(vovworld) - ໃນສະພາບໄພແຫ້ງແລ້ງປະຫວັດສາດຜ່ານມາຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ, ໃນຂະນະທີ່ຂະແໜງປູກຝັງ ແລະ ສິນໃນນຳ້ຕ້ອງຮັບຜົນສະທ້ອນຢ່າງໜັກໜ່ວງນັ້ນ, ຂະແໜງລ້ຽງສັດເກືອບຄືວ່າບໍ່ຖືກຜົນເສຍຫາຍ. ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຂອງໄຟແຫ້ງແລ້ງ ແລະ ຫລຸດຜ່ອນຜົນສະທ້ອນບໍ່ດີຂອງການປ່ຽນແປງຂອງດິນຟ້າອາກາດ, ມີຫຼາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ໄດ້ຫັນໄປສູ່ການລ້ຽງສັດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ບົດຂຽນຂອງແທງຕູ່ງ, ນັກຂ່າວ VOV.
ການລ້ຽງກຸ້ງຂອງປະຊາຊົນເຂດທົ່ງພຽງແມ່ນນຳ້ຂອງທາງພາກໃຕ້ ຫວຽດນາມ
|
ກະສິກຳແມ່ນຂະແໜງເສດຖະກິດປາຍແຫຼມຂອງເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ, ແຕ່ໃນໄລຍະຍາວ, ບັນດາທ້ອງຖິ່ນໃນເຂດພຽງສຸມໃສ່ຕົ້ນຕໍເຂົ້າໃນການພັດທະນາຂົງເຂດປູກຝັງ ແລະ ສິນໃນນຳ້ ໃນຂະນະທີ່ການລ້ຽງສັດບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເຖິງຖອງ. ຂົງເຂດລ້ຽງສັດໄດ້ສຸມໃສ່ຕົ້ນຕໍຢູ່ບັນດາຄອບຄົວ, ຍັງກະແຈກກະຈາຍ, ລາຄາສົ້ນອອກບໍ່ເປັນປົກກະຕິດັ່ງນັ້ນປະສິດທິຜົນບໍ່ສູງປານໃດ. ຖ້າຫາກໄດ້ຮັບການລົງທຶນຢ່າງແຮງຈາກຂອດແນວພັນລ້ຽງ, ຄອກ, ທຶນຮອນ… ແລະ ມີມາດຕະການພິເສດສະເພາະໃຫ້ແກ່ເຂດທົ່ງພຽງແມ່ນຳ້ຂອງ, ປະສິດທິຜົນຂອງເສດຖະກິດລ້ຽງສັດໃນເຂດຈະໄດ້ຮັບການຍົກສູງຂຶ້ນ. ທ່ານ ຫງວຽນວັນແຈງ, ຮອງຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກາເມົາ, ໃຫ້ຮູ້ວ່າ:
“ເພື່ອພັດທະນາຂົງເຂດລ້ຽງສັດ, ແຂວງ ກາເມົາ ໄດ້ກຳນົດທິດບາງປະເພດສັດລ້ຽງ. ພິເສດແມ່ນລ້ຽງໂຕເຜິ້ງເອົານຳ້ເຜິ້ງ, ນີ້ແມ່ນທ່າແຮງຂອງແຂວງ. ທີ່ສອງແມ່ນລ້ຽງນົກແອ່ນ, ຍ້ອນບໍ່ອີງໃສ່ໄພແຫ້ງແລ້ງ. ພ້ອມກັນນັ້ນ ໄດ້ສຸມໃສ່ລ້ຽງເປັດທະເລ”
ໃນສະພາບການປະຈຸບັນ, ເພື່ອຟື້ນຟູຂະແໜງລ້ຽງສັດ, ປະຊາຊົນເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ໄດ້ປ່ຽນແປງສະຕິຄວາມຮັບຮູ້, ຫັນປ່ຽນໂຄງປະກອບສັດລ້ຽງ. ແທນທີ ລ້ຽງແຕ່ສັດທຳມະດາ (ຄື: ສັດປີກ, ງົວ, ໝູ…), ບັນດາແຂວງ, ນະຄອນໃນເຂດອາດຈະເລືອກສັດລ້ຽງບາງປະເພດທີ່ເໝາະສົມທີ່ບໍ່ຕ້ອງຂຶ້ນກັບແຫຼ່ງນຳ້ຫຼາຍຄື: ເປັດທະເລ, ແບ້, ກະຕ່າຍ, ນົກແອ່ນ, ໂຕເຜິ້ງ, ງູເຫຼືອມ, ງູ… ຍ້ອນສັດປະເພດນີ້ກິນນຳ້ໜ້ອຍ, ມີກຳລັງຄວາມສາມາດຮັບມືກັບເງື່ອນໄຂອາກາດທີ່ຮ້າຍແຮງ, ອາດສາມາດໝູນໃຊ້ແຫຼ່ງອາຫານທີ່ມີຢູ່ແລ້ວ. ຊຸມປີຜ່ານມາ, ເປັດທະເລທີ່ໄດ້ຮັບການລ້ຽງທົດລອງຢູ່ແຂວງ ຕ່ຽນຢາງ, ບາກລຽວ, ກຽນຢາງ ນັ້ນສະແດງໃຫ້ເຫັນວ່າມີຄວາມສາມາດຮັບມືກັບໄພແຫ້ງແລ້ງ, ນຳ້ທະເລຊຶມເຂົ້າໄດ້. ທ່ານ ຫງວຽນວັນຈ້ອງ, ຮອງຫົວໜ້າກົມລ້ຽງສັດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຖືວ່າ:
“ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ, ມີທ່າແຮງໃນການລ້ຽງສັດ. ບັນດາເປົ້າໝາຍຂອງແນວພັນລ້ຽງມີຫຼາຍປະເພດທີ່ສຸດ. ບັນຫາທີ່ໄດ້ວາງອອກນັ້ນແມ່ນບັນດາມາດຕະການ, ກ່ຽວກັບດ້ານເຕັກນິກ, ການຄຸ້ມຄອງລັດ, ການສົ່ງເສີມກະສິກຳ… ບັນດາມາດຕະການກ່ຽວກັບແນວພັນສັດລ້ຽງເປັນໜ້າເອົາໃຈໃສ່ທ່ີສຸດ. ຕ້ອງເລືອກແນວພັນໃຫ້ເໝາະສົມກັບເຂດທີ່ມີນຳ້ທະເລຊຶມເຂົ້າ. ຕ້ອງເລືອກສັດລ້ຽງໃຫ້ເໝາະສົມກັບເຂດລ້ຽງສັດນີ້”
ໄລຍະຜ່ານມາ, ສະຖາບັນລ້ຽງສັດແຫ່ງຊາດສາຂາພາກໃຕ້ ໄດ້ສະເໜີລັດຖະບານໜູນຊ່ວຍ, ສົ່ງເສີມປະຊາຊົນ, ສະຫະກອນ, ວິສາຫະກິດເຂົ້າຮ່ວມການລົງທຶນ, ສຳພັດກັບເຕັກນິກໃໝ່ເພື່ອປັບປຸງສະມັດຕະພາບ. ພ້ອມກັນນັ້ນ, ແມ່ນຄົ້ນຄ້ວາສ້າງບັນດາປະເພດແນວພັນສັດລ້ຽງຢູ່ໃນທ້ອງຖິ່ນດ້ວຍຂອບຂະໜາດໃຫຍ່ ພຽງພໍ ເພື່ອຮັບໃຊ້ວຽກງານເລືອກເຟັ້ນ ແລະ ປັບປຸງສະມັດຕະພາບຢ່າງຕໍ່ເນື່ອງ. ນີ້ແມ່ນມາດຕະການທີ່ຍືນຍົງ ເພາະວ່າໃນໄລຍະຍາວໄພນຳ້ທະເລຊຶມເຂົ້າ ຍ້ອນນຳ້ທະເລຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດແມ່ນສູງທີ່ສຸດ. ປະຊາຊົນເຂດແຄມທະເລ, ພິເສດແມ່ນຄົນທຸກຍາກ,ຈະບໍ່ມີແຫຼ່ງກຳລັງຢ່າງພຽງພໍເພື່ອຫັນປ່ຽນໂຄງປະກອບການຜະລິດກະສິກຳໄດ້, ຫາກຈຳເປັນຕ້ອງໄດ້ຮັບການໜູນຊ່ວຍຈາກລັດ. ທ່ານ ຫວູວັນຕ໋າມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢັ້ງຢືນວ່າ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະສະເໜີຕໍ່ລັດຖະບານມີການດັດປັບງົບປະມານຮັບໃຊ້ກໍ່ຄືວາງອອກບັນດາມາດຕະການດ້ານເຕັກນິກເພື່ອໃຫ້ຂະແໜງລ້ຽງສັດຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ໄດ້ຮັບການພັດທະນາໃນໄລຍະຈະມາເຖິງ:
“ກະຊວງກະສິກຳ ແລະ ພັດທະນາຊົນນະບົດຖືວ່າ ມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ ເພື່ອຟື້ນຟູພັດທະນາການລ້ຽງສັດຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ແນໃສ່ທົດແທນບັນດາຄວາມເສຍຫາຍຍ້ອນນຳ້ທະເລຊຶມເຂົ້າ ແລະ ໄພແຫ້ງແລ້ງສືບຕໍ່ຜັນແປໄປຄືໃນປີນີ້. ການລ້ຽງສັດອາດຈະແມ່ນຂົງເຂດມີແງ່ຫວັງ, ຕ້ອງຫັນຄວາມຫຍຸ້ງຍາກເປັນທ່າໄດ້ປຽບ ເພື່ອທົດແທນບັນດາຄວາມເສຍຫາຍໃນບັນດາຂົງເຂດອື່ນໆ.”
ພັດທະນາການລ້ຽງສັດຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ ຄວນໄດ້ຮັບຖືວ່າແມ່ນທ່າແຮງ. ບັນດແຂວງໃນເຂດທົ່ງພຽງແມ່ນຳ້ຂອງມີຄວາມສາມາດບົ່ມຊ້ອນຢ່າງສິ້ນເຊີ່ງ, ຖ້າຫາກຮູ້ເສີມຂະຫຍາຍທ່າແຮງຂອງແຕ່ລະທ້ອງຖິ່ນ. ປະຊາຊົນຢູ່ເຂດທົ່ງພຽງແມ່ນຳ້ຂອງຕ້ອງສ້າງໂຄງປະກອບຂະແໜງລ້ຽງສັດຄືນໃໝ່, ຖືຂະແໜງລ້ຽງສັດຄືຂະແໜງປູກຝັງ, ລ້ຽງ, ປູກສິນໃນນຳ້. ບັນດາທ້ອງຖິ່ນສຸມໃສ່ກໍ່ສ້າງບັນດາຮູບແບບການລ້ຽງສັດຮ່ວມສຳພັນຄົບວົງຈອນຈາກການຜະລິດ, ປຸງແຕ່ງຫົວອາຫານເພື່ອລ້ຽງສັດ, ສ້າງແນວພັນ, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນ. ຜ່ານນັ້ນ, ຫັນປ່ຽນການຜະລິດກະສິກຳຕາມທິດພັດທະນາຂະແໜງລ້ຽງສັດ, ສ້າງປະສິດທິຜົນດ້ານເສດຖະກິດສູງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.