ເລື່ອງລາວຢູ່ໝູ່ບ້ານປັກແສ່ວກວົດດົ້ງ, ເທື່ອງຕິ໋ນ, ຮ່າໂນ້ຍ

(vovworld) “ເອີຍນ້ອງສາວຄົນງາມ/ ເຊີນມາຢາມກວົດດົ້ງ/ ບ້ານອ້າຍມີອາຊີບປັກແສ່ວສັດດອກໄມ້/ ທິວທັດທີ່ສວຍງາມ” ບົດເພງນັ້ນປຽບເໝືອນຄຳເຊື້ອເຊີນແຂກທ່ອງທ່ຽວມາຢາມໝູ່ບ້ານອາຊີບປັກແສ່ວ ກວົດດົ້ງ, ເຊິ່ງແມ່ນໝູ່ບ້ານເຂດບ້ານນາທີ່ຫ່າງຈາກ ຮ່າໂນ້ຍ ໄປທາງທິດໃຕ້ປະມານ 25 ກມ. ໃນລາຍການມື້ນີ້, ເຊີນທ່ານຮັບຟັງບົດ “ເລື່ອງລາວຢູ່ໝູ່ບ້ານປັກແສ່ວກວົດດົ້ງ, ເທື່ອງຕິ໋ນ, ຮ່າໂນ້ຍ” ຂອງ ໂຕຕ໋ວນ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.

                    ເລື່ອງລາວຢູ່ໝູ່ບ້ານປັກແສ່ວກວົດດົ້ງ, ເທື່ອງຕິ໋ນ, ຮ່າໂນ້ຍ - ảnh 1
(ພາບປະກອບ)

      ລຽບຕາມທາງຫຼວງ 1A ເກົ່າໄປຕາມທາງທິດໃຕ້ປະມານ 25 km,  ທ່ານຈະເຫັນບັນດາ ຮ້ານຄ້າ, ເຮືອນແກ້ວທີ່ວາງສະແດງຜະລິດຕະພັນປັກແສ່ວສິລະປະຢູ່ແຄມທາງ, ສິ່ງດັ່ງກ່າວເປັນສັນຍານຊີ້ບອກໃຫ້ເຫັນວ່າທ່ານໄດ້ມາຮອດໝູ່ບ້ານອາຊີບປັກແສ່ວ ກວົດດົ້ງ ແລ້ວ. ໝູ່ບ້ານກວົດດົ້ງຕັ້ງຢູ່ແຄມທາງຫຼວງ, ຂຶ້ນກັບຕາແສງ ກວົດດົ້ງ, ເມືອງ ເທື່ອງຕິ໋ນ. ນີ້ແມ່ນບ້ານເກີດຂອງອາຊີບປັກແສ່ວທີ່ເປັນມູນເຊື້ອ ຫວຽດນາມ. ຜ່ານຫຼາຍສະຕະວັດ, ກວົດດົ໋ງ ຍັງຄົງຮັກສາຄວາມດັ້ງເດີມຂອງໝູ່ບ້ານຊົນນະບົດເຂດພາກເໜືອໄວ້ໄດ້. ໃຕ້ຕົ້ນໄຮໃຫຍ່ຕົ້ນຫົວບ້ານແມ່ນວິຫານບູຊາພະອໍລະຫັນຂອງໝູ່ບ້ານ, ຢູ່ຂ້າງແມ່ນວິຫານບູຊາພໍ່ເຖົ້າ ເລກົງແຫ່ງ, ຜູ້ທີ່ໄດ້ປະດິດອາຊີບປັກແສ່ວ ຫວຽດນາມ. ນັບແຕ່ສະຕະວັດທີ 17, ອາຊີບປັກແສ່ວໄດ້ພັດທະນາຢ່າງກວ້າງຂວາງໃນທົ່ວປະເທດ, ດັ່ງນັ້ນຜູ້ປະດິດອາຊີບປັກແສ່ວຢູ່ໝູ່ບ້ານ ກວົດດົ້ງ ກໍ່ເປັນຜູ້ປະດິດອາຊີບປັກແສ່ວລວມຂອງທົ່ວປະເທດ. ທ່ານ ຟຸ່ງວັນຮຶງ, ຜູ້ອາຍຸສູງຢູ່ບ້ານ ກວົດດົ້ງ, ເລົ່າສູ່ຟັງວ່າ:

      ວິຫານບູຊາຜູ້ປະດິດອາຊີບປັກແສ່ວຢູ່ໝູ່ບ້ານພວກຂ້າພະເຈົ້າແມ່ນມີມາກ່ອນນີ້ 200 ກວ່າປີແລ້ວ. ປະຈຸບັນ, ໃນວິຫານຍັງຄົງຮັກສາບັນດາວັດຖຸພັນອັນລຳ້ຄ່າ, ໃນນັ້ນມີສີລາເລກ ແລະ ໂຖປັກທູບບູຮານ. ແຕ່ລະປີເມື່ອຮອດວັນທີ 12/6 (ໄລ່ຕາມຈັນທະປະຕິທິນ), ແມ່ນວັນບູຊາຜູ້ປະດິດອາຊີບປັກແສ່ວ ເລກົງແຫ່ງ. ໃນວັນນີ້, ບັນດາຄະນະທີ່ມາຈາກແຂວງ, ທ້ອງຖີ່ນຕ່າງໆທີ່ເຮັດອາຊີບປັກແສ່ວລ້ວນແຕ່ມາແຫ່ງນີ້ເພື່ອຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ຜູ້ປະດິດອາຊີບປັກແສ່ວນີ້“.


ເລື່ອງລາວຢູ່ໝູ່ບ້ານປັກແສ່ວກວົດດົ້ງ, ເທື່ອງຕິ໋ນ, ຮ່າໂນ້ຍ - ảnh 2
(ພາບປະກອບ)

          ໃນຄວາມຊົງຈຳຂອງບັນດາຜູ້ມີອາຍຸສູງຢູ່ບ້ານ ກວົດດົ້ງ, ໃນຊຸມປີທີ່ອາຊີບປັກແສ່ວພັດທະນາທີ່ສຸດ, ຜະລິດຕະພັນຂອງໝູ່ບ້ານອາຊີບນີ້ໄດ້ມີຊື່ສຽງໃນທົ່ວປະເທດ, ອັນໄດ້ສະແດງໃຫ້ເຫັນຫົວຄິດປະດິດສ້າງ, ສີມືແຮງງານອັນລະອຽດລະອໍ. ນັບແຕ່ດົນນານມາແລ້ວ, ຊາວ ກວົດດົ້ງ ຍັງຄົງດຳລົງຊີວິດຕິດພັນກັບອາຊີບທີ່ເປັນມູນເຊື້ອ. ປູ່ຍ່າຕາຍາຍສອນໃຫ້ລູກຫຼານ, ສືບທອດມາຫຼາຍເຊັ່ນຄົນ ແລະ ພັດທະນາຈົນເຖິງປະຈຸບັນ. ປ້າ ບູ່ຍທິແຫ໋ງ, ຊ່າງປັກແສ່ວຜູ້ອາຍຸສູງໃນບ້ານ ໃຫ້ຮູ້ວ່າ:

       “ ຂ້າພະເຈົ້າຮຽນອາຊີບປັກແສ່ວນີ້ນັບແຕ່ເມື່ອມີອາຍຸ 8 ປີ. ບັນດາພວກຫຼານນ້ອຍໃນໝູ່ບ້ານເມື່ອມີອາຍຸ 7-8 ປີລ້ວນແຕ່ໄດ້ຮຽນປັກແສ່ວ, ຍ້ອນເຫດນັ້ນໝູ່ບ້ານຂອງພວກຂ້າພະເຈົ້າຈຶ່ງຮັກສາໄດ້ອາຊີບທີ່ເປັນມູນເຊື້ອນີ້.“

      ຢູ່ ກວົດດົ້ງ, ຕົ້ນຊຸມປີ 90 ມີຫຼາຍໂຮງງານ. ສຳລັບໂຮງງານໃຫຍ່ມີຊ່າງປັກແສ່ວແຕ່ 200 – 500 ຄົນ. ຕາມກົດເກນແຫ່ງຊີວິດການເປັນຢູ່ແລ້ວ, ເມື່ອກ້າວເຂົ້າສູ່ພື້ນຖານເສດຖະກິດການຕະຫຼາດ, ມີບາງໄລຍະ, ຄິດວ່າໝູ່ບ້ານຈະຖືກເສື່ອມຫາຍໄປ, ແຕ່ປະຊາຊົນບ້ານ ກວົດດົ້ງ ຍັງຄົງເດັດດ່ຽວຮັກສາອາຊີບຂອງຕົນໄວ້. ປະຈຸບັນ, ຄອບຄົວໃດກໍ່ມີ 2-3 ຄົນເຮັດອາຊີບນີ້. ເຮືອນຂອງນັກສິລະປະ ຫງວຽນທິຮົ່ງ ກວ້າງພຽງ 30 ຕາແມັດເທົ່ານັ້ນ, ແຕ່ເທິງຝາເຮືອນພັດແຂວນຮູບປັກແສ່ວນາໆຊະນິດ. ປ້າ ຮົ່ງ ແບ່ງປັນວ່າ:

       “ກ່ອນນີ້ຂ້າພະເຈົ້າປັກແສ່ວສະເພາະຜ້າປູບ່ອນ, ຜ້າຫົ່ມ, ໝອນ…ສົ່ງອອກໄປຍັງເອີລົບຕາເວັນອອກ. ແຕ່ເມື່ອບໍ່ສົ່ງອອກອີກ, ຂ້າພະເຈົ້າກໍ່ຫັນມາປັກແສ່ວຮູບ, ແລະ ປະຈຸບັນແມ່ນປັກແສ່ວເສື້ອຍາວ ແລະ ແຟຊັນ. ດັ່ງນັ້ນຮຽກຮ້ອງໃຫ້ມີສີມືແຮງງານສູງຄື: ເຕັກນິກປັກແສ່ວສອງໜ້າ, ປັກແສ່ວດ້ວຍໄໝຫຍິບເຫຼື້ອມ, ຕ້ອງປັກແສ່ວຄືແນວໃດໃຫ້ຜະລິດຕະພັນທັງງາມ, ທັງອ່ອນນວນ. ປະຈຸບັນໃນໝູ່ບ້ານມີຫຼາຍຄົນປັກແສ່ວ, ແຕ່ມີຫຼາຍຮູບບໍ່ແມ່ນວ່າຜູ້ໃດກໍ່ສາມາດປັກແສ່ວໄດ້“.

ເລື່ອງລາວຢູ່ໝູ່ບ້ານປັກແສ່ວກວົດດົ້ງ, ເທື່ອງຕິ໋ນ, ຮ່າໂນ້ຍ - ảnh 3
(ພາບປະກອບ)

      ບັນດາຜະລິດຕະພັນຂອງໝູ່ບ້ານປັກແສ່ວແມ່ນຮູບແສ່ວທັດສະນີຍະພາບຄື: ຕົ້ນໄຮ, ທ່ານ້ຳ, ເຮືອ, ວັດເສົາດຽວ, ວິຫານ ງອກເຊີນ, ສາລາ ຮົ່ງທ໋າຍ, ກຸງເກົ່າເຫວ໋… ເພື່ອມີບັນດາຮູບແສ່ວທັດສະນີຍະພາບທີ່ສວຍງາມ, ຊ່າງປັກແສ່ວຕ້ອງເສຍເວລານັບເປັນເດືອນ, ເລືອກເຟັ້ນເສັ້ນໄໝທີ່ມີສີຢ່າງເໝາະສົມ, ພ້ອມທັງມີຄວາມຄ່ອງແຄ້ວໃນການປັກແສ່ວອີກ. ກວົດດົ້ງ ມີນັກສິລະປະປັກແສ່ວຫຼາຍຄົນທີ່ໄດ້ຮັບຄວາມຮູ້ຈັກກັນດີໃນທົ່ວປະເທດຄື: ແມ່ເຖົ້າ ບູ່ຍເລກິ໋ງ, ຜູ້ທີ່ເຄີຍປັກແສ່ວຊຸດໂສ້ງເສື້ອໃຫ້ເຈົ້າຊີວິດ ບາວດ້າຍ ແລະ ພະລາຊີນີທາງພາກໃຕ້ ຫວຽດນາມ. ປະຈຸບັນ, ໃນໝູ່ບ້ານຍັງມີທ່ານ ທ໋າຍວັນໂບນ, ເຊິ່ງແມ່ນຜູ້ໜຶ່ງດຽວໃນໝູ່ບ້ານທີ່ໄດ້ຮັບນາມມະຍົດວ່າເປັນນັກສິລະປິນປະຊາຊົນ. ລາວເປັນຜູ້ທີ່ມີຊື່ສຽງດ້ວຍບັນດາຮູບແສ່ວບັນດາປະມຸກລັດ. ໃນນັ້ນຮູບແສ່ວເຈົ້າຊີວິດໄທ ໄດ້ຮັບການຕີລາຄາສູງຈາກວົງການນັກນິຍົມສິລະປະປັກແສ່ວສາກົນ.

      ປະຈຸບັນມີຫຼາຍຮາກຖານຢູ່ພາຍໃນປະເທດໄດ້ລົງທຶນ, ນຳເຂົ້າບັນດາເຄື່ອງຈັກປັກແສ່ວທີ່ທັນສະໄໝແລ້ວ, ແຕ່ບັນດາຜະລິດຕະພັນເຮັດດ້ວຍເຄື່ອງຈັກ, ບໍ່ສາມາດບັນລຸລະດັບລະອຽດລະອໍ ແລະ ອ່ອນນວນຄືປັກແສ່ວແບບຫັດຖະກຳໄດ້. ດັ່ງນັ້ນອາຊີບປັກແສ່ວທີ່ເປັນມູນເຊື້ອຂອງໝູ່ບ້ານ ກວົດດົ້ງ ຈຶ່ງນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ