ກ່ອນນີ້ ກວ່າເຄິ່ງສະຕະວັດ, ເມື່ອເຕື້ອງເຖິງໝູ່ບ້ານ ຫວູດ້າຍ, ຜູ້ຄົນທັງຫຼາຍເຄີຍຄິດເຖິງບົດປະພັນວັນນະຄະດີທີ່ມີຊື່ສຽງ ”ໝູ່ບ້ານ ຫວູດ້າຍ ວັນນັ້ນ” ຂອງນັກປະພັນ ນາມກາວ. ໃນແນວຄວາມຄິດຂອງຫຼາຍຄົນ, ຫວູດ້າຍ ເວລານັ້ນ ແມ່ນໝູ່ບ້ານທີ່ທຸກຍາກ. ແຕ່ປະຈຸບັນ, ໝູ່ບ້ານ ຫວູດ້າຍ ໄດ້ມີການປ່ຽນແປງຫຼາຍຢ່າງ, ບໍ່ສະເພາະແຕ່ດ້ານທັດສະນີຍະພາບເທົ່ານັ້ນ, ຫາກໝູ່ບ້ານນີ້ຍັງມີຊື່ສຽງດ້ວຍອາຫານຕົ້ມເຄັມປາອີກດ້ວຍ. ແຕ່ລະເທື່ອ, ເມື່ອບຸນປີໃໝ່ປະຈຳຊາດວຽນມາ, ຜູ້ຄົນ,ລົດລາງ ເປັນຈຳນວນຫຼວງຫຼາຍໄດ້ຫຼັ່ງໄຫຼກັນມາແຫ່ງນີ້ຢ່າງຄຶກຄາໜາແໜ້ນເພື່ອຈ່ອງຊື້ຕົ້ມເຄັມປາ, ແລະອາຫານເຍື່ອງນີ້ໄດ້ເຮັດໃຫ້ໂສມໜ້າຂອງໝູ່ບ້ານ ຫວູດ້າຍ ມີການປ່ຽນແປງຢ່າງແທ້ຈິງ.
( ພາບ http://dantri.com.vn)
ຕາມບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານແລ້ວ, ຫວູດ້າຍ ຫຼືເອີ້ນວ່າໝູ່ບ້ານ ດ້າຍຮ່ວາງ ຂື້ນກັບຕາແສງ ເຍິນເຮົ້າ, ເມືອງ ຫຼີເຍິນ, ແຂວງ ຮ່ານາມ. ໃນເມື່ອກ່ອນ ແມ່ນໝູ່ບ້ານທຸກຍາກທີ່ສຸດໃນເຂດ. ປາຕົ້ມເຄັມແມ່ນປະກົດມີແຕ່ສະໄໝທີ່ຍັງທຸກຍາກ, ອຶດຫີວນັ້ນ. ຫວູດ້າຍ ແມ່ນເຂດດິນພື້ນທີ່ຕຳ່ ບໍ່ສາມາດປູກເຂົ້າ ຫຼື ລ້ຽງສັດໄດ້, ດັ່ງນັ້ນຊີ້ນໝູ, ຊີ້ນໄກ່ໃນເມື່ອກ່ອນຫາຍາກທີ່ສຸດ. ຍ້ອນບໍ່ມີຊີ້ນເພື່ອກິນ, ປະຊາຊົນຈຶ່ງຕ້ອງຊອກຫາວິທີຕົ້ມເຄັມປາເປັນອາຫານພິເສດເພື່ອເຮັດໃຫ້ຄາບເຂົ້າໃນໂອກາດບຸນປີໃໝ່ປະຈຳຊາດແຊບກວ່າທຸກວັນ. ທ່ານ ເຈິ່ນບ໋າລ້ວນ, ຜູ້ມີອາຍຸສູງໃນໝູ່ບ້ານເລົ່າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວຂອງທ່ານທຸກຍາກຫຼາຍ, ດັ່ງນັ້ນພໍ່ຂອງທ່ານຈຶ່ງຕ້ອງຮັບຈ້າງຄົວກິນໃຫ້ຄົນຝລັ່ງ. ປີ 1954, ພວກລ່າເມືອງຂຶ້ນປະລາໄຊ, ຖອນອອກຈາກຫວຽດນາມ, ພໍ່ຂອງລາວຈຶ່ງຫັນໄປເຮັດອາຊີບຂາຍໝໍ້ດິນຈາກແຂວງ ແທງຮ໋ວາ. ດ້ວຍຄວາມຮູ້ກ່ຽວກັບການຄົວກິນ, ດັ່ງນັ້ນ, ເມື່ອກັບເມືອບ້ານຕ້ອນຮັບບຸນປີໃໝ່, ແຕ່ລະເທື່ອທ່ານກໍ່ຕົ້ມ ເຄັມປາໃຫ້ທັງຄອບຄົວກິນ. ແຕ່ສິ່ງທີ່ສ້າງຄວາມແປກປະຫຼາດທີ່ສຸດນັ້ນແມ່ນ, ເມື່ອຕົ້ມເຄັມປາໃນໝໍ້ດິນທີ່ນຳມາຈາກແຂວງ ແທງຮ່ວາ ກໍ່ຮູ້ສຶກວ່າມັນມີລົດຊາດແຊບນົວພິເສດ. ໃນເບື້ອງຕົ້ນຄອບຄົວທ່ານເຄີຍນຳເອົາ ຕົ້ມເຄັມປາໄປມອບເປັນຂອງຂວັນໃຫ້ຍາດຕິພີ່ນ້ອງ ແລະ ເພື່ອນມິດ. ຕໍ່ມາຫຼາຍຄົນກໍ່ຢາກມາຊື້, ດັ່ງນັ້ນຈຶ່ງຄ່ອຍໆສ້າງເປັນອາຊີບຕົ້ມ ເຄັມປາ. ມາຮອດປະຈຸບັນ, ເຄັດລັບຕົ້ມເຄັມປາໄດ້ສ້າງເປັນເຄື່ອງໝາຍການຄ້າໃຫ້ທັງໝູ່ບ້ານ. ຕາມທ່ານ ລ້ວນ ແລ້ວ, ປາເພື່ອຕົ້ມເຄັມຕ້ອງແມ່ນປາກິນຫຍ້າ ແຕ່ຕ້ອງລ້ຽງດ້ວຍຊີ້ນຫອຍ ປາຈຶ່ງແຊບ, ນອກນັ້ນກໍ່ຕ້ອງມີເຄື່ອງຫອມ, ເຄື່ອງເທດປະເພດຕ່າງໆຄື: ຫົວຂ່າ, ຫົວຂີງ, ນ້ຳໝາກນາວ, ເຂົ້າໜົມຂົມ ພ້ອມກັບຊີ້ນສາມຊັ້ນ. ສະເພາະຂັ້ນຕອນແຫ່ງການຕົ້ມປາກໍ່ພິເສດທີ່ສຸດ. ປ້າ ເຈິ່ນທິງາ, ແມ່ນຄົນຜູ້ໜຶ່ງໃນໝູ່ບ້ານ, ໃຫ້ຮູ້ວ່າ:
”ຕ້ອງໃຊ້ໝໍ້ດິນທີ່ນຳມາຈາກແຂວງ ເງ້ອານ, ແທງຮ໋ວາ ເພື່ອຕົ້ມ ເຄັມປາ. ນອກນັ້ນຕ້ອງມີເຄື່ອງຫອມ, ເຄື່ອງເທດທີ່ເປັນມູນເຊື້ອເຊິ່ງເຮັດດ້ວຍນ້ຳປູ. ເຮັດຄືແນວນັ້ນ ຕົ້ມເຄັມປາຈຶ່ງແຊບ”
ເມື່ອຕົ້ນປາຕ້ອງໃຊ້ຟືນດ້ວຍໄມ້ລຳໄຍເພື່ອຮັກສາຄວາມຮ້ອນໃຫ້ສະໝໍ່າສະເໝີ, ບໍ່ໄດ້ໃຊ້ຟືນດ້ວຍໄມ້ກະເດັດຊ້າງ, ປາຈະບໍ່ມີກິ່ນຫອມອີກ.
”ສິ່ງສຳຄັນກວ່າໝູ່ນັ້ນແມ່ນການຮັກສາຄວາມຮ້ອນຄືແນວໃດໃຫ້ໝໍ້ຟົດຄ່ອຍໆໃນເວລາແຕ່ 14-16 ຊົ່ວໂມງ. ສຳຫຼັບຜູ້ທີ່ເຮັດອາຊີບຕົ້ມເຄັມປາທີ່ເປັນມູນເຊື້ອແລ້ວ, ພຽງແຕ່ຟັງສຽງຟົດໃນໝໍ້ກໍ່ຮູ້ໄດ້ວ່າຍັງມີນ້ຳຫຼາຍຫຼືໜ້ອຍ, ຊ້ຳບໍ່ໜຳ ເມື່ອດົມກິ່ນປາຕົ້ມກໍ່ສາມາດຮູ້ໄດ້ວ່າປາເຄັມຫຼືຈືດ ”
ຕົ້ມເຄັມປາ ຂອງໝູ່ບ້ານ ຫວູດ້າຍມີສີເຫຼືອງເຂັ້ມ, ຊີ້ນປາແໜ້ນ ແລະຫອມ, ກະດູກອ່ອນ, ຖ້າກິນກັບເຂົ້າຮ້ອນໃນຍາມໜາວແມ່ນແຊບຫຼາຍ. ໃນສິບກວ່າປີມານີ້, ຊື່ສຽງ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ ໄດ້ຂະຫຍາຍໄປທົ່ວປະເທດ. ຊ້ຳບໍ່ໜຳມັນຍັງຖືກສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ. ມີຫຼາຍຄົນໃນໝູ່ບ້ານໄດ້ຫັນໄປດຳເນີນທຸລະກິດ, ຄ້າຂາຍ ຕົ້ມເຄັມປາໃຫ້ບັນດາແຂວງຢູ່ໃກ້ຄຽງ, ນຳໄປຂາຍຢູ່ ຮ່າໂນ້ຍ ແລະ ບັນດາແຂວງທາງພາກໃຕ້. ໃນຊຸມມື້ໃກ້ຈະຮອດບຸນປີໃໝ່, ແຂກທີ່ມາຈາກທຸກສາລະທິດໄດ້ມາແຫ່ງນີ້ຊື້ ຕົ້ມເຄັມປາເພື່ອໄວ້ກິນ, ຫຼືມອບເປັນຂອງຂວັນໃຫ້ໝູ່ເພື່ອນ. ອ້າຍ ຕ໋ວນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ໃຫ້ຮູ້ວ່າ:
”ໂດຍໄດ້ຮັບການແນະນຳຈາກໝູ່ເພື່ອນ, ຂ້າພະເຈົ້າໄດ້ມາແຫ່ງນີ້ທັງຢ້ຽມຢາມ, ທັງຈ່ອງຊື້ ຕົ້ມເຄັມປາເພື່ອກິນໃນໂອກາດບຸນປີໃໝ່ປະຈຳຊາດ, ແລະມອບໃຫ້ໝູ່ເພື່ອນຢູ່ລັດເຊຍອີກ”
ທ່ານ ຖວາ, ຢູ່ໝູ່ບ້ານ ຫວູດ້າຍ ໃຫ້ຮູ້ວ່າ, ບຸນປີໃໝ່ປະຈຳຊາດປີກາຍນີ້, ຄອບຄົວຂອງທ່ານໄດ້ຕົ້ມປາເຄັມ 800 ໝໍ້. ປີນີ້, ແຂກສັ່ງຈ່ອງ 1000 ໝໍ້. ສຳຫຼັບຜູ້ຢູ່ໄກຈາກບ້ານເກີດເມືອງນອນ, ເມື່ອບຸນປີໃໝ່ວຽນມາ, ຖ້າໃນພາເຂົ້າມີໝໍ້ ຕົ້ມເຄັມປາຈະນຶກເຫັນລົດຊາດຂອງອາຫານຢູ່ບ້ານເກີດເມືອງນອນ, ກິ່ນຫອມຂອງ ຕົ້ມເຄັມປາຈະເຮັດໃຫ້ເຂົາເຈົ້າຮູ້ສຶກໄດ້ວ່າ, ຕົນເອງພວມເຕົ້າໂຮມພ້ອມກັບຄອບຄົວໃນຊາຍຄາມຸງດິນຂໍຢູ່ເຂດບ້ານນາ ແລະ ກໍ່ຈະຊ່ວຍບັນເທົາຄວາມຄິດຮອດບ້ານເກີດເມືອງນອນ ໄດ້ສ່ວນໃດສ່ວນໜຶ່ງ.
ໂຕຕ໋ວນ