ແຄງຟານ - ນັກຖ່າຍຮູບຍິງ ນຳຄວາມງາມຂອງ ຫວຽດນາມ ອອກໄປໄກ
(VOVWORLD) - ໂດຍເປັນພະນັກງານທະນາຄານ ປ່ຽນເປັນນັກຖ່າຍຮູບ, ແຄງຟານ ໄດ້ຢັ້ງຢືນຊື່ສຽງຂອງຕົນດ້ວຍບັນດາພາບຖ່າຍດີເດັ່ນ, ປະກອບສ່ວນນຳພາບພົດຂອງ ຫວຽດນາມ ປະກາຍແຈ້ງບົນເວທີສາກົນ.
ດ້ວຍຄວາມເມົາມົວຕໍ່ສິລະປະຖ່າຍຮູບ, ແຄງຟານ ໄດ້ຮັບຫຼາຍລາງວັນທີ່ມີຊື່ສຽງ, ໃນນັ້ນມີລາງວັນທີໜຶ່ງ Drone Award 2019, ລາງວັນທີໜຶ່ງ SkyPixel 2019 ແລະ ພິເສດແມ່ນລາງວັນສູງສຸດ SkyPixel 2023 ດ້ວຍພາບຖ່າຍທີ່ມີຊື່ວ່າ ກະໂປ່ງດອກໄມ້. ພາບຖ່າຍນີ້ໄດ້ສ້າງຄວາມປະທັບໃຈຢ່າງແຮງ ເມື່ອຖ່າຍຮູບບັນດາແມ່ຍິງທາງທິດຕາເວັນຕົກ ຫວຽດນາມ ພວມເກັບດອກບົວນ້ຳ ທີ່ເຕັມໄປດ້ວຍລັກສະນະສິລະປະ.
(ແຄງຟານ ໄດ້ຢັ້ງຢືນຊື່ສຽງຂອງຕົນດ້ວຍບັນດາພາບຖ່າຍດີເດັ່ນ) |
ຄວາມສາມາດໂດດເດັ່ນຂອງ ແຄງຟານ ແມ່ນຂຸດຄົ້ນຄວາມງາມຂອງຊາວ ຫວຽດນາມ, ພິເສດແມ່ນບັນດາແມ່ຍິງໃນການອອກແຮງງານ. ບັນດາພາບຖ່າຍນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມດຸໝັ່ນ, ຄວາມຄ່ອງແຄ້ວຂອງຊາວ ຫວຽດນາມ ເທົ່ານັ້ນ, ຫາກຍັງສ່ອງແສງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ໂດຍຜ່ານແສງສີເພື່ອເລົ່າເລື່ອງກ່ຽວກັບບ້ານເກີດເມືອງນອນ, ແຕ່ລະພາບຖ່າຍຂອງ ແຄງຟານ ແມ່ນຄຳເຊີນທັງໂລກຈົ່ງມາຄົ້ນຫາ ຫວຽດນາມ.
ຕໍ່ໄປນີ້, VOV5 ຈະແນະນຳພາບຖ່າຍຈຳນວນໜຶ່ງທີ່ຍາດໄດ້ລາງວັນໂລກຂອງ ແຄງຟານ:
 |
ຜົນງານພາບຖ່າຍມີຊື່ວ່າ: Floral Dress - ກະໂປ່ງດອກໄມ້ Grandprize |
 |
ພາບຖ່າຍມີຊື່ວ່າ: Mending net (ຕາບແຫ) |
 |
ພາບຖ່າຍມີຊື່ວ່າ: ຂ້າມທົ່ງ - ທັງບິ່ງ, ກວາງນາມ |
 |
ພາບຖ່າຍມີຊື່ວ່າ: ເກັບດອກບົວນ້ຳ - ເຈົາດົກ ອານຢາງ. |
 |
ພາບຖ່າຍມີຊື່ວ່າ: ຕາກປາ (Drying fish) - ລອງຫາຍ, ບ່າເຣຍ ວູງເຕົາ. |
 |
ພາບຖ່າຍມີຊື່ວ່າ: ຕະຫຼາດຜະລິດຕະພັນກະເສດ ວິແທັງ (Vi Thanh farmer market) – ວູແທັງ, ເຮົ້າຢາງ |
 |
ພາບຖ່າຍມີຊື່ວ່າ: ຫາປາໃນປ່າພ້າວ - ກວາງງ້າຍ |
 |
ພາບຖ່າຍມີຊື່ວ່າ: ດອກໄມ້ຢູ່ໜ້ານ້ຳ |
 |
ພາບຖ່າຍມີຊື່ວ່າ: Harvesting water lily |
 |
ພາບຖ່າຍມີຊື່ວ່າ: ຕະຫຼາດຂາຍປາຢູ່ທະເລ |
 |
ພາບຖ່າຍມີຊື່ວ່າ: Drying incense |