(vovworld) - ສຳລັບໝູ່ບ້ານ ຫວຽດ ແລ້ວ, ສັນຍາລັກແຫ່ງການປົກຄອງດ້ວຍຕົນເອງ ແມ່ນສຸມໄມ້ໄຜ່ຢູ່ອ້ອມໝູ່ບ້ານ ແລະ ປະຕູໂຂງ. ສຳລັບປະຊາຊົນຢູ່ໝູ່ບ້ານຫວຽດກ່ອນ, ການດຳລົງຊີວິດຂອງເຂົາເຈົ້າລ້ວນແຕ່ດຳເນີນພາຍໃນສຸມໃມ້ໄຜ່. ຍ້ອນເຫດນັ້ນ, ໝູ່ບ້ານແມ່ນອົງການຈັດຕັ້ງສັງຄົມແບບວົງປິດພໍສົມຄວນ, ຈາກນັ້ນສ້າງເປັນມູນເຊື້ອມາແຕ່ດົນນານ, ນັ້ນແມ່ນສະຕິເປັນເອກະລາດ, ການຈັດຕັ້ງບ່ອນຢູ່ອາໄສຂອງວົງຄະນະຍາດຢ່າງແໜ້ນແຟ້ນ ແລະ ເປັນປົກກະຕິ. ໂຕຕວນ, ນັກຂ່າວ VOV ມີບົດຂຽນ “ໂຄງປະກອບ, ການຈັດຕັ້ງບ່ອນຢູ່ອາໄສຂອງໝູ່ບ້ານ ຫວຽດ”
ສຸມໄມ້ໄຜ່
|
ການຈັດຕັ້ງປະຊາຄົມຂອງໝູ່ບ້ານ ຫວຽດ ມີລັກສະນະແບບວົງປິດໂດຍພື້ນຖານ. ໂຄງປະກອບໝູ່ບ້ານ ຫວຽດ ປະກອບດ້ວຍຫຼາຍບ້ານ, ຮ່ອມບ້ານ. ການຈັດຕັ້ງໝູ່ບ້ານກໍ່ມີຫຼາຍຮູບແບບ. ໝູ່ບ້ານຕາມເລືອດເນື້ອ ເຊື້ອສາຍ, ວົງຕະກຸນດຽວກັນ, ໝູ່ບ້ານທີ່ມີອາຊີບດຽວກັນ, ເຕົ້າໂຮມກັນເປັນສະມາຄົມ, ໝູ່ບ້ານອາຊີບຫັດຖະກຳ… ຜ່ານການເວລາ, ແບບແຜນດຳລົງຊີວິດ ແລະ ໃນການຜະລິດໄດ້ສ້າງເປັນສະຕິການຈັດຕັ້ງວົງຄະນະຍາດສັງຄົມໃນບັນດາໝູ່ບ້ານ. ນັກສາຖາປານິກ ຫງວຽນຮ່ວາຍວຽດ, ຢູ່ໝູ່ບ້ານເອືອກເລ້, ຊານນະຄອນຫຼວງ ຮ່າໂນ້ຍ, ໄດ້ແບ່ງປັນວ່າ:
“ບັນດາໝູ່ບ້ານ ຫວຽດ ເຄີຍຈັດຕັ້ງບ່ອນຢູ່ອາໄສທີ່ເໝາະສົມກັບວຽກງານ. ສຳລັບບັນດາໝູ່ບ້ານຜະລິດກະສິກຳເປັນຕົ້ນ, ການຈັດຕັ້ງບ່ອນຢູ່ອາໄສ, ເສັ້ນທາງເຂົ້າບ້ານ, ຮ່ອມບ້ານ… ລ້ວນແຕ່ມຸ່ງໄປເຖິງເຂດທົ່ງນາ, ເພື່ອສ້າງຄວາມສະດວກໃຫ້ແກ່ການຜະລິດ: ການຂົນສົ່ງເຂົ້າ, ການລ້ຽງງົວ, ລ້ຽງຄວາຍ.”
ດ້ວຍບັນດາລັກສະນະດັ່ງກ່າວ, ການຈັດຕັ້ງແບບແຜນການດຳລົງຊີວິດຂອງໝູ່ບ້ານ ຫວຽດນາມ ຍາມໃດກໍ່ອີງຕາມຫຼັກການ: ເຄົາລົບນ້ຳໃຈຮັກແພງ, ດຳລົງຊີວິດແບບຄົງທີ່, ບໍ່ມັກຍ້າຍໄປບ່ອນຢູ່, ຖືວົງຕະກຸນ, ຍາດຕິພີ່ນ້ອງບ້ານໃກ້ເຮືອນຄຽງເປັນສາຍພົວພັນ ແລະ ຈີນຕະນາການແບບແຜນດຳລົງຊີວິດມີລັກສະນະເປັນບົດຮຽນ. ຊາວ ຫວຽດ ດຳລົງຊີວິດໃນໝູ່ບ້ານດຽວກັນ, ຢູ່ບ້ານຕ່າງໆ ເຖິງວ່າບໍ່ມີການພົວພັນເລືອດເນື້ອເຊື້ອສາຍດຽວກັນ ແຕ່ເຂົາເຈົ້າຍັງມີການພົວພັນຢ່າງແໜ້ນແຟ້ນນຳກັນ ສ້າງເປັນສາຍພົວພັນຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ເຊິ່ງສະແດງອອກໃນຄຳເວົ້າທີ່ວ່າ: “ຍາມຕົກທຸກໄດ້ຍາກ ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຈາກບ້ານໃກ້ເຮືອນຄຽງ” ແລະ “ພີ່ນ້ອງຢູ່ໄກກໍ່ບໍ່ເທົ່າເພື່ອນຢູ່ບ້ານໃກ້”. ສິ່ງທີ່ຊາວ ຫວຽດ ຢ້ານທີ່ສຸດນັ້ນແມ່ນຖືກຂັບໄລ່ອອກຈາກໝູ່ບ້ານ, ບໍ່ຢາກປະລະເຮືອນຊານ, ໝູ່ບ້ານໄປອາໄສຢູ່ບ່ອນອື່ນ. ໝູ່ບ້ານແມ່ນບ່ອນດຳລົງຊີວິດ, ແມ່ນບ່ອນທີ່ທຸກໆຄົນມີຄວາມສະໜິດຕິດພັນນຳກັນດ້ວຍສາຍພົວພັນເລືອດເນື້ອເຊື່ອສາຍດຽວກັນ, ການພົວພັນໃນວົງຄະນະຍາດ ແລະ ການພົວພັນໃນການຜະລິດ.
ມີຫຼັກການສຳຄັນໜຶ່ງອີກທີ່ສ້າງເປັນໝູ່ບ້ານທີ່ມີລັກສະນະວົງຄະນະຍາດເນັ້ນແມ່ນບັນດາສັນຍາລັກທີ່ເປັນມູນເຊື້ອຄື: ຕົ້ນໄຮ, ທ່ານ້ຳ, ເດີນສາລາ. ບັນດາໝູ່ບ້ານຂອງຊາວ ຫວຽດນາມ ເກືອບທັງໝົດລ້ວນແຕ່ເຕົ້າໂຮມທັງ 3 ສັນຍາລັກດັ່ງກ່າວ. ເຖິງວ່າຈະໄດ້ໄປຢູ່ໄກເທົ່າໃດອາໄສ, ເຮັດວຽກຢູ່ບ່ອນໃດ ເມື່ອກັບເມືອບ້ານ, ຮູບພາບທຳອິດທີ່ເຂົາເຈົ້າຢາກໄດ້ເຫັນນັ້ນແມ່ນປະຕູໂຂງ ແລະ ຕົ້ນໄຮ ຢູ່ຫົວໝູ່ບ້ານ. ປະຕູໂຂງແມ່ນບ່ອນພົວພັນແລກປ່ຽນລະຫວ່າງໝູ່ບ້ານກັບໂລກພາຍນອກ. ປະຕູໂຂງແມ່ນສັນຍາລັກ, ສະແດງໃຫ້ເຫັນຄວາມງາມ, ແບບແຜນດຳລົງຊີວິດ, ຄວາມເອກອ້າງທະນົງໃຈຂອງໝູ່ບ້ານ. ທ່ານໂຕຊວນຖັງ, ຢູ່ ແຄ໋ງເວີນ, ເຊິ່ງແມ່ນໝູ່ບ້ານບູຮານຢູ່ແຂວງ ຮ່າໄຕ ເກົ່າ (ຊານນະຄອນ ຮ່າໂນ້ຍ) ມີຄວາມເຂົ້າໃຈແຈ້ງກ່ຽວກັບປະຫວັດສາດ, ບ່ອນຢູ່ອາໄສຂອງໝູ່ບ້ານຕົນ:
“ບ້ານເກີດຂອງຂ້າພະເຈົ້າມີຊື່ວ່າ ແຄ໋ງເວີນ. ແຄ໋ງເວີນມີຄວາມໝາຍວ່າເມກງາມ. ຕາມເລື່ອງລາວກ່ຽວກັບບ້ານນີ້ແລ້ວ, ເມື່ອເຈົ້າຊີວິດເລ ເຄື່ອນພົນຜ່ານໝູ່ບ້ານນີ້, ເຫັນວ່າມີກ້ອນເມກທີ່ສວຍງາມເຊິ່ງໄດ້ປົກປິດໃຫ້ທັງກອງທັບ, ເພິ່ນຈຶ່ງຕັ້ງຊື່ໃຫ້ໝູ່ບ້ານນີ້ວ່າ ແຄ໋ງເວີນ. ໝູ່ບ້ານແຄ໋ງເວີນ ຕັ້ງຢູ່ແຄມແມ່ນຳ້ ໂຕລີກ, ມີຄວາມງາມແບບສະຫງົບງຽບ, ໝູ່ບ້ານກ້ວາງພໍສົມຄວນ, ປະຊາຊົນໃນໝູ່ບ້ານຫຼາຍລຸ້ນຄົນມີຄວາມສະໜິດຕິດພັນກັບທຳມະຊາດ ແລະ ມີວິຖີແບບແຜນການດຳລົງຊິວິດແບບສະບາຍໃຈ.”
ຮູບພາບທ່ານ້ຳ, ຕົ້ນໄຮໃນໝູ່ບ້ານ ຫວຽດນາມ
|
ນອກຈາກກັບຕົ້ນໄຮ, ປະຕູໂຂງ, ທ່ານຳ້ແລ້ວ, ອາດຈະມີແມ່ນ້ຳຕອນໜຶ່ງ ໄຫຼຜ່ານໝູ່ບ້ານ ຫຼື ໜອງໃຫຍ່ແຫ່ງໜຶ່ງ ມີແມ່ນບ່ອນພົບປະແລກປ່ຽນ, ໂອ້ລົມຂອງພວກແມ່ຍິງ ໃນການເຄ່ື່ອນໄຫວດຳລົງຊີວິດ... ຖ້າຫາກວ່າທ່ານຳ້ແມ່ນບ່ອນ ເນີນຊີວິດຂອງພວກເອື້ອຍແມ່ຍິງນັ້ນ, ເດີນສາລາແມ່ນສະຖານທີ່ດຳເນີນຊີວິດຂອງ ຜູ້ຊາຍໃນໝູ່ບ້ານ. ສາລາບ້ານແມ່ນຈຸດໃຈກາງຂອງໝູ່ບ້ານຫວຽດ. ທັງໝົດວຽກງານ ສຳຄັນທັງໝົດໃນໝູ່ບ້ານລ້ວນແຕ່ໄດ້ຮັບການຈັດຕັ້ງຢູ່ທີ່ນີ້ຄື: ການປະຊຸມກ່ຽວກັບວຽກງານຂອງໝູ່ບ້ານການພິພາກສາ, ການຕ້ອນຮັບແຂກ, ຈັດງານບຸນ, ວັດທະນະທຳສີລະປະ, ການບັນເທິງ. ສາລາບ້ານແມ່ນບ່ອນເຕົ້າໂຮມຂອງບັນດາຜູ້ອາຍຸສູງ, ບັນດາຜູ້ມີອິດທິພົນຊື່ສຽງຂອງໝູ່ບ້ານແມ່ນຜູ້ຍົກອອກມາບັນດາຄຳຕັດສິນສຳຄັນ ຂອງໝູ່ບ້ານເພື່ອແນໃສ່ຮັກສາຮີດຄອງປະເພນີ, ຄວາມເປັນລະບຽບຮຽບຮ້ອຍ, ແບບແຜນການດຳລົງຊີວິດ ຂອງໝູ່ບ້ານ.
ໃນສັງຄົມທີ່ທັນສະໄໝປະຈຸບັນ, ໂຄງປະກອບ, ການຈັດຕັ້ງໝູ່ບ້ານຫວຽດ ໄດ້ປ່ຽນແປງ ສ່ວນໃດສ່ວນໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຈຸດທີ່ເປັນເອກະລັກສະເພາະ ອັນດີງາມເຊິ່ງມີມານັບພັນປີໃນວັດທະນະທຳຂອງໝູ່ບ້ານ ຫວຽດ ຍັງຄົງຕົວ ແລະ ໄດ້ຮັບການສືບ ທອດ ແລະ ເສີມຂະຫຍາຍ. ໃນຈິດໃຈຂອງຊາວ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ມຸ່ງໄປເຖິງ ໝູ່ບ້ານແຫ່ງຄວາມຮັກຂອງຕົນ, ວົງຄະນະຍາດທີ່ມີຄວາມຊິນເຄີຍຂອງຕົນ. ເຖິງວ່າຈະໄປໄສຢູ່ບ່ອນ ໃດກໍ່ຕາມແຕ່ຍາມໃດຊາວຫວຽດ ກໍ່ມີນຳ້ໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະ ກັນກໍຄື ສະຕິກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນັ້ນກໍ່ແມ່ນມູນເຊື້ອອັນດີງາມຂອງເຂດບ້ານນາ, ຂອງຊາວ ຫວຽດນາມ.