ວັດ ໂບດາ - ສະຖານທີ່ມີສວນທາດໃຫຍ່ທີ່ສຸດຢູ່ ຫວຽດນາມ
(VOVWORLD) - ເຂດປະຊະນີຍະສະຖານ ວັດ ໂບດາ ແມ່ນສະຖານທີ່ເກົ່າແກ່ທີ່ມີຊື່ສຽງຂອງເຂດ ກິງບັກ ໃນເມື່ອກ່ອນ, ປັດຈຸບັນຂຶ້ນກັບຕາແສງ ຕຽນເຊີນ (ວຽດອຽນ, ແຂວງ ບັກຢາງ). ສະຖານທີ່ແຫ່ງນີ້ມີສວນທີ່ມີທາດຫຼາຍທີ່ສຸດຢູ່ ຫວຽດນາມ, ເຊິ່ງແມ່ນສະຖານທີ່ເກັບຮັກສາອັດຖິຂອງພະສົງສຳມະເນນກວ່າ 1.000 ອົງ 300 ປີກ່ອນ.
 |
ໂດຍຕັ້ງຢູ່ພູ ໂບດາ ຂຶ້ນກັບເທດສະບານ ວຽດອຽນ, ເຂດປູສະນີຍະສະຖານວັດ ໂບດາ ແມ່ນສະຖານທີ່ເກົ່າແກ່ທີ່ມີຊື່ສຽງຂອງເຂດ ກິງບັກ ໃນເມື່ອກ່ອນ |
 |
ໂດຍມີປະມານ 100 ທາດ, ສວນທາດເກົ່າວັດ ໂບດາ ໄດ້ຮັບການຕີລາຄາແມ່ນສະຖານທີ່ທີ່ສວຍງາມ ແລະ ກ້ວາງໃຫຍ່ທີ່ສຸດໃນຈຳນວນບັນດາວັດເກົ່າແກ່ຢູ່ ຫວຽດນາມ |
 |
ສວນທາດເກົ່າແກ່ ມີອາຍຸປະມານ 300 ປີ, ລວມມີທາດໃຫຍ່ ນ້ອຍຫຼາຍທາດທີ່ແຕກຕ່າງກັນ. ໃນນັ້ນມີ 97ທາດ ເກົ່າແກ່ມີປປະຫວັດສາດນັບຮ້ອຍປີ ເຊິ່ງແມ່ນບອ່ນເກັບຮັກສາອັດຖິຂອງພະສົງສຳມະເນນ, ພຸດທະສາສະນິກກະຊົນ ກ່ວາ 1200 ອັດຖິ |
 |
ທາດ 3 ຊັ້ນຂອງພະສົງສຳມະເນນ |
 |
ຢູ່ຈອມທາດມີໂຖນ້ຳສັກສິດ ຂອງພະສົງສຳມະເນນ |
 |
ຢູ່ຈອມທາດຂອງແມ່ຂາວມີຮູບດອກບົວ |
 |
ດ້ວຍບັນດາຄຸນຄ່າອັນລ້ຳຄ່າ, ມີຄວາມໝາຍທາງດ້ານຈິດວິນຍານທີ່ຍິ່ງໃຫຍ່, ສວນທາດວັດ ໂບດາ ໂດຍສະມາຄົມລະດັບສະຖິຕິຫວຽດນາມ ຮັບຮູ້ແມ່ນ ສວນທາດທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ |
 |
ພາບ: vov5 |
 |
ພາບ: vov5 |
 |
ໄປຄຽງຄູ່ກັບວັດທາດ, ວັດ ໂບດາ ຍັງມີຝາດິນທີ່ເປັນເອກະລັກສະເພາະໄດ້ເຮັດດ້ວຍດິນໜຽວຫີນກວດ ແລະ ບັນດາປ່ຽງດິນເຜົາແຕກຂອງໝູ່ບ້ານ ໂທຮ່າ |
 |
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວັດ ໂບດາ ແມ່ນມີຊຸດຄຳພິີພຸດທະສາສະໜາທີ່ໄດ້ແກະຄວັດສະຫຼັກບົນໄມ້ເມື່ອປະມານປີ 1741 |
 |
ວັດ ໂບດາ ແມ່ນໜຶ່ງໃນບັນດາສະຖານທີ່ຍັງຮັກສາໄດ້ຈຸດສະຖາປັດຕະຍາກຳທີ່ເປັນມູນເຊື້ອ ຫວຽດ ເກົ່າແກ່ |
 |
ດ້ວຍຄຸນຄ່າທີ່ດີເດັ່ນ, ເຂດປູຊະນີຍະສະຖານປະຫວັສາດ ແລະ ສະຖາປັດຕະຍາກຳສິລະປະ ວັດ ໂບດາ ໂດຍນາຍົກລັດຖະມົນຕີ ຈັດອັນດັບເປັນເຂດປູຊະນີຍະສະຖານລະດັບຊາດແບບພິເສດ |