ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ

(VOVWORLD) - ງານບຸນແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະມາແຕ່ດົນນານທີ່ຂາດບໍ່ໄດ້ໃນການດຳລົງຊີວິດຊາວ ຫວຽດນາມ. ບຸນເຕັດວຽນມາ ກໍ່ແມ່ນໂອກາດທີ່ງານບຸນຕ່າງໆເລີ່ມໄດ້ຈັດຂຶ້ນ. ຕໍ່ໄປນີ້ຈະແມ່ນງານບຸນຈຳນວນໜຶ່ງທີ່ເປັນເອກະລັກສະເພາະທີ່ສຸດໃນເດືອນຈຽງ.
ງານບຸນໂນນ ດົງດາ
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 1
ງານບຸນໂນນ ດົງດາ ຈັດຂຶ້ນປະຈຳປີໃນວັນທີ 05 ບຸນເຕັດ ຢູ່ໂນນ ດົງດາ, ຕາແສງ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ. ນີ້ແມ່ນງານບຸນໄຊຊະນະ, ໄດ້ຈັດຂຶ້ນເພື່ອຈາລຶກວິລະກຳທີ່ອົງອາດຂອງເຂົ້າຊີວິດ ກວາງຈຸງ - ນັກວິລະຊົນໃນປະຫວັດສາດຕ້ານພວກສັດຕູຕາງດ້າວຂອງຊາດ ຫວຽດນາມ.
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 2
ພາຍຫຼັງພາກພິທີກຳແມ່ນບັນດາການລະຫຼີ້ນ ແລະ ສະແດງສິລະປະພື້ນເມືອງ, ຄື: ຟ້ອນສິງໂຕ, ມວຍປ້ຳ, ຕີໄກ່… ພິເສດ, ເຂົ້າຮ່ວມການຕີມວຍບໍ່ມີພຽງແຕ່ຜູ້ຊາຍເທົ່ານັ້ນ, ຫາກຍັງນັບທັງເພດຍິງອີກດ້ວຍ, ສະນັ້ນ ງານບຸນຍິ່ງດຶງດູດຜູ້ມາຢ້ຽມຊົມ.

ງານບຸນ ອຽນຕື, ກວາງນິງ

ງານບຸນ ອຽນຕື ແມ່ນໜຶ່ງໃນບັນດາງານບຸນໃຫຍ່, ຢູ່ຕາແສງ ເທື້ອງອຽນກົງ, ເມືອງ ອວງບີ, ແຂວງ ກວາງນິງ. ງານບຸນໄດ້ຈັດຂຶ້ນໃນວັນທີ 10 ເດືອນຈຽງ.

ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 3
ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ ແລະ ແກ່ຍາວທີ່ສຸດຢູ່ເຂດພາກເໜືອ (ຮອດທ້າຍເດືອນ 3 ໄລ່ຕາມຈັນທະປະຕິທິນ), ດຶງດູດພະສົງສຳມະເນນ, ພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບໝື່ນເທື່ອຄົນໄປນະມັດສະການຢູ່ ອຽນຕື.
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 4
ງານບຸນຈັດຂຶ້ນດ້ວຍຫຼາຍພິທີກຳທີ່ເປັນມູນເຊື້ອ, ຄື: ຖະຫວາຍທູບທຽນ, ງານບຸນພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພິທີຈ້ຳກາສັກສິດ ອຽນຕື…
ງານບຸນ ລິມ, ບັກນິງ

ໂດຍແມ່ນງານບຸນໃຫຍ່ຂອງແຂວງ ບັກນິງ, ງານບຸນຫຼັກຈັດຂຶ້ນໃນວັນທີ 13 ເດືອນຈຽງ. ງານບຸນ ລິມ ໄດ້ຮັບຖືວ່າແມ່ນຈຸດທີ່ເປັນເອກະລັກພິເສດຂອງເຂດວັດທະນະທຳພາກເໜືອ, ດ້ວຍການລະຫຼີ້ນພື້ນເມືອງຫຼາຍຢ່າງ, ຄື: ຕີມວຍ, ມວຍປ້ຳ, ແຂ່ງໝາກຮຸກ, ຮຸ່ງເຂົ້າ…

ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 5
ສິ່ງພິເສດກວ່າໝູ່ແມ່ນການຂັບຮ້ອງ, ໂດຍການຂັບຮ້ອງເຊີນກິນຄຳໝາກຄຳພູ, ຮ້ອງເພງເອີ້ນເຮືອ…
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 6
ປະເພນີເຊີນຄຳໝາກຄຳພູ - ຈຸດວັດທະນະທຳຂອງຊາວ ບັກນິງ.

ງານບຸນແຫ່ກະໂພກ ດົ່ງກິ

ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 7
ງານບຸນແຫ່ກະໂພກ ດົ່ງກິ (ຕື່ເຊີນ, ແຂວງ ບັກນິງ), ແມ່ນງານບຸນປະເພນີ, ໄດ້ຈັດຂຶ້ນໃນວັນທີ 4 ບຸນເຕັດປະຈຳປີ ເພື່ອລະລຶກເຖິງວັນທີ່ ອໍລະຫັນ ທຽນເກືອງ - ນາຍພົນທີ່ປະຊາຊົນຖືບູຊາເປັນຜີຫຼັກບ້ານຫຼັກເມືອງ, ບັນຊາທະຫານໄປຕີສັດຕູ.
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 8
ແຕ່ດົນນານມາແລ້ວ, ງານບຸນແຫ່ກະໂພກ ດົ່ງກິ ມີຊື່ສຽງໃນທົ່ວປະເທດ ແລະ ໄດ້ຮັບການຮັບຮູ້ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
ງານບຸນວິຫານ ຊອັກ (ງານບຸນ ຢອງ)

ງານບຸນ ຢອງ ໄດ້ຈັດຂຶ້ນຢູ່ຫຼາຍແຫ່ງຂອງ ຮ່າໂນ້ຍ. ໃນນັ້ນ, 2 ງານບຸນພົ້ນເດັ່ນແມ່ນງານບຸນ ຢອງ ຢູ່ວິຫານ ຟູ່ດົງ, ຕາແສງ ຟູ່ດົງ, ຢາເລິມ - ບ່ອນເກີດຂອງວິລະຊົນແຫ່ງເທບນິຍາຍ ແທັງຢອງ ແລະ ງານບຸນ ຢອງ ຢູ່ວິຫານ ຊອກ, ຕາແສງ ຟູ່ລິງ, ຊອັກເຊີນ.

ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 9
ງານບຸນຈັດຂຶ້ນໃນວັນທີ 06 ເດືອນ ຈຽງ ແລະ ແກ່ຍາວເປັນເວລາ 3 ວັນ, ດ້ວຍພິທີກຳປະເພນີຢ່າງຄົບຖ້ວນ, ຄື: ພິທີແຫ່ວໍ, ພິທີຖະຫວາຍທູບທຽນວິຫານ ເທື້ອງ, ແຫ່ງບູຊາ ແທັງຢອງ.
(ພາບ: TTXVN)
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 10
ງານບຸນ ຢອງ ແຫ່ງເກັບຮັກສາບັນດາພິທີກຳທີ່ເປັນມູນເຊື້ອ, ໄດ້ສືບທອດຜ່ານຫຼາຍລຸ້ນຄົນ ແລະ UNESCO ໄດ້ຈົດຊື່ເຂົ້າເປັນມໍລະດົກບໍ່ເປັນວັດຖຸ ຕາງໜ້າໃຫ້ມວນມະນຸດ.

ງານບຸນພາວະນາຂໍໃຫ້ອາຊີບປະມົງ

ໂດຍໄດ້ເປັນປະເພນີ 3 ປີເທື່ອໜຶ່ງ, ຮອດເດືອນຈຽງ, ປະຊາຊົນໃນບ້ານ ທາຍເຢືອງຮະ, ນະຄອນ ເຫ້ວ ຈະຈັດງານບຸນພາວະນາຂໍໃຫ້ອາຊີບປະມົງ. ນີ້ກໍ່ແມ່ນງານບຸນພາວະນາຂໍໃຫ້ອາຊີບປະມົງທີ່ມີມາແຕ່ດົນນານທີ່ສຸດຢູ່ ເຫ້ວ, ເຊິ່ງມີອາຍຸກວ່າ 500 ປີ.

ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 11
ງານບຸນພາວະນາຂໍໃຫ້ອາຊີບປະມົງ ທາຍເຢືອງຮະ ຈັດຂຶ້ນເພື່ອລະລຶກເຖິງ ແທັງຮວ່າງ ຂອງບ້ານແມ່ນ ເຈືອງກຸຍກົງ, ຜູ້ໄດ້ສອນອາຊີບປະມົງ ແລະ ຄ້າຂາຍເຮືອໃຫ້ປະຊາຊົນ. (ພາບ: VTC News)
ບັນດາງານບຸນທີ່ເປັນເອກະລັກສະເພາະໃນເດືອນຈຽງ - ảnh 12
ງານບຸນພາວະນາຂໍໃຫ້ອາຊີບປະມົງ ຍາມຕົ້ນປີໃໝ່ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນອາຊີບປະມົງ, ເພື່ອໃຫ້ເມື່ອອອກໄປທະເລລ້ວນແຕ່ຫາກຸ້ງ, ຫາປາໄດ້ເຕັມ, ເດີນທາງດ້ວຍຄວາມປອດໄພ, ປະຊາຊົນໃນບ້ານຈະເລີນຮຸ່ງເຮືອງ.
ຂ່າວ/ບົດ​ອື່ນ