ໄປ ເຫວ້ ຢາມໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ໃນຊຸມວັນໃກ້ຈະຮອດບຸນເຕັດ
(VOVWORLD) - ດອກໄມ້ເຈ້ຍ ແທັງຕຽນ ແມ່ນດອກໄມ້ທີ່ເຮັດດ້ວຍເຈ້ຍແບບດັ້ງເດີມທີ່ມີຊື່ສຽງຂອງໝູ່ບ້ານ ແທັງຕຽນ, ຕາແສງ ເຢືອງໂນ, ເມືອງ ທ້ວນຮວ້າ, ນະຄອນ ເຫວ້. ດອກໄມ້ເຈ້ຍບໍ່ພຽງແຕ່ມີຄວາມໝາຍເພື່ອປະດັບປະດາເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານ ແລະ ໄດ້ນຳໃຊ້ໃນໂອກາດວັນບຸນເຕັດ (ບຸນປີໃໝ່ປະຈຳຊາດ) ແລະ ພິທີບູຊາຕ່າງໆ.
 |
ໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ຕັ້ງຢູ່ຍ່ານໃຕ້ແມ່ນ້ຳ ເຮືອງ, ຂຶ້ນກັບຕາແສງ ຝູເມົ໋າ, ເມືອງ ຝຸູວາງ, ນະຄອນ ເຫວ້. |
 |
ດອກໄມ້ເຮັດດ້ວຍມືຈາກເຈ້ຍສີ, ໄມ້ໄຜ່ ແລະ ຜົງສີທຳມະຊາດ. ບັນດາວັດຖຸດິບລ້ວນແຕ່ເປັນມິດກັບສິ່ງແວດລ້ອມ. |
 |
ດອກໄມ້ເຈ້ຍດຶງດູດໃຈແຂກທ່ອງທ່ຽວຍ້ອນມັນຄົງຕົວມາແຕ່ດົນນານ, ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອໃນຊີວິດທາງດ້ານຈິດວິນຍານຂອງຊາວ ເຫວ້. |
 |
ຊາວບ້ານ ແທັງຕຽນ ນຳໃຊ້ບັນດາວັດຖຸດິບທີ່ມີຢູ່ແລ້ວໃນທ້ອງຖິ່ນຄື ຕົ້ນລຸ່ງ, ຕົ້ມໄຜ່ ສົມທົບກັບແນວຄວາມຄິດ ແລະ ສີມືອັນຄ່ອງແຄ້ວເພື່ອເຮັດເປັນຮູບດອກໄມ້ຊະນິດຕ່າງໆ. |
 |
ໃນນັ້ນ, ມີຊື່ສຽງທີ່ສຸດແມ່ນດອກບົວເຊິ່ງແມ່ນດອກໄມ້ປະຈຳຊາດ ຫວຽດນາມ. |
 |
ບັນດານັກສິລະປະການໃນໝູ່ບ້ານເລົ່າສູ່ຟັງວ່າ ຜູ້ໃດຢູ່ ແທັງຕຽນ ກໍ່ຮູ້ວິທີການເຮັດດອກໄມ້ດ້ວຍເຈ້ຍ ນັບແຕ່ຄາວຍັງນ້ອຍ. ແຕ່ວ່າ ປັດຈຸບັນ ມີພຽງແຕ່ຄອບຄົວຈຳນວນໜຶ່ງທີ່ຍັງຮັກສາອາຊີບນີ້ໄວ້, ໃນນັ້ນມີ 3 ຮາກຖານທັງຜະລິດທັງຮັກສາການເຄື່ອນໄຫວລົງພຶດຕິກຳຕົວຈິງໃນການເຮັດດອກໄມ້ດ້ວຍເຈ້ຍ ທີ່ສະຫງວນໃຫ້ແກ່ແຂກທ່ອງທ່ຽວ. |
 |
ຮາກຖານຂອງນັກສິລະປະການ ຫງວຽນຮວ໋າ ກໍ່ນອນໃນຈຳນວນນັ້ນ. ອ້າຍຫ້ຽວ, ລູກຊາຍຂອງລຸງຮວ໋າ ໃຫ້ຮູ້ວ່າ ປັດຈຸບັນ, ດອກໄມ້ເຈ້ຍບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ການບູຊາເທົ່ານັ້ນ ຫາກຍັງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າເພື່ອປະດັບປະດາເຮືອນຊານ, ຮ້ານຄ້າຕ່າງໆ. |
 |
ບໍ່ພຽງແຕ່ປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ອາຊີບເຮັດດອກເຈ້ຍ ແທັງຕຽນ ຍັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນຕື່ມອີກ. |
 |
ໃນຊຸມວັນໃກ້ຈະຮອດບຸນເຕັດ, ດອກໄມ້ຈາກໝູ່ບ້ານ ແທັງຕຽນຖືກຂົນສົ່ງ ດ້ວຍເຮືອໄປຍັງຕະຫຼາດ ບາວວິງ ເພື່ອຂາຍ. |
 |
ດອກໄມ້ເຈ້ຍ ແທັງຕຽນ ສ່ວນຫຼາຍແມ່ນຈະຂາຍພ້ອມກັບຮູບປັ້ນ ເຈົ້າເຕົາ ຢູ່ຕາມຕະຫຼາດບ້ານນາ. ປະຊາຊົນຈະຊື້ເພື່ອວາງຢູ່ແທນບູຊາ ເຈົ້າເຕົາ. |