົ້າປະເພດຕ່າງໆ ທີ່ຖືກບັນດາຮາກຖານຜະລິດຄັດເລືອກມານັ້ນ ຜູ້ເປັນນາຍຊ່າງຢູ່ທີ່ນີ້ ກໍ່ມີວິທີປະສົມສະເພາະ ຄືໃຊ້ ໃບຢາງ, ເຊິ່ງແມ່ນຕົ້ນທີ່ເກີດຂຶ້ນຕາມທຳມະຊາດຢູ່ໃນປ່າ, ເພື່ອເອົາມາແກ້ໄຂແປ້ງເຂົ້າ. ເມື່ອເວົ້າກ່ຽວກັບຂັ້ນຕອນເຮັດເສັ້ນຮູ໋ຕ໊ຽວສຳຄັນທີ່ສຸດນັ້ນ, ທ່ານ ຮິງຫື໊ວງຽມ ໃຫ້ຮູ້ວ່າ:
ທີໜຶ່ງແມ່ນການຄັດເລືອກເຂົ້າ, ທີສອງແມ່ນວິທີປະສົມແປ້ງ ລະຫວ່າງແປ້ງເຂົ້າ ແລະແປ້ງມັນຕົ້ນ ເຮັດແນວໃດ ເພື່ອໃຫ້ມີອັດຕາສ່ວນທີ່ເໝາະສົມ. ຂ້າພະເຈົ້າປະສົມໄປມາຫຼາຍເທື່ອ ແລະແຕ່ລະເທື່ອລ້ວນແຕ່ທົດລອງຊີມ ຈົນຮອດຍາມໃດ ເມື່ອເຫັນວ່າໄດ້ຕາມມາດຕະຖານແລ້ວ ຂ້າພະເຈົ້າຈຶ່ງຮັກສາສູດປະສົມນັ້ນໄວ້ ເພື່ອຜະລິດເສັ້ນຮູ໋ຕ໊ຽວ.
ປັດຈຸບັນ, ການໂມ້ເຂົ້າເຮັດເສັ້ນຮູ໋ຕ໊ຽວ ແມ່ນບໍ່ໄດ້ໂມ້ໃສ່ໂມ້ຫີນຄືແຕ່ກ່ອນອີກແລ້ວ, ແລະໄດ້ຊອຍແຜ່ນແປ້ງດ້ວຍເຄື່ອງຈັກ, ແຕ່ບັນດາການຜະລິດຮູ໋ຕ໊ຽວປະເພດຕ່າງໆນັ້ນ ຍັງໄດ້ຮັກສາຂັ້ນຕອນການເຮັດດ້ວຍມືໄວ້ເກືອບທັງໝົດ ດ້ວຍຈຸດປະສົງແມ່ນຮັກສາຄຸນນະພາບຂອງເສັ້ນຮູ໋ຕ໊ຽວໄວ້ ຕາມສູດທີ່ໄດ້ສືບທອດຂອງວົງຕະກຸນ. ການສົມທົບກັນລະຫວ່າງເຄື່ອງຈັກ ແລະຂັ້ນຕອນການເຮັດດ້ວຍມື ໄດ້ຊ່ວຍເພີ່ມສະມັດຕະພາບໃນການຜະລິດ ແລະເພີ່ມລາຍຮັບຂຶ້ນ ທົບສອງເທົ່າເມື່ອທຽບໃສ່ກ່ອນນີ້. ທ່ານ ດ່າວຮົ່ງເຟືອກ, ຢູ່ໝູ່ບ້ານອາຊີບເຮັດເສັ້ນຮູ໋ຕ໊ຽວ, ນະຄອນ ເກິ່ນເທີ, ແບ່ງປັນວ່າ:
ສຳລັບຕົ້ນທຶນ, ພາກສ່ວນໜຶ່ງແມ່ນລັດໃຫ້ກູ້ຢືມ ສະນັ້ນຈຶ່ງໄດ້ເອົາໄປລົງທຶນຊື້ເຄື່ອງຈັກ, ອຸປະກອນ. ປັດຈຸບັນ ຮາກຖານສາມາດຜະລິດແຜ່ນແປ້ງຮູ໋ຕ໊ຽວໄດ້ແຕ່ 500 ກິໂລ ຈົນຮອດ 1 ໂຕ່ນ ດ້ວຍຜູ້ອອກແຮງງານຕົ້ນຕໍ 4 ຄົນ ເປັນຜູ້ຜະລິດໂດຍກົງ. ນອກຈາກນັ້ນ ກໍ່ມີຜູ້ອອກແຮງງານສຳຮອງຕື່ມອີກ ດ້ວຍການຄິດໄລ່ຄ່າແຮງງານເປັນຊົ່ວໂມງ ເພື່ອເປັນການຊ່ວຍໃຫ້ປະຊາຊົນທີ່ຢູ່ອ້ອມແອ້ມເຂດນີ້ ມີວຽກເຮັດງານທຳ ແລະມີລາຍຮັບໃຊ້ຈ່າຍເຂົ້າໃນການດຳລົງຊີວິດປະຈຳວັນຕື່ມອີກ. ຜູ້ເຖົ້າຜູ້ແກ່, ໄວໜຸ່ມ ລ້ວນແຕ່ມີວຽກເຮັດງານທຳທີ່ເໝາະສົມ.
ຮູ໋ຕ໊ຽວ ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທາງທິດຕາເວັນຕົກສ່ຽງໃຕ້ເວົ້າສະເພາະ ແລະພາກໃຕ້ເວົ້າລວມ. ເຖິງວ່າການເວລາມີການປ່ຽນແປງຫຼາຍຢ່າງກໍ່ຕາມ ແຕ່ອາຫານເຍື່ອງນີ້ ຍາມໃດ ນັກສິລະປະການຢູ່ໝູ່ບ້ານອາຊີບນີ້ ກໍ່ໄດ້ຮັກສາ ແລະພັດທະນາດ້ວຍບັນດາວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນ ແລະກໍ່ລ້ວນແຕ່ແມ່ນວັດຖຸດິບທີ່ໄດ້ມາຈາກທຳມະຊາດ. ສະນັ້ນ ຮູ໋ຕ໊ຽວ ຢູ່ທີ່ນີ້ ຈຶ່ງຮັກສາໄດ້ລົດຊາດແບບດັ້ງເດີມໄວ້ຢູ່ຕະຫຼອດເວລາ.