(vovworld) - ສ້າງຕັ້ງລະບົບຮ່ວມສຳພັນເພື່ອແນໃສ່ເພີ່ມລັກສະນະແກ່ງແຍ້ງ ແລະ ເພີ່ມມູນຄ່າເພີ່ມໃນຂະແໜງກະສິກຳ, ແມ່ນທ່າອ່ຽງໃນການພັດທະນາກະສິກຳຢູ່ຫວຽດນາມ. ບໍ່ພຽງແຕ່ມີຊາວກະສິກອນຕ້ອງຮ່ວມສຳພັນເທ່ົານັ້ນ ຫາກທັງບັນດາວິສາຫະກິດ - ເຊິ່ງແມ່ນປັດໄຈສົ່ງຜົນກະທົບໃນລະບົບການຜະລິດສິນຄ້າກະສິກຳກໍ່ມີຄວາມຕ້ອງການລະບົບນີ້ອີກດ້ວຍ. ຢູ່ແຂວງ ຮ່າຕິ້ງ, ມີຫຼາຍຮູບແບບລະບົບຮ່ວມສຳພັນຮ່ວມມືທຳມາຫາກິນຢ່າງມີປະສິດທິຜົນອັນໄດ້ປະກອບສ່ວນຟື້ນຟູດິນແດນທີ່ຖືກຫຼົງລື່ມຢ່າງແທ້ຈິງ. ບົດຂຽນຂອງນັກຂ່າວລ້າຍຮວາ.
ຮູບແບບລ້ຽງແມ່ພັນໝູ
ເມື່ອມາຢ້ຽມຢາມຕາແສງ ກີ່ບັກ, ເຊິ່ງແມ່ນເຂດພູດ້ວຍຂອງເມືອງ ກີ່ແອງ, ແຂວງ ຮ່າຕິ້ງ ຕ້ອງໄດ້ຜ່ານທາງດິນເກືອບ 50 ກມດ້ວຍສະພາບພູມສັນງານທີ່ສັບສົນ ແລະ ຫຍຸ້ງຍາກພໍສົມຄວນ. ອາກາດຢູ່ທີ່ນີ້ຮ້າຍແຮງຕະຫຼອດປີ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ນັບແຕ່ເມື່ອສະຫະກອນ ຮ່ວາງເຈົາ ເຂົ້າມາເຄື່ອນໄຫວ ໄດ້ປະກອບສ່ວນເຮັດໃຫ້ດິນແດນແຫ່ງນີ້ມີການພັດທະນາ. ທ່ານນາງ ເຈີ່ນທິເຈົາ, ຜູ້ອຳນວຍການສະຫະກອນຕາແສງ ຮ່ວາງເຈົາ ໃຫ້ຮູ້ວ່າ: ເມື່ອເລີ່ມເຄື່ອນໄຫວ, ສະຫະກອນນີ້ລວມມີສະມາຊິກພຽງ 6 ຄົນເທົ່ານັ້ນໄດ້ຮ່ວມສຳພັນນຳກັນເພື່ອເຮັດບໍລິການຂົນສົ່ງສິນຄ້າຮັບໃຊ້ປະຊາຊົນໃນຕາແສງ ບັກກີ່ ແລະ ບາງເຂດໃກ້ຄຽງ. ໜ່ວຍງານນີ້ເຄື່ອນໄຫວແບບກະແຈກກະຈາຍ, ບໍ່ມີຈຸດໝາຍລະອຽດ, ດັ່ງນັ້ນລາຍຮັບສະເລ່ຍໃສ່ພຽງຫົວຄົນບັນລຸຢູ່ໃນລະດັບ 500.000 ດົ່ງ/ຄົນ/ເດືອນເທົ່ານັ້ນ. ທ່ານນາງ ເຈີ່ນທິເຈົາ, ໃຫ້ຮູ້ວ່າ: ປີ 2012, ສະຫະກອນໄດ້ຮັບການແນະນຳຈາກສະຫະພັນສະຫະກອນ ຮ່າຕິ້ງ ສ້າງຕັ້ງສະຫະກອນ, ແນະນຳວິທີທຳການຜະລິດ, ໜູນຊ່ວຍໃນການກູ້ຢືມທຶນ ແລະ ຊ່ວຍເຫຼືອໃນການເຊື່ອມຕໍ່ກັບບໍລິສັດໃຫຍ່ແຮ່ທາດ ແລະ ການຄ້າ Mitraco ຮ່າຕິ້ງ ເພື່ອຮ່ວມສຳພັນໃນການຮ່ວມມືກັນລ້ຽງແມ່ພັນໝູ. ນີ້ແມ່ນຮູບແບບການລ້ຽງໝູພັນແຫ່ງທຳອິດຂອງ Mitraco ແລະ ກໍ່ແມ່ນຮູບແບບລ້ຽງແມ່ພັນໝູທົດລອງຂອງແຂວງ ຮ່າຕິ້ງ. ເມື່ອຫາກໍ່ໄດ້ຮັບການສ້າງຕັ້ງ, ສະຫະກອນມີສະມາຊິກພຽງ 7 ຄົນໄດ້ປະກອບທຶນດ້ວຍຈຳນວນເງິນ 800 ລ້ານດົ່ງ, ມາຮອດປະຈຸບັນ, ສະຫະກອນມີສະມາຊິກ 10 ຄົນ ແລະ ມີຈຳນວນທຶນເພີ່ມຂຶ້ນເຖິງເກືອບ 6 ຕື້ດົ່ງ.
“ບໍລິສັດໄດ້ໜູນຊ່ວຍດ້ານສົ້ນເຂົ້າ - ສົ້ນອອກ, ບຸກເບີກໜ້າດິນ, ເຮັດຟາມລ້ຽງໃຫ້ແກ່ສະຫະກອນ. ສະຫະກອນໄດ້ຮ່ວມສຳພັນກັນບັນດາຄອບຄົວຊາວກະສິກອນ ແລະ ບໍລິສັດເພື່ອບໍລິໂພກຜະລິດຕະພັນ. ເມື່ອຊາວກະສິກອນລ້ຽງໝູໄດ້ປະມານ 20 ວັນ, ບໍລິສັດໃຫຍ່ແຮ່ທາດ ແລະ ການຄ້າ Mitraco ກໍ່ໄດ້ສົ່ງໄປລ້ຽງຢູ່ຟາມຕ່າງໆເພື່ອຮັບປະກັນການຈຳໜ່າຍທັງໝົດ. ຮູບການຮ່ວມສຳພັນນີ້ໄດ້ຮັບການໜູນຊ່ວຍດ້ານເຕັກນິກ, ຢຸກຢາ ແລະ ໂດຍບໍລິສັດຮັບປະກັນໃຫ້, ບັນດາສະມາຊິກສະຫະກອນ ມີຄວາມອຸ່ນອ່ຽນໃຈທຳການຜະລິດ, ບໍ່ຢ້ານຖືກໂລກລະບາດ.”
ຟານແມ່ນສັດລ້ຽງທີ່ເໝາະສົມກັບເງື່ອນໄຂທຳມະຊາດ ແລະ ມີມູນຄ່າດ້ານເສດຖະກິດສູງ ດັ່ງນັ້ນແຂວງ ຮ່າຕິ້ງ ລຶ່ງກຳນົດວ່າ, ນີ້ແມ່ນສິນຄ້າຕົ້ນຕໍ, ໄດ້ຮັບບຸລິມະສິດແຫ່ງກຳລັງເພື່ອລົງທຶນພັດທະນາ, ພິເສດແມ່ນການຜະລິດແນວພັນຟານ ແລະ ລ້ຽງຟານເພື່ອເອົາເຂົາ. ຈາກຄວາມຕ້ອງການຂອງຕະຫຼາດ ແລະ ນະໂຍບາຍໜູນຊ່ວຍຂອງແຂວງ, ຫຼາຍຮູບແບບການລ້ຽງຟານຕາມຄອບຄົວ ຕະຫຼອດຮອດການລ້ຽງເປັນຟາມດ້ວຍຂອບຂະໜາດໃຫຍ່ນັບມື້ນັບເພີ່ມຂຶ້ນ, ອັນໄດ້ນຳມາເຊິ່ງລາຍຮັບໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ, ລຸດຜ່ອນຄວາມທຸກຍາກ. ທ່ານ ຟານວັນລ້ວດ, ຫົວໜ້າສະຫະກອນ ບໍລິການແນວພັນ ຟານ, ເຂົາຟານ, ໃຫ້ຮູ້ວ່າ:
“ກ່ອນນີ້, ເຂົາຟານເຄີຍຖືກພໍ່ຄ້າ - ແມ່ຄ້າກົດລາຄາຫຼາຍ. ນັບແຕ່ເມື່ອໄດ້ຮັບການເຊັນສັນຍາ ພໍ່ແມ່ປະຊາຊົນ ແລະ ຊາວກະສິກອນຕາແສງ ເຊີນເລີມ ມີຄວາມພາກພູມໃຈທີ່ສຸດຍ້ອນມີສະຫະກອນເກັບຊື້ໃຫ້ໝົດ. ໄລຍະຈະມາເຖິງ, ດ້ວຍທ່າໄດ້ປຽບແມ່ນມີທົ່ງຫຍ້າໃຫຍ່, ດັ່ງນັ້ນ ສະຫະກອບສືບຕໍ່ພັດທະນາ ແຕ່ຫຍັງມີຄວາມຫຍຸ້ງຍາກດ້ານທຶນຮອນ. ຫວັງວ່າສະຫະກອນຈະມີບ່ອນໃຫ້ກູ້ຢືມທຶນຢ່າງສະດວກເພື່ອໃຫ້ສະມາຊິກສະຫະກອນພັດທະນາໃຫ້ດີກ່ວາອີກ.”
ນີ້ພຽງແຕ່ແມ່ນ 2 ໃນຈຳນວນສະຫະກອນກະສິກຳນັບຮ້ອຍແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນຂອງແຂວງ ຮ່າຕິ້ງ. ມາຮອດປະຈຸບັນ, ແຂວງນີ້ໄດ້ກໍ່ສ້າງກ່ວາ 7.000 ຮູບແບບໃນການເຄື່ອນໄຫວກະສິກຳທີ່ມີລາຍຮັບສູງຈາກການປູກຜັກ ແລະ ລ້ຽງສັດ. ຈຸດພົ້ນເດັ່ນໃນການຜະລິດກະສິກຳຢູ່ແຂວງ ຮ່າຕິ້ງ ແມ່ນສ້າງຕັ້ງລະບົບຮ່ວມສຳພັນໃນການຜະລິດ, ຈຳໜ່າຍຜະລິດຕະພັນໃນເບື້ອງຕົ້ນ. ທາງແຂວງໄດ້ກຳນົດບັນດາຜະລິດຕະພັນເຊິ່ງມີທ່າໄດ້ປຽບຂອງແຂວງຄື: ໝູ, ງົວ, ກຸ້ງ, ຟານ, ຜັກ, ໄດ້ຮັບການປູກຝັງດ້ວຍເຕັກໂນໂລຢີສູງ, ໝາກກ້າ, ໝາກກ້ຽງໃຫຍ່ ຟຸກແຈກ. ທົ່ວແຂວງມີ 54 ສະຫະກອນ ຜະລິດຕາມລະບົບການຮ່ວມສຳພັນກັບບັນດາວິສາຫະກິດ, ພິເສດແມ່ນບັນດາສະຫະກອນເຄື່ອນໄຫວໃນຂົງເຂດລ້ຽງໝູ, ປູກຜັກໝາກໄມ້ເຊິ່ງໄດ້ຮັບການປູງຝັງດ້ວຍເຕັກໂນໂລຢີສູງໃນເຂດດິນຊາຍເປົ່າຫວ່າງ, ລ້ຽງກຸ້ງດ້ວຍເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດ, ສິນໃນນຳ້. ທ່ານ ເລດິ່ງເຊີນ, ເລຂາຄະນະພັກແຂວງ ຮ່າຕິ້ງ, ຢັ້ງຢືນວ່າ:
“ປະຈຸບັນ, ການຜະລິດຕ້ອງໄດ້ຮ່ວມສຳພັນຄືນ, ຖ້າຫາກປະກອບໃຫ້ຊາວກະສິກອນຜະລິດເອງເທົ່ານັ້ນ, ຊາວກະສິກອນຈະບໍ່ສາມາດນຳວິທະຍາສາດເຕັກໂນໂລຢີເຂົ້າການຜະລິດໄດ້, ຊາວກະສິກອນເອງເມື່ອສົ່ງຜະລິດຕະພັນໄປຈຳໜ່າຍກໍ່ຈະປະສົບຄວາມຫຍຸ້ງຍາກຫຼາຍ. ດັ່ງນັ້ນ, ຕ້ອງຮ່ວມສຳພັນນຳກັນຄືນໃໝ່, ຢາກຮ່ວມສຳພັນຄືນຕ້ອງລົງທຶນຈາກໜ່ວຍຮ່ວມມື, ສະຫະກອນ ແລະ ໜ່ວຍຮ່ວມມື, ສະຫະກອນຕ້ອງຮ່ວມສຳພັນກັບວິສາຫະກິດ”
ສະຫະກອນສວມບົດບາດເຊື່ອມຕໍ່ລະຫວ່າງຊາວກະສິກອນກັບວິສາຫະກິດ ແລະ ໃນດ້ານໜຶ່ງຄວບຄຸມຂັ້ນຕອນຂອງການຜະລິດພາຍໃນ, ໜູນຊ່ວຍຊາວກະສິກອນລົງທຶນເຂົ້າບັນດາການເຄື່ອນໄຫວອື່ນໆ. ທ່ານ ເລດຶກທິ້ງ, ຮອງຫົວໜ້າກົມເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:
“ເມ່ືອສ້າງເປັນລະບົບຮ່ວມສຳພັນຢູ່ພາຍໃນກຸ່ມຄູ່ຮ່ວມມືນີ້ ຕ້ອງກວດກາບັນດາຄູ່ຮ່ວມມືອື່ນຜ່ານການໃຫ້ຄຳໝັ້ນສັນຍາ, ເຊັນສັນຍາ. ຄຽງຄູ່ກັນນັ້ນ, ການຜະລິດບໍ່ປະຕິບັດການຮ່ວມສຳພັນຈະມີສິ່ງຈຳກັດແມ່ນບັນຫາການດຶງດູດການລົງທຶນ, ໄລຍະປະຈຸບັນ, ຕ້ອງຮ່ວມສຳພັນເພື່ອສາມາດໜູນຊ່ວຍກັນໄດ້. ນອກຈາກນັ້ນ, ເມື່ອມີການຮ່ວມສຳພັນຈະຮັບປະກັນການພັດທະນາແບບຍືນຍົງ, ດັ່ງນັ້ນບັນດາອົງການສິນເຊື່ອ, ທະນາຄານກໍ່ອີງໃສ່ນັ້ນເພື່ອໃຫ້ກູ້ຢືມເງິນໄດ້ດີກ່ວາ, ຫລຸດຜ່ອນລະບຽບການ ແລະ ຊຸກຍູ້ການສຸມໃສ່, ດຶງດູດທຶນ.”
ຈາກບັນດາຮູບແບບດີເດັ່ນໃນການຮ່ວມສຳພັນລະບົບການຜະລິດກະສິກຳຢູ່ແຂວງ ຮ່າຕິ້ງ ໄດ້ສະແດງໃຫ້ເຫັນວ່າ: ສະຫະກອນແມ່ນບາດກ້າວສຳຄັນເພື່ອໃຫ້ການຮ່ວມສຳພັນລະຫວ່າງຊາວກະສິກອນກັບວິສາຫະກິດ. ບົດຮຽນໃນເບື້ອງຕົ້ນຈາກແຂວງ ຮ່າຕິ້ງ ສະແດງໃຫ້ເຫັນວ່າ: ການຮ່ວມສຳພັນນີ້ນັບມື້ນັບແໜ້ນແຟ້ນ ແລະ ຈະເພີ່ມມູນຄ່າໃນການຜະລິດກະສິກຳ, ມຸ່ງໄປເຖິງຈຸດໝາຍຍົກສູງ ແລະ ຮັບປະກັນລາຍຮັບແບບຍືນຍົງໃຫ້ແກ່ຊາວກະສິກອນ.