ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ

(VOVWORLD) - ເກົ່າຕ່າວ ແມ່ນງານບຸນໃຫຍ່ສຸດ ຕິດພັນກັບຊີວິດທາງດ້ານຈິດວິນຍານ, ຈິດໃຈຂອງວົງຄະນະຍາດເຜົ່າມົ້ງ ຢູ່ແຂວງ ອຽນບາຍ.

ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 1
ງານບຸນ ເກົ່າຕ່າວ ແມ່ນງານບຸນໃຫຍ່ສຸດ, ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍທີ່ສຸດ ແລະ ໄດ້ຮັບຖືວ່າແມ່ນງານບຸນທີ່ພົ້ນເດັ່ນ ແລະ ເປັນເອກະລັກທີ່ສຸດ, ແມ່ນຈຸດຄວາມງາມທາງດ້ານຈິດວິນຍານຂອງຊາວເຜົ່າມົ້ງຢູ່ແຂວງ ອຽນບາຍ. ພາບ: Thanh Son/nhandan.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 2
ເກົ່າຕ່າວ ໃນພາສາມົ້ງ ໝາຍຄວາມວ່າ “ຫຼີ້ນຢູ່ກາງແຈ້ງ”. ພາບ: Dinh Thuy/TTXVN
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 3
ນັກສິລະປະກອນ ຢ່າງອາຊູ ໃຫ້ຮູ້ວ່າ: ງານບຸນ ເກົ່າຕ່າວ ປະກົດມີໃນຊີວິດການເປັນຢູ່ຂອງຊາວເຜົ່າມົ້ງ ແຕ່ດົນນານມາແລ້ວ ດ້ວຍຄວາມປາດຖະໜາອະທິຖານພາວະນາໃຫ້ປະຊາຊົນມີຄວາມຜາສຸກ, ກິນອີ່ມນຸ່ງອຸ່ນ, ທຳມາຫາກິນຈະເລີນຮຸ່ງເຮືອງ, ລະດູການເກັບກ່ຽວໄດ້ຮັບຜົນດີ… ງານບຸນດັ່ງກ່າວ ຈັດຂຶ້ນໃນຕົ້ນລະດູບານໃໝ່, ໃນລະຫວ່າງວັນທີ 1 ຫາວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ພາບ: An Vi/laodong.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 4
ງານບຸນ ເກົ່າຕ່າວ ລວມມີ 2 ພາກ: ພາກພິທີກຳ ແລະ ງານບຸນ. ພາກພິທີກຳ ໄດ້ດຳເນີນຫຼາຍພິທີສັກສິດ. ຕາມປະເພນີແລ້ວ, ງານບຸນ ເກົ່າຕ່າວ ໄດ້ເລີ່ມດ້ວຍການເລືອກມື້ສັນວັນດີ, ດັດ ແລະ ປຸກຕົ້ນໄຊຍະພຶກທີ່ໄດ້ປະດັບປະດາດ້ວຍແພສີແດງ ແລະ ແຄນມົ້ງຢູ່ເດິ່ນດິນວ່າງ. (ຢູ່ໃນພາບ: ນັກສິລະປະກອນ ຢ່າງອາຊູ ທຳພິທີໄຫວ້ບູຊາສະແດງຄວາມຮູ້ບຸນຄຸນຕໍ່ເທວະວາຟ້າແຖນຕາມຮີດຄອງປະເພນີ. ພາບ: baoxaydung.com.vn)
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 5
ຊາວເຜົ່າມົ້ງຖືວ່າ ຕົ້ນໄຊຍະພຶກແມ່ນຕົ້ນໄມ້ສັກສິດ, ເປັນສັນຍາລັກໃຫ້ແກ່ຊີວິດອາຍຸຍືນຍາວ, ເປັນຈິດວິນຍານຂອງພິທີ ງານບຸນ ເກົ່າຕ່າວ. ລຳຕົ້ນໄດ້ປະດັບດ້ວຍ 3 ສີ ຂຽວ, ແດງ, ເຫຼືອງ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມສວຍສົດງົດງາມຂອງຟ້າດິນ, ທຳມະຊາດ, ໝາກໄມ້… ພາບ: baoyenbai.com.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 6
ພາກງານບຸນ ແມ່ນບັນດາກິດຈະກຳກິລາກາຍຍະກຳ, ການລະຫຼີ້ນທີ່ຈັບໃຈ ເຊັ່ນ: ການແຂ່ງຂັນຕຳເຂົ້າໜົມໄຢ (ເຂົ້າປະປາ), ຕີໝາກຂ່າງ, ດຶງເຊືອກ, ຍູ້ໄມ້, ໂຍນໝາກຄອນ. ພາບ: baoyenbai.com.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 7
ລາຍການຟ້ອນແຄນທີ່ເປັນເອກະລັກສະແດງໃນງານບຸນ. ພາບ: Thanh Son/nhandan.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 8
ການແຂ່ງຂັນຕຳເຂົ້າໜົມໄຢ ແມ່ນກິດຈະກຳທີ່ຂາດບໍ່ໄດ້ໃນງານບຸນ ເກົ່າຕ່າວ ຂອງຊາວເຜົ່າມົ້ງ. ພາບ: Dinh Thuy/TTXVN
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 9
ງານບຸນແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງ ຜູກພັນຄວາມສາມັກຄີໃນວົງຄະນະຍາດບ້ານເມືອງ ແລະ ຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕົນ. ພາບ: An Vi/laodong.vn
ເກົ່າຕ່າວ - ງານບຸນໃຫຍ່ສຸດໃນປີຂອງພີ່ນ້ອງຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ - ảnh 10
ດ້ວຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ສິລະປະພິເສດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງງານບຸນ ເກົ່າຕ່າວ ຂອງຊາວເຜົ່າມົ້ງ ຢູ່ເມືອງ ຈ້າມເຕົາ, ເມືອງ ວັນເຈິນ, ເມືອງ ໝູ່ກາງຈາຍ ຂອງແຂວງ ອຽນບາຍ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. (ໃນພາບ: ແຂວງ ອຽນບ໊າຍ ຮັບໃບຢັ້ງຢືນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ, ວັນທີ 14 ກຸມພາ 2025. ພາບ: baodantoc.vn)

ລວບລວມໂດຍ ເລະຈີ


ຕອບກັບ

ຂ່າວ/ບົດ​ອື່ນ