ການເກັບກ່ຽວຢູ່ທົ່ງນາກ້ວາງໃຫຍ່ໃນແຂວງ ອານຢ່າງ
(ພາບ: baoangiang.com)
|
ຕາມການສະຖີຕິຈາກກົມປູກຝັງສັງກັດກະຊວງກະສີກຳ ແລະ ພັດທະນາ ຊົນນະບົດຫວຽດນາມແລ້ວ, ລະດູການຜະລິດລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນປີກາຍ ນີ້, ມີ 12 ແຂວງໃນຈຳນວນ 13 ແຂວງ ແລະ ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຊຶ່ງລວມມີຊາວກະສີກອນ 6.400 ຄົນເຂົ້າຮ່ວມການປະຕິບັດ “ ຮູບແບບທົ່ງນາກ້ວາງໃຫຍ່ ” ເພື່ອຜະລິດເຂົ້າໃນເນື້ອທີ່ 7.800 ແຮັກຕາ, ໃນນັ້ນ ແຂວງ ອານຢ່າງ ແມ່ນທ້ອງຖິ່ນນຳໜ້າດ້ວຍເນື້ອທີ່ເກືອບ 4.000 ແຮັກຕາ. ບັນດາຜົນສຳເລັດຂອງແຂວງ ອານຢ່າງ ແລະ ບັນດາແຂວງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ອູ່ເຂົ້າໃຫຍ່ຂອງຫວຽດນາມ, ໄດ້ປະກອບສ່ວນສຳຄັນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນ 90% ປະລິມານເຂົ້າສານສົ່ງອອກຂອງຫວຽດນາມໃນຊຸມປີທີ່ຜ່ານມາ.
ນັ່ງແຄມທົ່ງນາຂອງຕົນ, ອ້າຍ Nguyen Van Cuong ຢູ່ຕາແສງ ວິ້ງບິງ ເມືອງ ເຈົາແທ່ງ ແຂວງ ອານຢ່າງໃຫ້ຮູ້ວ່າ ຮູບແບບທົ່ງນາກ້ວາງໃຫຍ່ຖືກນຳເຂົ້າປະຕິບັດຢູ່ທ້ອງຖິ່ນນັ້ນ ປຽບເໝືອນສາຍລົມໃໝ່ພັດເຂົ້າເຂດຊົນນະບົດ. ອ້າຍໃຫ້ຮູ້ວ່າ ໄດ້ເອົາເນື້ອທີ່ດິນກວ່າ 1 ແຮັກຕາຂອງຕົນໂຮມເຂົ້າກັບທົ່ງນາໃຫຍ່ກ່ວາ 1000 ແຮັກຕາຂອງບໍລິສັດຫຸ້ນສ່ວນປ້ອງກັນພືດອານຢ່າງ. ຮູບແບບນີ້ ໄດ້ສະແດງໃຫ້ເຫັນຜົນສຳເລັດເບື້ອງຕົ້ນຂອງການສ້າງສາຍຮ່ວມສຳພັນແບບຍືນຍົງລະຫວ່າງວິສາຫະກິດກັບຊາວກະສີກອນຕາມບັນດາຂັ້ນຕອນຄົບວົງຈອນ ຂະນະທີ່ຢູ່ບັນດາເນື້ອທີ່ນາກໍພ້ອມກັນຫວ່ານກ້າໃນມື້ດຽວ, ບົວລະບັດຕົ້ນເຂົ້າຕາມມາດຖານ VietGAP. ຊາວກະສີກອນເມື່ອຈົດຊື່ເຂົ້າຮ່ວມຮູບແບບນີ້ຈະໄດ້ເຕົ້າໂຮມກັນເປັນໜ່ວຍ, ກຸ່ມຜະລິດ, ທັງໝົດລ້ວນແຕ່ມີການບັນທຶກຕິດຕາມ ຂະບວນວິວັດແຫ່ງການຜະລິດ. ນີ້ແມ່ນພື້ນຖານເພື່ອຊ່ວຍຊາວກະສີກອນຕີລາຄາຮັບຮູ້ຄຸນນະພາບເຂົ້າບັນລຸມາດຕະຖານເມື່ອມີຄວາມຕ້ອງການ. ນອກຈາກນັ້ນ, ດ້ວຍບັນດາທົ່ງນາແບບຢ່າງທີ່ກ້ວາງໃຫຍ່ນີ້, ຊາວກະສີກອນຈະໄດ້ຮັບການຊ່ວຍເຫຼືອດ້ານແນວພັນ, ຝຸ່ນ, ຢາປາບສັດຕູພືດ ແລະ ແຕ່ງຕັ້ງພະນັກງານດ້ານເຕັກນິກລົງຊີ້ນຳໂດຍກົງຢູ່ຕາມທົ່ງນາເພື່ອຊວ່ຍຊາວ ກະສີກອນ ຜະລິດເຂົ້າ. ອ້າຍ Nguyen Van Cuong ເປີດເຜີຍວ່າ
“ ເຮັດໄດ້ເຊັ່ນນັ້ນ, ຊາວກະສີກອນຈະໄດ້ຮັບຜົນປະໂຫຍດໃນ 3 ບັນຫາ. ຄ່າໃຊ້ຈາຍຫຼຸດລົງ. ຖ້າຫາກປະຕິບັດໃນເຂດປູກເຂົ້າ ແມ່ນໃນເນື້ອທີ່ 1 ແຮັກຕາກໍ່ສາມາດຫຼຸດເງິນ 3 ລ້ານດົງເມື່ອທຽບໃສ່ເຂດນອກ. ທີ່ 2 ແມ່ນໄດ້ຮູ້ຈັກກ່ຽວກັບ ບັນດາຂັ້ນຕອນດ້ານເຕັກນິກທີ່ມີລັກສະນະໝັ້ນຄົງ. ທີ່ 3 ຫຼີກລ້ຽງສະພາບລະດູການຜະລິດຖືກຕົກລາຄາ. ເພາະວ່າ ຖ້າຫາກລາຄາຕ່ຳ ແມ່ນຈະບໍ່ຂາຍ ແລະ ສົ່ງໄປອົບຢູ່ສາງ ແລະ ລໍ່ຖ້າລາຄາຂຶ້ນຈຶ່ງຂາຍ ”
ການໂຮມບັນດາເນື້ອທີ່ນາຂອງບັນດາຄອບຄົວຊາວກະສີກອນເຂົ້າກັນ ຫຼືກັບບັນດາວິສາຫະກິດແມ່ນແຜນນະໂຍບາຍໜຶ່ງທີ່ໃໝ່ອຽມ ແລະ ໄດ້ຮັບປະສິດທິຜົນສູງຈາກ ຮູບແບບທົ່ງນາກ້ວາງໃຫຍ່ ເພາະວ່າທີ່ດິນຍັງຂຶ້ນກັບການຄອບຄອງຂອງຊາວກະສີກອນແຕ່ລະຄົນ. ເມື່ອເຂົ້າຮ່ວມຮູບແບບນີ້, ຊາວກະສີກອນນຳເອົາເນື້ອທີ່ດິນຂອງຕົນຄວບເຂົ້າກັນເປັນທົ່ງນາທີ່ກ້ວາງໃຫຍ່ ເພື່ອພ້ອມກັນຜະລິດເຂົ້າດ້ວຍເຕັກນິກທີ່ກ້າວໜ້າ, ທັນສະໄໝ, ນຳມາເຊິ່ງລາຍຮັບສູງ, ຈຳກັດຄວາມສ່ຽງໃຫ້ຊາວກະສີກອນຜູ້ປູກເຂົ້າ, ສາມາດສ້າງແຫຼ່ງເຂົ້າສານໃຫຍ່ ມີຄຸນນະພາບສະໝ່ຳສະເໝີ ແລະ ມຸນຄ່າເພີ່ມສູງ. ທ່ານ Huynh The Nang ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢ່າງໃຫ້ຮູ້ວ່າ
“ ເປັນຫຍັງທົ່ງນາມີເນື້ອທີ່ 2, 3 ພັນແຮັກຕານັ້ນ, ເຮົາພັດມີຄວາມເອົາໃຈໃສ່. ຍ້ອນວ່າ ທົ່ງນານີ້ມີບາດກ້າວບຸກທະລຸຂອງວິສາຫະກິດ, ຊຶ່ງໃນນັ້ນໄດ້ສ້າງ ກຸ່ມບໍລິການກ່ຽວກັບເຂົ້າສານ. ແລະ ມີລັກສະນະຕັດສິນຊີ້ຂາດ, ເປັນພື້ນຖານ ໃຫ້ແກ່ທົ່ງນາແຫ່ງນັ້ນ, ພ້ອມກັນນັ້ນ ກໍສາມາດແກ້ໄຂ ແລະ ໃຫ້ຄຳຕອບຊຶ່ງແຕ່ ດົນນານມາແລ້ວຂະແໜງກະສີກຳຍັງບໍ່ສາມາດຕອບໄດ້, ນັ້ນຄື ເຮັດແນວໃດຊ່ວຍໃຫ້ຊາວກະສີກອນໃນການສະໜອງວັດຖຸສົ້ນເຂົ້າສຳລັບການຜະລິດເຂົ້າເວົ້າສະເພາະ ຫຼື ການຜະລິດກະສີກຳເວົ້າລວມດ້ວຍລາຄາເປັນປົກກະຕິ ແລະ ຮັບປະກັນຄຸນນະພາບ. ພ້ອມກັນນັ້ນ ແມ່ນສິດຂອງຜູ້ຜະລິດ, ຂາຍຜະລິດຕະພັນ. ວຽກງານນີ້, ແຕ່ດົນນານມາແລ້ວ ບໍ່ເຄີຍເຮັດຈັກເທື່ອ ”.
ອາດຈະເຫັນໄດ້ວ່າ ດ້ວຍ “ຮູບແບບທົ່ງນາກ້ວາງໃຫຍ່ ”ໄດ້ຮັບການປິຕິບັດທົດລອງຄັ້ງທຳອິດຢູ່ແຂວງ ອານຢ່າງ ດ້ວຍເນື້ອທີ່ 150 ແຮັກຕາ(ໃນເນື້ອທີ່ຈົດທະບຽນທັງໝົດ 1000 ແຮັກຕາ) ຢູ່ທີ່ເມືອງ ເຈົາແທ່ງ, ຖ້ວາຍເຊີນ ແລະ ຕິ້ງບຽນ ໃນລະດູການຜະລິດເຂົ້າລະດູໜາວຕໍ່ລະດູບານໃໝ່ທີ່ຜ່ານມາ ໄດ້ເປັນການຢືນຢັນວ່າ ການຄວບເນື້ອທີ່ດິນຢ່າງພິບໄຫວຂອງ “ຮູບແບບທົ່ງນາກ້ວາງໃຫຍ່” ໄດ້ປະສົບຜົນສຳເລັດ. ທ່ານ Huynh Van Thon ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນປ້ອງກັນພືດ ອານຢ່າງ ຊຶ່ງແມ່ນຫົວໜ່ວຍເຂົ້າຮ່ວມ“ຮູບແບບທົ່ງນາກ້ວາງໃຫຍ່” ໃຫ້ຮູ້ວ່າ ດ້ວຍວິທີທຳມາຫາກິນໃໝ່ນີ້, ໄດ້ນຳມາເຊິ່ງລາຍຮັບສູງໃຫ້ແກ່ຜູ້ປູກເຂົ້າ ແລະ ສາມາດສ້າງແຫຼ່ງຜະລິດຕະພັນກະເສດຢ່າງຫຼວງຫຼາຍ, ມີຄຸນນະພາບສະໝ່ຳສະເໝີ ແລະ ສ້າງມຸນຄ່າເພີ່ມສູງ. ທ່ານ Huynh Van Thon ໃຫ້ຮູ້ວ່າ:
“ ການຈຳໜ່າຍເຂົ້າສານໃຫ້ແກ່ພໍ່ແມ່ປະຊາຊົນໄດ້ກາຍເປັນຄວາມມຸ່ງຫວັງຂອງພວກເຮົາ. ແລະ ຖ້າຫາກບໍ່ສາມາດເຮັດໄດ້ນັ້ນ ກໍເຮັດໃຫ້ເຮົາເປັນຫ່ວງຫຼາຍ. ເພື່ອເຮັດວຽກງານນີ້ໃຫ້ໄດ້, ພວກຂ້າພະເຈົ້າມີຄວາມຫວັງຢາກຍົກສູງປະສິດທິຜົນຂອງອາຊີບປູກເຂົ້າ. ເຮັດແນວໃດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກ ລຳບາກໃຫ້ແກ່ພໍ່ແມ່ປະຊາຊົນ, ອີກດ້ານໜຶ່ງແມ່ນເພື່ອຍົກສູງຄຸນຄ່າຂອງເຂົ້າສານ. ສຸດທ້າຍແມ່ນວາງທີ່ຕັ້ງຂອງຊາວກະສີກອນເປັນເຈົ້າຂອງພື້ນຖານກະສີກຳ, ເປັນເຈົ້າຂອງຊົນນະບົດ. ”
ຜົນສຳເລັດໃນເບື້ອງຕົ້ນຂອງ “ຮູບແບບທົ່ງນາກ້ວາງໃຫຍ່” ຊຶ່ງໄດ້ຮັບການປະຕິບັດຢູ່ແຂວງ ອານຢ່າງ ແລະ ບາງທ້ອງຖິ່ນໃນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ເປັນບົດຮຽນທີ່ດີ. ກ່ອນອື່ນໝົດແມ່ນແຜນນະໂຍບາຍຂອງພັກ ແລະ ລັດ ມີຄວາມຖືກຕ້ອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່, ການນຳພາ, ຄຸ້ມຄອງບໍລິຫານຂອງຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ທັງແໜ້ນແຟ້ນ ທັງມີໄຫວພິບ, ມີສະຕິຮັບຜີດຊອບ, ຄວາມເຊື່ອໝັ້ນ ແລະ ການຮ່ວມມືຂອງຊາວກະສີກອນສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ. ພິເສດ ການຮ່ວມສຳພັນລະຫວ່າງ ລັດກັບຊາວກະສີກອນ, ນັກວິທະຍາສາດ, ນັກທຸລະກິດ ຖືກຮັດແໜ້ນ ແລະ ມີປະສິດທິຜົນ. ເຖິງເວລາແລ້ວທີ່ຊາວກະສີກອນບໍ່ອາດທຳມາຫາກິນຕາມແບບເກົ່າ, ຫາກຕ້ອງມີການຮ່ວມມື, ຮ່ວມສຳພັນຢ່າງແໜ້ນແຟ້ນເພື່ອສ້າງຄວາມຮັ່ງມີ ແລະ ຍົກສູງຄຸນນະພາບເຂົ້າສານຫວຽດນາມ.