(vovworld) - ໝູ່ບ້ານ ດ້າຍບ໋າຍ, ກ່ອນນີ້ເຄີຍເອີ້ນວ່າໝູ່ບ້ານ ວັນລ້າງ ຫຼືບ້ານ ເບືອຍ, ທີ່ຕັ້ງຢູ່ເຂດພື້ນທີ່ສູງແຄມຝັ່ງແມ່ນຳ້ ບ໋າຍຢາງ, ປະຈຸບັນຂຶ້ນກັບຕາແສງ ດ້າຍບ໋າຍ, ເມືອງ ຢາບິ່ງ, ແຂວງ ບັກນິງ. ນັບແຕ່ດົນນານມາແລ້ວ, ໝູ່ບ້ານ ດ້າຍບ໋າຍ ມີຊື່ສຽງດ້ວຍອາຊີບຫຼໍ່ທອງ. ພາຍຫຼັງການຜັນແປມາເປັນເວລານັບຮ້ອຍປີ. ປະຈຸບັນ ດ້າຍບ໋າຍ ໄດ້ຮັບການຮູ້ຈັກເຖິງຄືດັ່ງໝູ່ບ້ານອາຊີບທີ່ໄດ້ຮັບການພັດທະນາຢ່າງແຮງ, ນຳມາເຊິ່ງການປ່ຽນໃໝ່ຢ່າງຕັ້ງໜ້າດ້ານເສດຖະກິດສັງຄົມໃຫ້ປະຊາຊົນໃນໝູ່ບ້ານນີ້.
ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)
ຕົ້ນສະຕະວັດທີ 11, ທ່ານ ຫງວຽນກົງຈ່ວຽນ ໄດ້ປະດິດອາຊີບຕີທອງ ດ້ວຍຫຼາຍຮູບແບບທີ່ສວຍງາມ ແລ້ວສອນອາຊີບນີ້ໃຫ້ຊາວບ້ານ, ພາຍຫຼັງທ່ານເຖິງແກ່ມໍລະນະກຳ, ປະຊາຊົນໃນໝູ່ບ້ານໄດ້ເຊີດຊູທ່ານເປັນຜູ້ປະດິດອາຊີບ.ກ່ອນນີ້ປະມານ 200 ປີ, ບັນດານາຍຊ່າງຜູ້ມີສີມືດີໃນໝູ່ບ້ານໄດ້ໄປຍັງເມືອງຫຼວງ ທັງລອງ ສ້າງເປັນຄຸ້ມບ້ານອາຊີບຫັດຖະກຳ. ຖະໜົນ ຮ່າງດົ່ງ ຢູ່ເຂດຄຸ້ມເມືອງເກົ່າ ຮ່າໂນ້ຍ ໃນປະຈຸບັນແມ່ນຊື້-ຂາຍສະເພາະເຄື່ອງໃຊ້ໃນຄອບຄົວ ແລະ ເຄື່ອງສິລະປະທີ່ເຮັດດ້ວຍທອງ. ມີເຈົ້າຂອງຮ້ານຂາຍເຄື່ອງຢູ່ທີ່ນີ້ຫຼາຍຄົນ ແມ່ນຊາວ ດ້າຍບ໋າຍ. ເມື່ອມາຢ້ຽມຢາມ ດ້າຍບ໋າຍ ໃນປະຈຸບັນ ກໍ່ເຫັນວ່າຮູບພາບຢູ່ທີ່ນີ້ຄືດັ່ງເທດສະບານ. ຢູ່ລຽບຕາມເສັ້ນທາງເຂົ້າໝູ່ບ້ານທັງກວ້າງ ແລະ ຮາບພຽງ, ມີຕຶກອາຄານຫຼາຍຊັ້ນທີ່ສວຍງາມ. ຄຽງຂ້າງບັນດາຮ້ານວາງຂາຍເຄື່ອງສິລະປະດ້ວຍທອງ ແມ່ນບັນດາໂຮງຈັກໂຮງງານອາຊີບດ້ວຍສຽງເຄື່ອງຈັກ, ສຽງຄ້ອນຕີດັງກ້ອງໄປທົ່ວ.
ຕາມເສັ້ນທາງເຂົ້າບ້ານ, ບັນດາຮ່ອງຮອຍບູຮານຂອງໝູ່ບ້ານທີ່ຍັງເຫຼືອເຖິງປະຈຸບັນແມ່ນ, ບັນດາປູຊະນີຍະສະຖານ ປະຫວັດສາດ ວັດທະນະທຳທີ່ເປັນສັນຍາລັກຄື: ເຂດສຸສານຜູ້ປະດິດອາຊີບ ຫງວຽນກົງຈ່ວຽນ, ສາລາ ວັນລ້າງ, ສາລາ ຢ່ຽນລົກ, ວັດ ຢຽນຟຸກ. ທ່ານ ຫງວຽນຊວນເສິມ, ຜູ້ອາຍຸສູງໃນໝູ່ບ້ານ, ໃຫ້ຮູ້ວ່າ:
“ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ, ໝູ່ບ້ານ ດ້າຍບ໋າຍ ມີ 4 ຄຸ້ມບ້ານຄື: ຄຸ້ມບ້ານເຊີນ, ຄຸ້ມບ້ານໄຕ (ຕາເວັນຕົກ), ຄຸ້ມບ້ານເຢື້ອ (ກາງ) ແລະ ຄຸ້ມບ້ານງ່ວາຍ (ນອກ), ໄລຍະທຳອິດມີແຕ່ຜະລິດເຄື່ອງໃຊ້ໃນຄອບຄົວເທົ່ານັ້ນ, ຮອດລຸ້ນທີສອງໄດ້ສ້າງຕັ້ງບັນດາຄຸ້ມບ້ານອາຊີບສະເພາະ. ນັບແຕ່ນັ້ນມາ 4 ຄຸ້ມບ້ານເຮັດ 4 ອາຊີບທີ່ແຕກຕ່າງກັນ. ຄຸ້ມບ້ານນອກເຮັດອາຊີບຕີໝໍ້ທອງ, ຄຸ້ມບ້ານໄຕຜະລິດພາເຂົ້າ, ຊາມທອງ, ຄຸ້ມບ້ານກາງຜະລິດເຕົ້ານ້ຳ ແລະ ໝໍ້ນ້ອຍ, ຄຸ້ມບ້ານເຊີນຜະລິດເຄື່ອງບູຊາ…ປະຈຸບັນເຖິງວ່າໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ 4 ຄຸ້ມບ້ານຍັງຄົງແບ່ງອາຊີບຕາມມູນເຊື້ອເດີມຢູ່ “.
ອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)
ຍ້ອນມີການແບ່ງງານຄືແນວນັ້ນ, ຜ່ານແຕ່ລະໄລຍະ ດ້າຍບ໋າຍ ຍັງຄົງພັດທະນາຢູ່ ແລະ ບັນລຸລະດັບວິຊາສະເພາະສູງ. ບັນດາເຕັກນິກຫຼອມທອງ, ຜະລິດຕະພັນນັບມື້ນັບມີຫຼາຍຮູບຫຼາຍແບບ, ລະອຽດລະອໍ ແລະ ມີເຄັດລັບສະເພາະ. ບັນດາຜະລິດຕະພັນເຄື່ອງທອງ ດ້າຍບ໋າຍ ບັນລຸຄຸນນະພາບ, ສິລະປະສູງ, ດັ່ງນັ້ນພວກພໍ່ຄ້າຊາວຂາຍທີ່ມາຈາກເຂດຕ່າງໆໃນທົ່ວປະເທດຈຶ່ງມາຊື້. ທ່ານ ຫງວຽນວັນລຸກ, ນັກສິລະປະການຂອງໝູ່ບ້ານ ດ້າຍບ໋າຍ, ເລົ່າສູ່ຟັງວ່າ:
“ໝູ່ບ້ານອາຊີບໄດ້ສ້າງເປັນຄຸນຄ່າວັດທະນະທຳ. ປະຈຸບັນ, ພວກຫຼານເຮັດອາຊີບມີຄວາມສະດວກທີ່ສຸດ. ລຸ້ນໜຸ່ມຮຽນໄວ, ເຂົ້າໃຈວັດທະນະທຳຢ່າງເລິກເຊິ່ງ, ເຂົາເຈົ້າໄດ້ນຳເອົາບັນດາລວດລາຍແກະສະຫຼັກຈາກສະໄໝລາຊະວົງ ຫຼີ, ເຈິ່ນ, ເລ ເຂົ້າໃນຜະລິດຕະພັນຂອງໝູ່ບ້ານຕົນ“.
ຖ້າຫາກວ່າກ່ອນນີ້, ດ້າຍບ໋າຍ ພຽງແຕ່ຜະລິດບັນດາເຄື່ອງບູຊາ, ປະຈຸບັນໄດ້ຫັນມາຜະລິດບັນດາຜະລິດຕະພັນດ້ວຍທອງຄື: ຮູບຫຼໍ່, ພາບແກະຄວັດສະຫຼັກ, ໂຖປັກທຽນ, ພາບສີ່ລະດູ, ໂຖປັກດອກໄມ້… ທີ່ຮຽກຮ້ອງໃຫ້ມີເຕັກນິກ, ສິລະປະສູງ ເພື່ອສົ່ງອອກຕະຫຼາດຈີນ ແລະ ບາງປະເທດຢູ່ພາກພື້ນອາຊີ, ອາຊີຕາເວັນອອກສ່ຽງໃຕ້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທີ່ນັບມື້ນັບໄດ້ຮັບການເປີດກວ້າງນັ້ນ, ໄລ່ມາຮອດປະຈຸບັນ, ໝູ່ບ້ານອາຊີບໄດ້ມີວິສາຫະກິດເກືອບ 70 ແຫ່ງ, ດ້ວຍ 700 ຄອບຄົວເຮັດອາຊີບ, ແລະ ຜູ້ອອກແຮງງານປະມານ 1.700 ຄົນ. ໂດຍສືບທອດອາຊີບຈາກອາວຂອງຕົນນັບແຕ່ຄາວມີອາຍຸ 13 -14 ປີ, ພາຍຫຼັງ 20 ກວ່າປີ, ອ້າຍ ຫງວຽນວັນຈູງ ໄດ້ມີຊື່ສຽງທາງດ້ານເຕັກນິກ, ສິລະປະຫຼໍ່ທອງ, ແກະສະຫຼັກຮູບ. ໃນເລື່ອງລາວກ່ຽວກັບອາຊີບ, ອ້າຍ ຈູງ ເວົ້າຄວາມໃນໃຈສູ່ຟັງວ່າ:
“ຄອບຄົວຂ້າພະເຈົ້າເຄີຍຜະລິດບັນດາເຄື່ອງບູຊາຄື: ກວດ, ເຕົ້າປັກທູບ, ພິເສດແມ່ນບັນດາພະພຸດທະຮູບ. ເຮັດອາຊີບນີ້ຕ້ອງມີຄວາມສຸດຈິດສຸດໃຈ, ຄວາມນິຍົມອາຊີບຈຶ່ງສາມາດສ້າງເປັນບັນດາຜະລິດຕະພັນທີ່ສວຍງາມໄດ້“.
ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)
ຜ່ານສີມືແຮງງານທີ່ຄ່ອງແຄ້ວ ແລະ ຫົວຄິດປະດິດສ້າງ, ຈາກການເຮັດເບົ້າຫຼໍ່, ເຕັກນິກຫຼໍ່, ຄວາມລະອຽດລະອໍໃນການແກະສະຫຼັກ, ບັນດາຮູບຫຼໍ່ຂອງນັກສິລະປະການ ຫງວຽນວັນຈູງ ໄດ້ຮັບການຕີລາຄາສູງຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດ.
ເຖິງວ່າໄດ້ຜ່ານການຜັນແປຫຼາຍຢ່າງ, ແຕ່ການເຄື່ອນໄຫວຂອງໝູ່ບ້ານອາຊີບ ດ້າຍບ໋າຍ ຍັງຄົງສືບຕໍ່ໄດ້ຮັບການເປີດກວ້າງ ແລະ ພັດທະນາ. ອາຊີບຫັດຖະກຳທີ່ເປັນມູນເຊື້ອຢູ່ ດ້າຍບ໋າຍ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຮັດໃຫ້ໂສມໜ້າເຂດບ້ານນາມີການປ່ຽນແປງແລະປະກອບສ່ວນຍົກສູງຊີວິດ ການເປັນຢູ່ໃຫ້ປະຊາຊົນໃນໝູ່ບ້ານອາຊີບນີ້.