(VOVWORLD) -ຫວຽດບັກ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ເປັນນະຄອນຫຼວງແຫ່ງການຕໍ່ຕ້ານ, ໜຶ່ງໃນບັນດາຖານທີ່ໝັ້ນທີ່ໜັກແໜ້ນເພື່ອປົກປ້ອງ ແລະ ກໍ່ສ້າງກຳລັງການປະຕິວັດຫວຽດນາມ ກ້າວໄປເຖິງໄຊຊະນະສຸດທ້າຍ. 76 ປີໄດ້ຜ່ານພົ້ນໄປແລ້ວ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດປີ 1945, ບ້ານເກີດເມືອງນອນຫວຽດບັກ ມີການປ່ຽນແປງໄປຕາມແຕ່ລະມື້ ແຕ່ອາລົມຈິດຄວາມຮັກແພງຂອງ ປຊຊ ຢູ່ແຫ່ງນີ້ ທີ່ມີຕໍ່ປະທານໂຮ່ຈີມິນ ແລະ ການປະຕິວັດແມ່ນຍັງເໝືອນເດີມ.
ສາລາເຕິນຈ່າວ ເມືອງເຊີນເຢືອງ ແຂວງຕວຽນກວາງ (ພາບ: VOV)
ເດືອນພຶດສະພາປີ 1945, ບົນເສັ້ນທາງຈາກ ປາກບໍ ແຂວງກາວບັ່ງ ກັບມາເຕິນຈ່າວ ແຂວງຕວຽນກວາງ, ປະທານໂຮ່ຈີມິນ ພ້ອມກັບຄະນະປະຕິບັດງານ ໄດ້ຢຸດພັກຢູ່ບ້ານນ່າກຽນ, ຕາແສງເຫງັ້ຍຕາ, ເມືອງເຈິໂດ່ນ, ແຂວງບັກກ້ານ. ເພິ່ນໄດ້ນອນພັກຊົ່ວຄາວຢູ່ເຮືອນລຸງ ຂອງບ່າວນ້ອຍ ມາວັນວ່າງ, ໃນຄາວນັ້ນອາຍຸຫາກໍ່ໄດ້ 13 ປີແຕ່ບ່າວນ້ອຍຜູ້ນີ້ ໄດ້ພ້ອມກັບ ປຊຊ ຢູ່ບ້ານນ່າກຽນ ໄດ້ປົກປ້ອງປະທານໂຮ່ຈີມິນ ແລະ ບັນດາພະນັກງານໃນຄະນະ. ລຸງມາວັນວ່າງ ເລົ່າສູ່ຟັງວ່າ:
ປະທານໂຮ່ຈີມິນ ໄດ້ມາພັກຢູ່ເຮືອນ 3 ວັນ ແລ້ວເພິ່ນຈຶ່ງອອກໄປ, ໃນຈຸດເວລານັ້ນ, ເອື້ອຍນ້ອງແມ່ຍິງທີ່ກຳລັງແຕ່ງກິນ ເພື່ອຮັບໃຊ້ກອງຫຼອນຂອງເມືອງທີ່ມາຝຶກແອບຢູ່ນີ້ ໄດ້ລຽນກັນເປັນແຖວຍາວລຽບໄປຕາມແຄມທາງ. ປະທານໂຮ່ຈີມິນ ໄດ້ຈັບມືທຸກຄົນ ແລະ ຂ້າພະເຈົ້າຍັງຈື່ໄດ້ວ່າ ເພິ່ນໄດ້ສັ່ງສອນໃຫ້ທຸກຄົນຕ້ອງສາມັກຄີກັນ. ທຸກຄົນຕ່າງກໍ່ເຊື່ອໝັ້ນວ່າ ເພິ່ນຈະຍາດເອົາເອກະລາດ, ຄວາມເສລີມາໄດ້, ປຊຊ ຫວຽດນາມ ບໍ່ຕ້ອງເປັນຂ້ອຍຂ້າອີກແລ້ວ.
ທ່ານມາວັນວ່າງ ອາຍຸ 90 ປີຢູ່ຕາແສງເຫງັ້ຍຕາ ເມືອງເຈີ້ໂດນ ແຂວງບັກກ້ານ (ພາບ: VOV)
ຫຼັງຈາກນັ້ນພຽງ 2, 3 ວັນ, ປະທານໂຮ່ຈີມິນ ພ້ອມກັບບັນດາການນຳພັກ ໄດ້ໄປຢູ່ບ້ານກີມລອງ (ປະຈຸບັນແມ່ນບ້ານ ເຕິນເລິບ), ຕາແສງເຕິນຈ່າວ, ເມືອງເຊີນເຢືອງ, ແຂວງຕວຽນກວາງ ເພື່ອນຳພາຂະບວນການລຸກຮື້ຂຶ້ນໂດຍກົງ. ເຮືອນຮ້ານທີ່ເພິ່ນຢູ່ ກ່ອນທີ່ຈະຍົກຍ້າຍໄປຢູ່ ນ່າເນືອ ຕັ້ງຢູ່ຂ້າງເຮືອນຂອງທ່ານ ຮ່ວາງງອກ, ຄາວນັ້ນອາຍຸຫາກໍ່ໄດ້ 9 ປີ. ເມື່ອໂອ້ລົມກັບ ປຊຊ ໃນບ້ານ, ເພິ່ນໄດ້ແນະນຳໃຫ້ ປ່ຽນຊື່ບ້ານກີມລອງ ເປັນເຕິນເລິບ ດວ້ຍຄວາມປາດຖະໜາຢາກໃຫ້ ປຊຊ ມີຊີວິດຢ່າງອີ່ມໜຳສຳລານ ແລະ ມີຄວາມຜາສຸກກວ່າອີກ. ທ່ານຮ່ວາງງອກ ຍັງຈື່ດີກ່ຽວກັບເລື່ອງໃນວັນທີ 16 ເດືອນສິງຫາປີນັ້ນຢູ່:
ຕອນບ່າຍມື້ນັ້ນ, ບັນດານັກຮົບໄດ້ລຽນແຖວຢູ່ກ້ອງຕົ້ນໂພນີ້, ເລີ່ມຮ້ອງບົດເພງ ຕ໊ຽນກວັນກາ, ຮ້ອງຈົບແລ້ວ ທ່ານພົນເອກ ຫວໍງວຽນຢາບ ກໍ່ໄດ້ອ່ານຄຳສັ່ງທະຫານເລກທີ 1, ອ່ານແລ້ວທຸກຄົນກໍ່ຍົກມືປະຕິຍານຕົນ. ສຽງປະຕິຍານໄດ້ດັງກ້ອງກັງວານໄປທົ່ວເຂດພູຜາ ແລະ ຫຼັງຈາກນັ້ນ ທ່ານພົນເອກ ຫວໍງວຽນຢາບ ກໍ່ໄດ້ຍິງປືນສັ່ງການ 3 ລູກ, ຂະບວນທະຫານກໍ່ເຄື່ອນທັບໄປແຂວງທ໊າຍງວຽນ ແລະ ກັບເມືອຮ່າໂນ້ຍ ປົກປ້ອງການລຸກຮື້ຂຶ້ນ, ມີ ປຊຊ ຢູ່ທີ່ນີ້ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ ເປັນສັກຂີພິຍານ ຢູ່ກ້ອງຕົ້ນໂພແຫ່ງນີ້.
ທ່ານ ຫງວນຈຶກ ຢູ່ຕາແສງເລລາຍ ເມືອງແທັກອານ ແຂວງກາວບັ່ງ (ພາບ: VOV)
ພ້ອມກັບບັນຍາກາດທີ່ຟົດຟື້ນຍາດເອົາສິດອຳນາດຂອງທົ່ວປະເທດ, ປຊຊ ບັນດາແຂວງ ຫວຽດບັກ ໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ໃນເວລາພຽງແຕ່ 3 ວັນ (ຄືແຕ່ວັນທີ 20-23 ສິງຫາປີ 1945), ບັນດາແຂວງ ທາຍງວຽນ, ຕວຽນກວາງ, ກາວບັ່ງ, ບັກກ້ານ….ລ້ວນແຕ່ຍາດໄດ້ໄຊຊະນະຢ່າງໄວວາ. ທ່ານ ຫງວຽນຈຶກ, ປຊຊ ຕາແສງ ເລລາຍ, ເມືອງແທັກອານ, ແຂວງກາວບັ່ງ ຫວນຄືນວ່າ:
ໄລຍະການປະຕິວັດເດືອນສິງຫາປະສົບຜົນສຳເລັດ ຕອນນັ້ນຂ້າພະເຈົ້າຍັງນ້ອຍ, ອາຍຸພຽງແຕ່ 11 ປີເທົ່ານັ້ນ ແຕ່ກໍ່ໄດ້ເຫັນປະຈັກຕາຂະບວນການປະຕິວັດໃນຄາວນັ້ນ. ດ້ວຍຈິດໃຈຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ປຊຊ ຢູ່ ແທັກອານ ລ້ວນແຕ່ມີຄວາມພາກພູມໃຈ ເຂົ້າຮ່ວມຂະບວນການປະຕິວັດເດືອນສິງຫາ. ພວກຂ້າພະເຈົ້າຍາມໃດກໍ່ມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ໂດຍສະເພາະແມ່ນແຫ່ງທີ່ເຄີຍໄດ້ຕ້ອນຮັບປະທານ ໂຮ່ຈີມິນ ກັບມາປະເທດ ເພື່ອເຄື່ອນໄຫວການປະຕິວັດ.
ໃນຕະຫຼອດວິວັດທະນາການຕໍ່ສູ້ຍາດເອົາເອກະລາດຂອງຊາດ ແລະ ໃນແຕ່ລະບາດກ້າວເດີນຂອງການປະຕິວັດຫວຽດນາມ, ຍາມໃດ ປຊຊ ບັນດາຊົນເຜົ່າສ່ວນໜ້ອຍ ຫວຽດບັກ ກໍ່ເປັນຈິດໜຶ່ງໃຈດຽວໄປພ້ອມກັບພັກ, ກັບການປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ, ສັກດີນາ. ເມື່ອປະເທດຊາດໄດ້ຮັບຄວາມເປັນເອກະລາດ, ປຊຊ ໄດ້ສ້າງສາບ້ານເກີດເມືອງນອນ ໃຫ້ນັບມື້ນັບຮັ່ງມີ ສວຍງາມ, ມີຄວາມອີ່ມໜຳສຳລານ ເພື່ອໃຫ້ສົມກັບການເສຍສະຫຼະຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຜືນແຜ່ດິນອັນຄົບຖ້ວນ, ທ້ອນໂຮມປະເທດຊາດເປັນເອກະພາບໃນທຸກວັນນີ້./.