ໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ກ໊ານຕີ

(VOVWORLD) -ບ້ານ ກ໊ານຕີ, ຕາແສງ ກ໊ານຕີ, ເມືອງກວານບະ, ແຂວງຮ່າຢາງ ມີອາຊີບປູກຕົ້ລິນິນ, ຕ່ຳແຜ່ນແພພື້ນເມືອງທີ່ເປັນມູນເຊື້ອ. ຊາວບ້ານບໍ່ຮູ້ວ່າ ອາຊີບນີ້ມີແຕ່ເມື່ອໃດ ພຽງແຕ່ຮູ້ວ່າມັນມີມາແຕ່ດົນນານແລ້ວ.

ໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ກ໊ານຕີ - ảnh 1 ຕ່ຳແຜ່ນແພພື້ນເມືອງ ກ໊ານຕີ

(ພາບ: baohagiang.vn)

ດ້ວຍສີມືອັນຄ່ອງແຄ້ວຂອງແມ່ຍິງຢູ່ເຂດພູສູງ, ບໍ່ພຽງແຕ່ມີຊຸດອາພອນດ້ວຍແຜ່ນແພພື້ນເມືອງເທົ່ານັ້ນ, ຫາກຍັງມີຜະລິດຕະພັນແຜ່ນແພພື້ນເມືອງອື່ນເຊິ່ງປະຊາຊົນໃນບ້ານຜະລິດອອກມາ ເພື່ອຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກຢູ່ທ້ອງຖິ່ນ ແລະ ເຮັດເປັນຂອງຕ້ອນໃຫ້ນັກທ່ອງທ່ຽວອີກດ້ວຍ.

        ບ້ານ ກ໊ານຕີ ບໍ່ພຽງແຕ່ມີອາຊີບຕ່ຳແຜ່ນແພພື້ນເມືອງທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດຶ່ມສຳລັບນັກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຢາມເມືອງ ກວານບະ, ແຂວງຮ່າຢາງ ອີກດ້ວຍ. ບ້ານ ກ໊ານຕີ ແມ່ນບ້ານນ້ອຍໆມີປະມານ 270 ຄອບຄົວດຳລົງຊີວິດຢູ່ຮ່ວມກັນເທົ່ານັ້ນ, ປະຊາຊົນຢູ່ທີ່ນີ້ 100% ແມ່ນຊາວເຜົ່າມົ້ງ. ນອກຈາກອາຊີບເຮັດໄຮ່, ປູກເຂົ້າ, ປູກສາລີ, ມັນດ້າງ, ມັນຕົ້ນ…ແລ້ວ, ຕອນມີເວລາຫວ່າງ ພໍ່ແມ່ປະຊາຊົນໃນບ້ານສ່ວນຫຼາຍຈະເຮັດອາຊີບຕ່ຳແຜ່ນແພພື້ນເມືອງ. ວັດຖຸດິບຕົ້ນຕໍເພື່ອຜະລິດແພພື້ນເມືອງແມ່ນ ເສັ້ນທີ່ເອົາມາຈາກຕົ້ນລິນິນເຊິ່ງໄດ້ປູກຢູ່ທ້ອງຖິ່ນນີ້ເອງ. ແພພື້ນເມືອງທຸກຊະນິດໄດ້ຕ່ຳມາຈາກກີ່ຕ່ຳຫູກ.

        ຕາມຮີດຄອງປະເພນີແລ້ວ, ນາງສາວຊາວເຜົ່າມົ້ງ ກ່ອນທີ່ແຕ່ງງານ ຕ້ອງຮູ້ວິທີຫຍິບເຄື່ອງເພື່ອຫຍິບຊຸດສິ້ນແຕ່ງງານໃຫ້ແກ່ຕົນເອງ. ເມື່ອຄາວຍັງນ້ອຍ, ບັນດານາງສາວຈະໄດ້ຮັບການສິດສອນຈາກແມ່ເຖົ້າ, ແມ່ຂອງຕົນກ່ຽວກັບວິທີປັກແສ່ວ, ຫຍິບເຄື່ອງ, ຕ່ຳຜ້າ. ສະນັ້ນ, ແມ່ຍິງຊາວເຜົ່າມົ້ງ ເມື່ອເຕີບໃຫຍ່ແລ້ວ ລ້ວນແຕ່ຮູ້ຈັກອາຊີບຕ່ຳແພພື້ນເມືອງລິນິນເພື່ອສືບທອດໃຫ້ຄົນລຸ້ນຫຼັງອີກດ້ວຍ. ເອື້ອຍ ກື໊ທິມີ, ນາຍຊ່າງຫັດຖະກຳບ້ານກ໊ານຕີ, ເລົ່າສູ່ຟັງວ່າ.

        “ແຕ່ກີ້ແຕ່ກ່ອນ, ປູຍ່າຕາຍາຍໄດ້ຖ່າຍທອດອາຊີບໃຫ້ລຸ້ນລູກລຸ້ນຫຼານຂອງຕົນ ເພື່ອບໍ່ໃຫ້ສູນຫາຍຈຸດວັດທະນະທຳຂອງປະຊາຊົນຊາວເຜົ່າມົ້ງ. ເມື່ອລູກຫຼານ ແຕ່ງງານ, ຄອບຄົວຕ້ອງມີໂສ້ງ, ເສື້ອ 2 ຊຸດເພື່ອມອບໃຫ້ລູກຫຼານຂອງຕົນ. ສຳລັບຊາວເຜົ່າມົ້ງແລ້ວ, ຜູ້ໃດຫຼວ່ງລັບໄປກໍ່ຕ້ອງມີໂສ້ງ, ເສື້ອ 3 ຊຸດເພື່ອນຸ່ງໄປພ້ອມຈຶ່ງໄດ້ພົບກັບບັນພະບຸລຸດ ພາຍຫຼັງຫຼວ່ງລັບໄປ.”

        ອຳນາດການປົກຄອງຕາແສງ ກ໊ານຕີ ໄດ້ເອົາໃຈໃສ່ເຖິງວຽກງານບຳລຸງສ້າງອາຊີບ ເພື່ອປະກອບສ່ວນແກ້ໄຂວຽກເຮັດງານທຳ, ພັດທະນາເສດຖະກິດໃຫ້ພໍ່ແມ່ປະຊາຊົນ. ປີ 2011, ສະຫະກອນຕ່ຳແຜ່ນລິນິນ ກ໊ານຕີ ໄດ້ຮັບການສ້າງຕັ້ງ. ເອື້ອຍ ສູ່ງທິມິ້, ຊາວບ້ານກ໊ານຕີ, ໃຫ້ຮູ້ວ່າ.

        “ປະຈຸບັນ, ສະຫະກອນມີ 12 ຄອບຄົວເຂົ້າຮ່ວມ, ເຮັດວຽກມາເປັນເວລາຫຼາຍປີແລ້ວ. ສະຫະກອນໄດ້ຖ່າຍຖອດອາຊີບ, ສອນໃຫ້ເດັກຍິງຮູ້ວິທີຮຽນອາຊີບ. ຜະລິດຕະພັນທີ່ຜະລິດອອກເປັນສິ້ນ, ເສື້ອ, ກະເປົາ, ຜ້າຫົ່ມ… ການຕ່ຳແຜໄໝ, ຖ້າມັກລວດລາຍຄືແນວໃດກໍ່ຫຍິບໃສ່. ອາຊີບນີ້ເຮັດຍາກຕ້ອງແມ່ນຜູ້ມີສີມືຄ່ອງແຄ້ວຈຶ່ງເຮັດໄດ້”.

        ອາຊີບຕ່ຳແຜ່ນແພພື້ນເມືອງຢູ່ບ້ານກ໊ານຕີ ລ້ວນແຕ່ເຮັດດ້ວຍມື. ເພື່ອຢາກຕ່ຳແຜ່ນແພໃຫ້ງາມຕາ ຕ້ອງມີນາຍຊ່າງມີສີມືອັນຄ່ອງແຄ້ວ, ຍ້ອນເຕັກນິກຂອງການຕ່ຳແຜ່ນແພ ຮຽກຮ້ອງຕ້ອງມີການປະສົມປະສານເປັນຢ່າງດີລະຫວ່າງຜູ້ຕ່ຳແຜ່ນແພ ກັບກີ່ຕ່ຳຫູກ. ດ້ວຍສີມືອັນຄ່ອງແຄ້ວຂອງຕົນ, ເຂົາເຈົ້າໄດ້ຜະລິດອອກບັນດາແຜ່ນແພລິນິນທີ່ງາມຕາ, ເສັ້ນສະເໝີກັນ, ເບົາ ແລະ ໜັ້ນດີ ແລະ ຖືກໃຈນັກທ່ອງທ່ຽວທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນຂອງຂວັນທີ່ລະນຶກຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງແຂວງ ຮ່າຢາງ ເທົ່ານັ້ນ, ຫາກນີ້ຍັງໄດ້ສ້າງຂີດໝາຍທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນຊາວເຜົ່າມົ້ງ ຜ່ານແຕ່ລະລວດລາຍອີກດ້ວຍ. ເອື້ອຍ ກື໊ທິມີ, ນາຍຊ່າງຫັດຖະກຳບ້ານກ໊ານຕີ, ໃຫ້ຮູ້ຕື່ມອີກວ່າ.

        “ຈຸດທີ່ເປັນເອກະລັກສະເພາະຂອງຜະລິດຕະພັນນັ້ນແມ່ນລວດລາຍໄດ້ແຕ້ມດ້ວຍຂີ້ເຜິ້ງ. ພວກຂ້າພະເຈົ້າເອົາຂີ້ເຜິ້ງບີບນ້ຳເຜິ້ງອອກໃຫ້ໝົດ ແລ້ວເອົາຂີ້ເຜິ້ງນັ້ນໄປຕົ້ມ, ແລ້ວປະໄວ້ໃຫ້ມັນແຂງ, ຫຼັງຈາກນັ້ນເອົາຂີ້ເຜິ້ງນັ້ນໄປຕົ້ມອີກໃຫ້ຮ້ອນ, ແລ້ວເອົາບິກແຕ້ມໃສ່ໃນນັ້ນ. ນັບແຕ່ປີ 2004 ມາຮອດປະຈຸບັນ, ໝູ່ບ້ານອາຊີບໄດ້ຮັບການພັດທະນາຫຼາຍ. ໃນເບື້ອງຕົ້ນແມ່ນເຮັດສະເພາະຕົນເອງນຸ່ງເທົ່ານັ້ນ, ເມື່ອນັກທ່ອງທ່ຽວເຫັນວ່າງາມ ພວກຂ້າພະເຈົ້າກໍ່ເຮັດເພື່ອຂາຍໃຫ້ເຂົາເຈົ້າເປັນຂອງຂວັນທີ່ລະນຶກ.”

        ດ້ວຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຢູ່ເມືອງ ກວານບະ, ອາຊີບຕ່ຳແຜ່ນແພພື້ນເມືອງຂອງປະຊາຊົນຊາວເຜົ່າມົ້ງ ຢູ່ບ້ານກ໊ານຕີ ມີກາລະໂອກາດເພື່ອພັດທະນາ, ເປີດກວ້າງຕະຫຼາດ, ກ້າວໄປເຖິງການສ້າງເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ຜ່ານນັ້ນກໍ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຂອງຊາວເຜົ່າມົ້ງ ຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ