(vovworld) - ອຽນເຈົາແມ່ນເມືອງໜຶ່ງຢູ່ເຂດພູດອຍແຂວງເຊີນລາ. ໃນໄລຍະຜ່ານມາ, ໂດຍອີງໃສ່ເງື່ອນໄຂດິນຟ້າອາກາດອຳນວຍຄວາມສະດວກເພື່ອພັດທະນາຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ, ພິເສດແມ່ນປູກກ້ວຍ, ຊາວກະສີກອນໃນທ້ອງຖີ່ນໄດ້ເປີດທິດພັດທະນາເສດຖະກິດໃໝ່ເພື່ອລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່.
ການປູກກ້ວຍຢູ່ເຊີນລາ
(ພາບ: ອິນເຕີແນດ)
ພ້ອມກັບຕົ້ນໝາກມວງ, ກ້ວຍແມ່ນຕົ້ນກິນໝາກທີ່ມີລົດຫອມ, ແຊບທີ່ມີຊື່ສຽງຢູ່ເມືອງອຽນເຈົາ. ປະຈຸບັນ, ບັນດາຜະລິດຕະພັນປຸງແຕ່ງຈາກກ້ວຍຄື: ເຫຼົ້າກ້ວຍ, ກ້ວຍອົບແຫ້ງໄດ້ກາຍເປັນຜະລິດຕະພັນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທີ່ມາຈາກທຸກສາລະທິດ.
ຄອບຄົວປ້າ ຮ່າທິດໍ, ຢູ່ບ້ານດົງຂວາຍ, ຕາແສງຕູ໋ນາງ, ເມືອງອຽນເຈົາ, ແມ່ນໜຶ່ງໃນບັນດາຄອບຄົວທີ່ໄດ້ປູກກ້ວຍມາເປັນເວລາຫຼາຍປີ. ປ້າ ດໍ ໃຫ້ຮູ້ວ່າ: ຢູ່ອຽນເຈົາ, ອາຊີບປູກກ້ວຍໄດ້ຮັບການສືບທອດມາຈາກຫຼາຍເຊັ່ນຄົນ. ປູກກ້ວຍມີຜົນປະໂຫຍດຫຼາຍຢ່າງຄື: ຮັກສາຄວາມຊຸ່ມໃຫ້ດິນ, ໃຫ້ໝາກ, ປີກ້ວຍເພື່ອຂາຍ, ສ່ວນຕົ້ນກ້ວຍແມ່ນໃຊ້ເປັນຫົວອາຫານໃຫ້ສັດລ້ຽງ. ເມື່ອເຫັນວ່າການປູກສາລີບໍ່ບັນລຸປະສິດທິຜົນ, ນັບແຕ່ປີ 2010, ຄອບຄົວປ້າໄດ້ຫັນປ່ຽນເນື້ອທີ່ປູກສາລີກວ່າ 1 ເຮັກຕາມາປູກກ້ວຍ 300 ກວ່າຕົ້ນ, ແຕ່ລະຕົ້ນຜັດປ່ຽນກັນໃຫ້ໝາກ 3 – 4 ເທື່ອ/ປີ, ດ້ວຍລາຄາ 4000 – 6000 ດົ່ງ/ກິໂລກຼາມ. ໃນໄລຍະ 1 ປີ, ຜູ້ປູກສາມາດເກັບກ່ຽວໝາກກ້ວຍໄດ້ປະມານ 5 ໂຕນ/ເຮັກຕາ, ສ້າງລາຍຮັບນັບສິບລ້ານດົ່ງ. ປ້າ ຮ່າທິດໍ, ໃຫ້ຮູ້ວ່າ:
“ປູກກ້ວຍບໍ່ຕ້ອງໃສ່ຝຸ່ນ, ບໍ່ຕ້ອງຊື້ແນວພັນ, ບໍ່ຕ້ອງບົວລະບັດຫຼາຍແຕ່ພັດມີປະສິດທິຜົນສູງ. ສ່ວນປູກສາລີແມ່ນຕ້ອງຊື້ແນວພັນ ແລະ ໃສ່ຝຸ່ນ, ຕ້ອງບົວລະບັດຫຼາຍ. ເມື່ອເກັບກ່ຽວພາຍຫຼັງໃຊ້ຄ່າແນວພັນ ແລະ ຝຸ່ນແລ້ວ, ລາຍຮັບທີ່ຫາໄດ້ກໍ່ບໍ່ຫຼາຍປານໃດອີກ“.
ການປູກກ້ວຍຢູ່ເຊີນລາ
(ພາບ: ອິນເຕີແນດ)
ມາຮອດປະຈຸບັນ, ກ້ວຍອຽນເຈົາ ໄດ້ຮັບການປູກສ່ວນຫຼາຍແມ່ນຢູ່ບັນດາຕາແສງ: ຕູ໋ນາງ, ຊັບວັດ, ຈ່ຽງຮັກ, ຈ່ຽງດົງ... ດ້ວຍເນື້ອທີ່ປູກເກືອບ 400 ເຮັກຕາ. ບັນດາຄອບຄົວປູກກ້ວຍໄດ້ເຫັນສະມັດຕະພາບທາງດ້ານເສດຖະກິດຈາກຕົ້ນກ້ວຍຢ່າງຈະແຈ້ງ. ຖ້າຫາກປູກກ້ວຍຖືກຕ້ອງຕາມຂັ້ນຕອນ, ປະລິມານການຜະລິດຈະບັນລຸໄດ້ແຕ່ 25 ໂຕນ - 30 ໂຕນ/ເຮັກຕາ/ປີ, ສາມາດສ້າງລາຍຮັບສູງທົບ 2,5 ເທົ່າເມື່ອທຽບໃສ່ປູກສາລີ. ດ້ວຍລາຄາໝັ້ນທ່ຽງ, ຊາວກະສີກອນຫຼາຍຄອບຄົວກໍ່ສາມາດສ້າງລາຍຮັບໄດ້ແຕ່ 80 – 100 ລ້ານດົ່ງ/ປີ. ທ່ານ ຮ່າຍືເຮ້, ຮອງປະທານຄະນະກຳມະການປະຊາຊົນເມືອງອຽນເຈົາ, ໃຫ້ຮູ້ວ່າ, ເພື່ອພັດທະນາອາຊີບປູກກ້ວຍ ແລະ ໂຄສະນາບັນດາຜະລິດຕະພັນຈາກກ້ວຍທີ່ມີເຄື່ອງໝາຍການຄ້າອຽນເຈົາ ນັ້ນ, ແມ່ນຕ້ອງການຄວາມຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖີ່ນ, ໂດຍສະເພາະແມ່ນໃນການໂຄສະນາ, ຊອກຫາຕະຫຼາດຈຳໜ່າຍ.
“ກ້ວຍພັດທະນາຢ່າງໄວ, ມີແຕ່ປູກໃນໄລຍະ 1 ປີ ເທົ່ານັ້ນ ກໍ່ສາມາດເກັບກ່ຽວໄດ້. ແຕ່ຄວາມຫຍຸ້ງຍາກແມ່ນສົ້ນອອກ, ເພາະວ່າບັນດາຜະລິດຕະພັນຈາກກ້ວຍຜັດຂຶ້ນກັບຄວາມຕ້ອງການຂອງຕະຫຼາດ. ພວກຂ້າພະເຈົ້າຫວັງວ່າ, ໄລຍະຈະມາເຖິງ, ວຽກງານໂຄສະນາຈະໄດ້ຮັບການຍູ້ແຮງ, ເພື່ອຊ່ວຍຊາວກະສີກອນຈຳໜ່າຍຜະລິດຕະພັນ, ຜ່ານນັ້ນຈະພັດທະນາເນື້ອທີ່, ກໍ່ຄືຂອບຂະໜາດຂອງຕົ້ນກ້ວຍໃຫ້ແກ່ຊາວກະສີກອນ“.
ບໍລິສັດຫຸ້ນສ່ວນເຫຼົ້າຫວຽດ - ຝລັ່ງເກັບຊື້ກ້ວຍຢູ່ຄອບຄົວຊາວກະສີກອນ
(ພາບ: ອິນເຕີແນດ)
ເພື່ອພັດທະນາອາຊີບປູກກ້ວຍຂອງເມືອງ, ເປີດກວ້າງຕະຫຼາດ, ເພີ່ມລາຍຮັບໃຫ້ແກ່ຊາວກະສີກອນ, ນັບແຕ່ປີ 2012, ເມືອງອຽນເຈົ້າ ໄດ້ຮ່ວມມືກັບບໍລິສັດຫຸ້ນສ່ວນເຫຼົ້າຫວຽດ - ຝລັ່ງ ກໍ່ສ້າງເຂດປູກກ້ວຍທີ່ມີຄຸນນະພາບສູງ. ໂຄງການໄດ້ຮັບການຜັນຂະຫຍາຍຕາມແບບວິທີຮ່ວມສຳພັນລະຫວ່າງລັດ, ນັກວິທະສາສາດ, ນັກທຸລະກິດ ແລະ ຊາວກະສີກອນ, ແຫຼ່ງທຶນໄດ້ຮັບການໜູນຊ່ວຍຈາກລັດ ແລະ ທຶນຂອງວິສາຫະກິດ, ປະລິມານຜະລິດຕະພັນຈຳໜ່າຍໝາກກ້ວຍໃນແຕ່ລະເດືອນຂອງບໍລິສັດແມ່ນແຕ່ 18 – 25 ໂຕນ, ລາຄາແຕ່ 3000 – 5000 ດົ່ງ/ກິໂລກຼາມ. ທ່ານເລວັນວ້ຽນ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນເຫຼົ້າຫວຽດ - ຝລັ່ງ, ປາຖະໜາຢາກເປີດກວ້າງຮາກຖານຜະລິດ ເພື່ອເຮັດໃຫ້ວິສາຫະກິດພັດທະນາຢ່າງໝັ້ນຄົງ, ສ້າງວຽກເຮັດງານທຳ ແລະ ລາຍຮັບໝັ້ນທ່ຽງໃຫ້ແກ່ປະຊາຊົນໃນເຂດ.
“ຂ້າພະເຈົ້າຫວັງວ່າຈະເປີດກວ້າງຮາກຖານຜະລິດເພື່ອເກັບຊື້ຜະລິດຕະພັນຂອງຊາວກະສີກອນຕື່ມອີກ ແລະ ເປີດກວ້າງເຂດວັດຖຸດິບ. ຈາກນັ້ນ, ສ້າງອາຊີບປູກກ້ວຍໃຫ້ແກ່ຊາວກະສີກອນ, ປະກອບສ່ວນປ່ຽນໃໝ່ຊີວິດຂອງປະຊາຊົນ“.
ປີ 2014, ເມືອງອຽນເຈົາ ຜັນຂະຫຍາຍການປູກກ້ວຍທີ່ໃຫ້ສະມັດຕະພາບສູງໃນເນື້ອທີ່ໃໝ່ 25 ເຮັກຕາ ໃຫ້ແກ່ປະຊາຊົນ. ຫວັງວ່າດ້ວຍການຮ່ວມສຳພັນລະຫວ່າງລັດ, ນັກວິທະຍາສາດ, ນັກທຸລະກິດ ແລະ ຊາວກະສີກອນ, ຕົ້ນກ້ວຍຈະກາຍເປັນຕົ້ນໄມ້ລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ຊາວກະສີກອນຢູ່ທີ່ນີ້ຢ່າງແທ້ຈິງ.