(VOVWORLD) - ໝູ່ບ້ານ ດົງຫງາກ ມີຊື່ເປັນພາສານົມວ່າ ໝູ່ບ້ານເເຫວ, ປັດຈຸບັນຂຶ້ນກັບເມືອງ ຕື່ລຽມເໜືອ, ນະຄອນ ຮ່າໂນ້ຍ. ໝູ່ບ້ານ ດົງຫງາກ ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາກິດຈະກຳ ສະຖາປັດຕະຍະກຳທີ່ເຂັ້ມຄົ້ນໄປດ້ວຍສີສັນເຂດບ້ານນາທາງພາກເໜືອເທົ່ານັ້ນ
ຫາກຍັງເປັນແຫ່ງທີ່ມີຜູ້ຮຽນເກັ່ງ, ມີລະດັບຄວາມຮູ້ສູງຫຼາຍຄົນອີກດ້ວຍ. ນີ້ແມ່ນໝູ່ບ້ານທີ່ມີປະລິຍາເອກຫຼາຍຄົນຢູ່ເມືອງຫຼວງ ທັງລອງ.
ໝູ່ບ້ານ ດົງຫງາກ |
ລາຊະວົງໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າ, ໝູ່ບ້ານໃດມີປະລິຍາເອກແຕ່ 10 ຄົນຂຶ້ນໄປຈະໄດ້ຮັບຖືວ່າແມ່ນໝູ່ບ້ານໄດ້ຮັບຜົນງານໃນການສອບເສັງ. ໃນສະໄໝສັກດີນາ, ນັບແຕ່ສະໄໝລາຊະວົງຫຼີ (1010-1225) ເຖິງສະໄໝລາຊະວົງ ຫງວຽນ (1802-1945), ຫວຽດນາມ ໄດ້ມີ 20 ໝູ່ບ້ານໄດ້ຮັບຜົນງານໃນການສອບເສັງ. ເຖິງວ່າບໍ່ມີຜູ້ໃດເສັງໄດ້ປະລິຍາເອກດ້ວຍຄະແນນສູງສຸດກໍ່ຕາມ, ແຕ່ ດົງຫງາກ ຍັງຄົງແມ່ນໜຶ່ງໃນບັນດາໝູ່ບ້ານທີ່ດີເດັ່ນ ດ້ວຍປະລິຍາເອກ 22 ຄົນ. ວົງຕະກຸນໃດໃນໝູ່ບ້ານກໍ່ມີຜູ້ເສັງໄດ້ລະດັບ ປະລິຍາເອກ. ໜ້ອຍທີ່ສຸດກໍ່ມີປະລິຍາເອກ 1 ຄົນ, ແລະ ຫຼາຍທີ່ສຸດແມ່ນມີ 9 ຄົນຄືໃນວົງຕະກຸນ ຟ້າມ. ທ່ານ ຟ້າມກວາງດ້າຍ, ຜູ້ມີອາຍຸສູງໃນໝູ່ບ້ານເລົ່າສູ່ຟັງວ່າ
“ປະລິຍາເອກຜູ້ທຳອິດແມ່ນພໍ່ຕູ້ ຟານຟູຕຽນ, ໃນສະໄໝລາຊະວົງເຈິ່ນ ປີ 1396. ເມື່ອຮອດສະໄໝລາຊະວົງ ເລ ປີ 1429, ເຈົ້າຊີວິດໄດ້ເປີດການສອບເສັງປະລິຍາເອ ເພື່ອເລືອກເຟັ້ນຜູ້ມີຄວາມປີຊາສາມາດ. ເວລານັ້ນພໍ່ຕູ້ ຟານຟູຕຽນ ກໍ່ເຂົ້າຮ່ວມການເສັງ ແລະ ກາຍເປັນປະລິຍາເອກອີກເທື່ອໜຶ່ງ, ໝາຍຄວາມວ່າລາວໄດ້ເປັນປະລິຍາເອກສອງເທື່ອ. ໝູ່ບ້ານນີ້ໄດ້ຍ້ອງຍໍພໍ່ຕູ້ ຟານຟູຕຽນ ເປັນປະລິຍາເອກຜູ້ທຳອິດຂອງໝູ່ບ້ານ, ທັງເປັນປະລິຍາເອກໃນສອງສະໄໝລາຊະວົງ ເຈິ່ນ ແລະ ລາຊະວົງ ເລ. ໝູ່ບ້ານມີປະລິຍາເອກທັງໝົດ 22 ຄົນ, ຢືນອັນດັບ 3 ທົ່ວປະເທດໃນສະໄໝສັກດີນາກ່ຽວກັບຈຳນວນປະລິຍາເອກ, ຖັດຈາກໝູ່ບ້ານ ໂມແຈກ ຢູ່ ຫາຍເຢືອງ (ມີປະລິຍາເອກ 36 ຄົນ), ໝູ່ບ້ານ ກິມໂດຍ ຢູ່ ບັກນິງ (ມີປະລິຍາເອກ 25 ຄົນ)“.
ໝູ່ບ້ານ ດົງຫງາກ |
ດົງຫງາກ ໄດ້ກຳເນີດຜູ້ທີ່ມີຊື່ສຽງຫຼາຍຄົນ, ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນຫຼາຍຂົງເຂດໃຫ້ແກ່ປະເທດຊາດ. ໝູ່ບ້ານ ດົງຫງາກ ໄດ້ຮັບນາມມະຍົດໃນສະໄໝສັກດີນາວ່າເປັນ “ໝູ່ບ້ານມີຮີດຄອງປະເພນີທີ່ດີ“ ນີ້ແມ່ນນາມມະຍົດອັນສູງສົ່ງເຊິ່ງລາຊະວົງມອບໃຫ້ບັນດາໝູ່ບ້ານທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ລາຊະວົງ. ໃນນັ້ນພົ້ນເດັ່ນແມ່ນຕ້ອງເວົ້າເຖິງພໍ່ຈູ້ ໂດເທ໋ຢາຍ, ເຊິ່ງແມ່ນອາດຍາສະໄໝລາຊະວົງ ເລ. ທ່ານ ໂດກວົກຫຽນ, ຫົວໜ້າວົງຕະກຸນ ໂດ, ໃນໝູ່ບ້ານ ດົງຫງາກ, ໃຫ້ຮູ້ວ່າ:
“ພໍ່ຕູ້ເສັງໄດ້ປິນຍາຕີ ແລະ ໄດ້ຮັບນາມມະຍົດວ່າ ປະລິຍາເອກ. ພໍ່ເຖົ້າ ໂດດ້າຍເວືອງ ເປັນອາດຍາເຈົ້ານາຍຜູ້ສັດຊື່ບໍລິສຸດໃນສະໄໝເຈົ້າຊີວິດ ເລແກງຮຶງ ປີ 1760. ດັ່ງນັ້ນທ່ານຈຶ່ງເປັນຜູ້ໜຶ່ງດຽວທີ່ໄດ້ຮັບຕຳແໜ່ງຂຸນເຂືອກ. ເມື່ອທ່ານເຖິງແກ່ມໍລະນະກຳ, ບໍ່ພຽງແຕ່ລູກຫຼານມີພັນທະຈັດພິທີບູຊາເທົ່ານັ້ນ, ຫາກໄທບ້ານກໍ່ຕ້ອງຈັດພິທີບູຊາພໍ່ເຖົ້າອີກດ້ວຍ, ຍ້ອນທ່ານໄດ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງຕໍ່ວົງຕະກຸນ ແລະ ປະເທດຊາດ“.
ໝູ່ບ້ານ ດົງຫງາກ |
ປະຕູໂຂງໝູ່ບ້ານ ແລະ ຮ່ອມບ້ານເກືອບທັງໝົດຢູ່ ດົງຫງາກ ລ້ວນແຕ່ມີສານ, ປື້ມ, ປາກກາ, ສະແດງໃຫ້ເຫັນຈິດໃຈມັກຮຽນ, ຫຼືມີບັນດາຄຳຜະຫຍາເພື່ອຕັກເຕືອນລູກຫຼານດຸໝັ່ນຮຳ່ຮຽນຕາມແບບຢ່າງຂອງບັນພະບຸລຸດ, ເສີມຂະຫຍາຍມູນເຊື້ອຂອງຄອບຄົວ, ວົງຕະກຸນ. ມູນເຊື້ອມັກຮຳ່ມັກຮຽນຂອງຊາວ ດົງຫງາກ ແມ່ນຫາຍາກທີ່ສຸດແລະ ບໍ່ເຄີຍມີຢູ່ບ່ອນອື່ນ. ທ່ານ ຟ້າມກວາງດ້າຍ, ໃຫ້ຮູ້ວ່າ:
“ທັງໝູ່ບ້ານໄປຮຽນ, ຄອບຄົວນີ້, ວົງຕະກຸນນີ້ແຂ່ງຂັນກັບຄອບຄົວອື່ນ, ວົງຕະກຸນອື່ນ. ມູນເຊື້ອນັ້ນໄດ້ຮັບການສືບທອດແຕ່ລຸ້ນນີ້ເຖິງລຸ້ນຕໍ່ໆໄປ. ມີແບບຢ່າງມັກຮຽນທີ່ດີເດັ່ນຫຼາຍຄົນຄືພໍ່ຕູ້ ຟ້າມກວາງແຈກ, ເວລາຮຽນເຄີຍຍ່າງໄປອ້ອມບັນດາຕົ້ນໝາກໃນສວນຈົນຕົ້ນໝາກກ້ຽງຊິດຍ້ອນມືຈັບໃສ່ຫຼາຍໂພດ. ສ່ວນພໍ່ຕູ້ ຟ້າມກວາງເມີ້ນ, ພາຍຫຼັງເສັງໄດ້ເປັນປະລິຍາເອກແລ້ວ, ເຈົ້າຊີວິດຖາມຮຽນຈາກໃສຄືວ່າເກັ່ງແທ້, ພໍ່ຕູ້ກໍ່ຕອບວ່າຮຽນຈາກພໍ່ຂອງຕົນ. ຫຼືພໍ່ຕູ້ ຟ້າມກວົກຮ່ວານກໍ່ໄດ້ຮຽນຈາກພໍ່ປູ່ແລະ ພໍ່ຂອງຕົນ ແລ້ວເສັງໄດ້ ເປັນປະລິຍາເອກ “.
ໝູ່ບ້ານ ດົງຫງາກ |
ໂດຍສືບທອດມູນເຊື້ອຈາກພໍ່ເຖົ້າ, ແລະ ພໍ່ຂອງຕົນ, ປັດຈຸບັນ, ໝູ່ບ້ານ ດົງຫງາກ ໄດ້ມີປະລິຍາເອກປະມານ 100 ຄົນ. ມີບາງຄົນໄດ້ກາຍເປັນການນຳຂັ້ນສູງຂອງລັດ, ບັນດານັກການເມືອງ, ນັກຮັກຊາດເຊິ່ງປະຫວັດສາດໄດ້ຈົດຊື່ໄວ້ຄື: ປັນຍາຊົນ ຮ່ວາງຕັງບີ໋, ປະລິຍາເອກ ຟານວັນເຈື່ອງ, ລັດຖະມົນຕີກະຊວງວັດທະນະທຳ ຮ່ວາງມິງຢ໋າມ, ອະດີດຮອງນາຍົກລັດຖະມົນຕີ ຟ້າມຢາຄຽມ.
ດົງຫງົກ, ດ້ວຍມູນເຊື້ອມັກຮຽນແມ່ນຈຸດທີ່ດີງາມຂອງອະລິຍະທຳ ທັງລອງ - ຮ່າໂນ້ຍ. ໄດ້ຮັບຜົນງານດັ່ງກ່າວແມ່ນຍ້ອນມີນິດໄສດຸໝັ່ນຂະຫັຍນພຽນ, ມີສະຕິສູ້ຊົນຮຳ່ຮຽນຂອງຊາວ ດງຫງາກ ແຕ່ລະຄົນ. ຊາວ ດົງຫງາກ ຍາມໃດກໍ່ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນຂອງຕົນ.