ບັນໄຢ ໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ
(VOVWORLD) -ໂດຍໄດ້ເຕົ້າໂຮມສິ່ງທີ່ຍອດຍິ່ງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້, ບັນໄຢ ແມ່ນເຍື່ອງອາຫານຂາດບໍ່ໄດ້ໃນການດຳລົງຊີວິດຂອງວົງຄະນະຍາດບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ຊາວເຜົ່າມົ້ງ.
|
ສຳລັບພໍ່ແມ່ພີ່ນ້ອງເຜົ່າກິງ ຢູ່ເຂດທົ່ງພຽງ, ບັນໄຢ ເຄີຍຖືກເຮັດໃນໂອກາດງານບຸນ, ບຸນປີໃໝ່ປະຈຳຊາດ, ບັນໄຢ ມີຮູບວົງມົນເປັນສັນຍາລັກໃຫ້ແກ່ຟ້າ. |
|
ສຳລັບພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ, ບັນໄຢ ເຄີຍຖືກເຮັດໃນໂອກາດບຸນປີໃໝ່ປະເພນີຫຼືໃນບັນດາໂອກາດທີ່ສຳຄັນຄືບຸນເຂົ້າໃໝ່, ບຸນລົງນາ. |
|
ໃນທຸກວັນນີ້, ບັນໄຢ ເຄີຍຖືກພໍ່ແມ່ພີ່ນ້ອງເຜົ່າມົ້ງເຮັດ ເມື່ອຄອບຄົວມີວຽກງານທີ່ສຳຄັນຫຼືເຮັດເພື່ອຂາຍໃຫ້ແກ່ແຂກທ່ອງທ່ຽວ. |
|
ເພື່ອມີບັນໄຢ ທີ່ແຊບນົວນັ້ນ, ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍເລືອກເອົາເຂົ້າສານໜຽວປະເພດຫອມແລະແມ່ນເຂົ້າໜຽວເມັດໃຫຍ່. |
|
ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍໃຊ້ໃບກ້ວຍປ່າເພື່ອຫຸ້ມບັນໄຢ |
|
ຄົກຕຳບັນໄຢ ຖືກເຮັດຈາກລ້ຳຕົ້ນໄມ້ໃຫຍ່ມີຄວາມແຂງ ແລະ ໜຽວເພື່ອຕຳບໍ່ຖືກແຕກ. |
|
ເມື່ອມີໂອກາດເຮັດບັນໄຢ ເຊັ່ນນີ້ ບັນດາຜູ້ເປັນເພດຊາຍກໍ່ແມ່ນກຳລັງຕົ້ນຕໍເພື່ອແບກຫາບວຽກງານໜັກຄືຕຳບັນໄຢ , ຕັກເຂົ້າໜຽວໃສ່ຄົກ… |
|
ສຳລັບແມ່ຍິງແລ້ວກໍ່ແບກຫາບວຽກງານປຸງແຕ່ງບັນໄຢ |
|
ບໍ່ພຽງແຕ່ເພດຍິງເທົ່ານັ້ນ, ເພດຊາຍເຜົ່າມົ້ງກໍ່ມີຄວາມຄ່ອງແຄ້ວເມື່ອເຮັດບັນໄຢ |
|
ດ້ວຍສີມືອັນຄ່ອງແຄ້ວຂອງ ຊາວເຜົ່າມົ້ງ, ເຂົ້າໜຽວພາຍຫຼັງທີ່ຖືກຕຳແລ້ວກໍ່ມີຄວາມໜຽວກ່ວາ. |
|
ບັນໄຢ ແຕ່ລະກ້ອນທີ່ິຜະລິດອອກກໍ່ລ້ວນແຕ່ເຕົ້າໂຮມສິ່ງທີ່ຍອດຍິງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອແລະມີລົດຫອມພິເສດ |
|
ບັນໄຢ ແມ່ນຈຸດວັດທະນະທຳທາງດ້ານອາຫານການກິນທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ |
|
ບັນໄຢ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອມີລົດຫອມພີເສດຂອງເຂົ້າສານໜຽວ |
|
ການເຄື່ອນໄຫວຕຳບັນໄຢ ໃນບັນດາໂອກາດງານບຸນ, ການດຳເນີນຊີວິດວັດທະນະທຳວົງຄະນະຍາດເຄີຍດຶງດູດພໍ່ແມ່ພີ່ນ້ອງເຂົ້າຮ່ວມ ແລະ ກໍ່ແມ່ນໂອກາດເພື່ອຮັດແໜ້ນຄວາມສາມັກຕີລະຫວ່າງບັນດາຊົນເຜົ່າ |