ໝູ່ບ້ານປູກຜັກ ທີ້ລິ້ງ

  ໝູ່ບ້ານປູກຜັກ ທີ້ລິ້ງ - ảnh 1

  ມື້​ໃດ​ກໍ່​ເຊັ່ນ​ດຽວ​ກັນ, ຮອດ​ຊວງ​ເວລາ​ແຕ່ 1 ຫາ 2 ​ໂມງ​ຕອນ​ເຊົ້າ, ບັນດາ​ເນື້ອ​ທີ່ ​ປູກຜັກ​ໃນ ໝູ່​ບ້ານທີ້​ລິ້ງ​ກໍ່​ຄຶກຄື້ນ​ໄປ​ດ້ວຍ​ສຽງ​ເວົ້າ​ສຽງ​ຫົວ. ​ໃນຕ​ອນກາງຄືນ, ​ເບິ່ງ​ແສງ​ໄຟ​ບົນ​ເນື້ອ​ທີ​ປູກ​ຜັກ​ຈາກ​ໄກ ກໍ່​ຮູ້ສຶກ​ປຽບ​ເໝືອນຝູງແມງຫິ່ງຫ້ອຍພວມ​ໄປ​ຫາ​ກິນ​ຍາມ​ຄຳ່ຄືນ. ນາງ ວູ້ທິຮ່ຽນ ປີ​ນີ້​ອາຍຸ 51 ປີບອກ​ວ່າ ອາຊີບ​ປູກ​ຜັກ​ແມ່ນ​ມີ​ຄວາມ​ລຳບາກ​ຫຼາຍ. ຢາກ​ນຳ​ເອົາ​ຜັກທີ່​ສະອາດ ​ແລະ ຂຽວ​ສົດ​ໄປ​ຕະຫຼາດ​ຮັບ​ໄຊ້ຜູ້​ບໍລິ​ໂພ​ກນັ້ນ, ​ແມ່ນ​ຕ້ອງ​ຕື່ນ​ນອນ​ແຕ່ 1 ຫາ 2 ​ໂມງ​ເຊົ້າ​ເພື່ອ​ຫຼົກ​ຜັກ​ໃຫ້​ທັນ​ກັບ​ຕະຫຼາດ​ຍາມ​ເຊົ້າ, ຖ້າ​ຫາກ​ວ່າ​ຫຼົກ​ຜັກ​ແຕ່​ຕອນ​ແລງ​ມື້ກ່ອນ​ນັ້ນ, ຜັກ​ຈະ​ຫ່ຽວ​. ນາງ ຮ່ຽນ ​ເວົ້າ​ວ່າ :  “  ​ແຕ່ 1 ຫາ 2 ​ໂມງ ຢູ່​ແຫ່ງ​ນີ້, ​ສວນ​ຜັກ​​ແຫ່ງໃດ ກໍ່​ເປີດ​ໄຟຮຸ່ງ​ທີ່​ສຸດ. ປະຊາຊົນທັງ ບ້ານ​ໄດ້​ພາກັນ​ໄປ​ຫຼົກ​ຜັກ​ຍາມ​ຄ່ຳ​ຄືນ. ມີ​ຄວາມ​ລຳບາກ​ຫຼາຍ ກໍ່​ຍ້ອນ​ບາງ​ຄັ້ງ​ບາງ​ຄາວ​ ມີ​ນ້ຳໝອກ​ກົ້ວ ​ແລະ​ຝົນຕົກ​ໜັກ. ຮອດ​ເວລາ 4 ​ໂມງ​ຕອນ​ບາຍ ກໍ່​ມີ​ນ້ຳ​ສະອາດ​ຖືກ​ສູບ​ມາ​ຮອດ​ເນື້ອ​ທີ່​ປູກ​ ​ເພື່ອ​ຫົດ​ຜັກ. ປະ​ຈຸ​ບັນ ທຳ​ການ​ປູກຝັງ​ກໍ່​ມີ​ຄວາມສະດວກ​ສະບາຍ​ຫຼາຍ​ແລ້ວ ”
     ຄຳ​ເວົ້າ​ຂອງ​ນາງ ຮ່ຽນ​ແມ່ນ​ຖືກ​ແທ​້, ຂະນະທີ່​ນັບ​ແຕ່​ປີ 2000​ ເປັນຕົ້ນມາ ຮູບ​ແບບ​ສູນ​ຜະລິດ​ຜັກ​ສະອາດ​ແຫ່ງ​ທຳ​ອິດ​ໄດ້​ຖືກ​ສ້າງທົດ​ລອງ​ໃນ​ເນື້ອ​ທີ 6000 ຕາ​ແມດ. ພາຍຫຼັງ​ນຳ​ເຂົ້າ​​ໃຊ້​ການ​ມາ​ເປັນ​ເວລາ 1 ປີ, ​ໄດ້​ໃຫ້​ເຫັນ​ວ່າ ປະສິດທິ​ຜົນ ​ແລະ ມະ​ມັດ​ຕະພາບ, ຄຸນນະພາ​ບຂອງ​ຜັກ​ສະອາດ ລ້ວນ​ແຕ່​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ. ​ແຕ່​ບາດກ້າວ​ບຸກທະລຸ​ທີ່​ແຮງ​ກ້າທີ່​ສຸດນັ້ນ, ​ແມ່ນ​ລະບົບ​ຫົດ​ນ້ຳ​ເຄິ່ງອັດຕະ​ໂນ​ມັດ. ​ໃນ​ເນື້ອ​ທີ່ 6000 ຕາ​ແມດ ​ໃນ​ເບື້ອງ​ຕົ້ນ, ສະຫະກອນກະ​ເສດ ລິ້ງນາມ ​ໄດ້​ດຳ​ເນີນ​​ເຈາະ​ນ້ຳ​ບາ​ດານ 3 ​ແຫ່ງ​ໂດຍ​ນຳ​ໃຊ້​ຈັກສູບ​ນ້ຳ ​ເພື່ອ​ສະໜອງ​ນ້ຳ​ຫົດ, ທັງ​ເປັນ​ການ​ຫຼຸດຜ່ອນ​ແຮງ​ງານ​ຂອງ​ຊາວ​ສວນ, ທັງ​ສາມາດ​ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍ ​ແລະ​ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ​ທາງດ້ານ​ແຫຼ່ງນ້ຳ. ​ໄລຍະ​ຕໍ່​ມາ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ, ໝູ່​ບ້ານທີ້​ລິ້ງ ​ໄດ້​ກໍ່ສ້າງ​ສະຖານີ​ສະໜອງ​ນ້ຳ​ສະອາດ ພ້ອມ​ກັບ​ລະບົບ​ຫົດ​ນ້ຳ​ເຄິ່ງອັດຕະ​ໂນ​ມັດ ຮັບ​ໃຊ້​ການ​ຜະລິດ ດ້ວຍ​ຍອດ​ຄ່າ​ໃຊ້​ຈາ​ຍ​ແມ່ນ 1,4 ຕື້​ດົງ. ມີ​ນ້ຳ​ສະອາດ​ມາ​ຮອດ​ສວນ​ປູກ​ຜັກ. ຊາວ​ສວນ​ຢູ່ ໝູ່​ບ້ານທີ້​ລິ້ງ ຍິ່ງ​ມີ​ຄວາມ​ຜູກ​ພັນ​ກັບ​ອາຊີບ​ປູກ​ຜັກ. ນາງ ຮ່ຽນ​ໃຫ້​ຮູ້​ຕື່ມ​ອີກ​ວ່າ :   “ ນັບ​ແຕ່​ມື້​ມີນ້ຳສະອາດ, ຊາວບ້ານ​ມີ​ຄວາມ​ເພິງ​ພໍ​ໃຈ ​ແລະ​ ດີ​ໃຈ​ຫຼາຍ, ມີ​ຫຼາຍ​ຄົນ​ທີ່​ປະລະ​ອາຊີບ​ແລ​້ວ, ​ໄດ້​ກັບ​ຄືນ​ມາ​ປະກອບ​ອາຊີບ​ໃໝ່. ມີ​ນ້ຳ​ສະອາດ, ຂ້າພະ​ເຈົ້າ​ກໍ່​​ເຊົາ​ເຈັບ​ຂາ​ເລີຍ ຍ້ອນ​ວ່າ​ບໍ່​ຕ້ອງ​ຫາບ​ນ້ຳ​ອີກ​ແລ້ວ. ​ໄດ້​ໃຊ້​ນ້ຳ​ສະອາດ​ເປັນ​ເວລາ 10 ປີ​ແລ້ວ. ​ເມື່ອ​ກ່ອນ​ນີ້ ລຳບາກ​ຫຼາຍ, ຕ້ອງ​ໄປ​ຫາບ​ນ້ຳ​ຢູ່​ຕາມ​ສະ, ໜອງ  ”
    ຜັກ​ຂອງ ໝູ່​ບ້ານທີ້​ລິ້ງ ນັບ​ມື້​ນັບ​ສາມາດ​ຢັ້ງຢືນ​ຄຸນ​ນະພາ​ບຂອງ​ຕົນ. ດັ່ງ​ນັ້ນ, ຮູບ​ແບບ​ສູນ​ຜະລິດ​ຜັກ​ສະອາດ​ກໍ່​ໄດ້​ຮັບ​ການ​ເປີດ​ກ້ວາງ​ອອກ. ຈາກ​ເນື້ອ​ທີ່ 6000 ຕາ​ແມດ​ໃນ​ປີ 2000, ໝູ່​ບ້ານທີ້​ລິ້ງ ​ໄດ້​ເປີດ​ກ້ວາງ​ເນື້ອ​ທີ່​ປູກ​ຜັກ​ໃຫ້​ຂຶ້ນ​ເຖິງ 320ລ້ານ​ດົງ/​ແຮັກ​ຕາ/ປີ. ນາງ ​ເລ​ທິຫງ​ອດ ຊາວ​ສວນ​ໃນໝູ່​ບ້ານທີ້​ລິ້ງ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ການປູກ​ຜັກ​ມີ​ຄວາມ​ລຳບາກ, ຕ້ອງ​ຕື່ນ​ນອນ​ແຕ່​ຮຸ່ງ​ເຊົ້າ​ກໍ່ຕາມ, ​ແຕ່​ເມື່ອ​ຄຳນຶງ​ເຖິງ​ເຄື່ອງໝາຍ​ການ​ຄ້າຜັກທີ້​ລິ້ງນັ້ນ, ​ນາງ​ກໍ່​ເຊັ່ນ​ດຽວ​ກັນ​ກັບເອື້ອຍ​ນ້ອງ​ແມ່ຍິງຄົນ​ອື່ນໆ​ໃນ​ບ້ານ​, ກໍ່​ລ້ວນ​ແຕ່​ພະຍາຍາມ. ນາງ ຫງອດ​ເວົ້າ​ວ່າ:  “ຜັກ​ຢູ່​ນີ້​ບັນລຸ​ມາດຕະຖານ​ຜັກ​ສະອາດ. ສຳລັບ​ການ​ລ້າງ, ການ​ຫົດ​ນ້ຳ ລ້ວນ ແຕ່ໃຊ້ນ້ຳສະອາດ. ຢູ່​ຕາມ​ເນື້ອ​ທີ່​ປູູກ, ລ້ວນ​ແຕ່​ກໍ່ສ້າງອ່າງນ້ຳ ​ເພື່ອ​ລ້າງ​ຜັກ. ​ເຂົາ​ເຈົ້າ​ລົງທຶນ​ເຮັດ​ລະບົບ​ທໍ່, ສ່ວນ​ຄ່າ​ນ້ຳ ​ແມ່ນ​ເຮົາ​ຕ້ອງ​ຈາ​ຍ, ຄິດ​ສະ​ເລັ່ຍ​ເນື້ອ​ທີ່​ຜັກ​ໄລ່ 1 ຕ້ອງ​ຈາ​ຍຄ່າ​ນ້ຳ 40 ພັນ​ດົງ”
  ​ໂດຍ​ເລີ່​ມຈາກ​ເຂດ​ຜະລິດ​ຜັກ​ທີ່​ຫຼ້າ​ຫຼັງ, ຕ້ອງ​ຂຶ້ນ​ກັບ​ດິນ​ຟ້າ​ອາກາດ, ໝູ່​ບ້ານທີ້​ລິ້ງ ​ໄດ້​ນັບ​ມື້​ນັບ​ຢັ້ງຢືນ​ທີ່​ຕັ້ງ​ຂອງ​ຕົນ. ປີ 2004, ໝູ່​ບ້ານທີ້​ລິ້ງ ​ໄດ້​ຮັບ​ການ​ຢັ້ງຢືນ​ແມ່ນ 1 ​ໃນ ຈຳນວນ 4 ຫົວໜ່ວຍຜະລິດ​ຜັກ​ສະອາດ​ຂອງ​ນະຄອນ ​ແລະ ກາຍ​ເປັນ​ຜູ້​ສະໜອງ​ຜັກ​ໃຫ້​ແກ່​ບັນດາ​ຮ້ານ​ສັບພະ​ສິນຄ້າ​ໃຫຍ່.   ຢູ່ໝູ່​ບ້ານທີ້​ລິ້ງ, ປະຊາຊົນ​ຢູ່​ແຫ່ງ​ນີ້ມັກ​ປູກ​ຜັກກະລຳ່ປີ, ຜັກກາດຂາວ, ຜັກກາດ​ຂຽວ ​ແລະ ອື່ນໆ. ​ໃນ​ຊ່ວງ​ເວລາ​ນີ້, ຊາວບ້ານ​ພວມ​ເກັບ​ກູ້​ໃຫ້​ໝົດ​ລະດູ, ​ເພື່ອ​ກະກຽມ​ເນື້ອ​ທີ່​ດິນ ​ໃຫ້​ແກ່​ລະດູ​ການ​ຜະລິດ​ຜັກ ສະໜອງ​ໃຫ້​ແກ່​ຕະຫຼາດ​ຍາມບຸນ​ເຕັດ. ນາງ ​ເລ​ທິຫງອດ ​ເວົ້າ​ວ່າ:    “ຢູ່​ນີ້​ປູກ​ຜັກ​ທຸກໆ​ຊະນິດ, ​ແຕ່​ຕົ້ນ​ຕໍ່​ແມ່ນ​ມັກ​ປູກ​ຜັກກາດ. ສ່ວນ​ຜັກກະລຳ່ປີ ​ແມ່ນ​ພຽງ​ແຕ່ປູກ​ຍາມ​ບຸນ​ເຕັດ​ເທົ່າ​ນັ້ນ. ຜັກກາດ​ປູກ​ຍາມ​ອາກາດ​ໜາວ ​ແມ່ນ​ພຽງ​ເດືອນ​ໜຶ່ງ​ກໍ່​ສາ​ມາດ​ເກັບ​ກູ້​ໄດ້​ແລ້ວ”.
   ອາຊີບ​ປູກ​ຜັກ​​ໄດ້​ຜູກ​ພັນ​ກັບຊາວບ້ານ ທີ້​ລິ້ງ ປຽບ​ເໝືອນ​ເລືອດ​ກັບ​ເນື້ອ. ປະຈຸ​ບັນ​ການ​ດຳລົງ​ຊີວິດ​ຍິ່ງ​ຟົດ​ຟື້ນ​ເນື່ອງ​ນັນ​ຍ້ອນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແຕ່​ການ​ດຳລົງ​ຊີວິດ​ຂອງ​ຊາວບ້ານທີ້​ລິ້ງ ຍັງ​ຄົງ​ລ່ວງ​ເລີຍ​​ໄປ​ຕາມ​ວັນ​ເວລາ​ດ້ວຍ​ຄວາມ​ລຽບ​ງ່າຍ. ​ແຕ່​ລະ​ມື້, ຊາວບ້ານທີ້​ລິ້ງ ​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ແກ່​ສວນ​ຜັກ. ຊາວບ້ານທີ້​ລິ້ງທຸກ​ຄົນ ຕ່າງ​ກໍ່​ມີ​ສະຕິ​ຮັບ​ຮູ້​ວ່າ: ​ເພື່ອ​ໃຫ້​ອາຊີບ​ປູກ​ຜັກ​ຂອງ​ໝູ່​ບ້ານ​ພັດທະນາ​ນັ້ນ, ຊາວບ້ານ​ຕອ້ງນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຢີຊີວະ​ສາດ, ພ້ອມ​ກັນ​ນັ້ນ​ກໍຂະຫຍາຍ​ຕື່ມ​ບັນດາ​ແນວ​ປູກ​ໃໝ່ ທີ່​ໃຫ້​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບສູງ. ​ແຕ່​ໃນ​ສະ​ເພາະ​ໜ້າ, ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ໝູ່ບ້ານທີ້​ລິ້ງ ​ແມ່ນ​ຕ້ອງ​ສ້າງຕັ້ງ​ລະບົບ​ເກັບ​ຊື້ ​ແລະ ​ແຈກ​ຢາຍ​ຜະລິດ​ຕະພັນ​ຜັກ​ຢ່າງ​ມີ​ວິທະຍາສາດ ​ແລະ ສົມ​ເຫດສົມ​ຜົນ.
                                                                                                                   ລານແອງ

        



   

 

 

 

  

ຕອບກັບ

ຂ່າວ/ບົດ​ອື່ນ