10 ບໍລິສັດ ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ “ບໍລິສັດມີລາຍຮັບຕຳ່ກ່ວາ 1 ຕື້ USD ດີທີ່ສຸດຂອງ ອາຊີ”

10 ບໍລິສັດ ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ “ບໍລິສັດມີລາຍຮັບຕຳ່ກ່ວາ 1 ຕື້ USD ດີທີ່ສຸດຂອງ ອາຊີ” - ảnh 1
ບໍລິສັດຫຸ້ນສ່ວນປື້ມສຶກສາ ຮ່າໂນ້ຍ ແມ່ນ 1 ໃນຈຳນວນ 10 ວິ​ສາ​ຫະກິດ BUB ຂອງ ຫວຽດນາມ
(ພາບປະກອບ)

(vovworld) –  ​ໃນບັນຊີ​ລາຍ​ຊື່ “Best Under a Billion” (BUB) ​ທີ່ Forbes Asia ປະກາດ​ເມື່ອ​ວັນ​ທີ 1/8 ​ໃຫ້​ເຫັນ​ວ່າ, ​ໃນ​ຈຳນວນ 200 ບໍລິສັດ ມີ​ລາຍ​ຮັບ​ຕຳ່​ກ່ວາ 1 ຕື້ USD ດີ​ທີ່​ສຸດ​ຢູ່ ອາຊີ ປີ 2013 ມີບໍລິສັດ 10 ​ແຫ່ງ​ຂອງ ຫວຽດນາມ. ​ແຈ້ງ​ການ​ຂອງ Forbes Asia ​ໃຫ້​ຮູ້​ວ່າ: “ບັນຊີ​ລາຍ​ຊື່ ​ທີ່​ໄດ້ຮັບ​ການເຊີດ​ຊູຈາກ BUB ​​ລວມມີ 200 ບໍລິສັດ​ນຳ​ໜ້າ​ໃນ​ຈຳນວນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ປະມານ 15.000 ​ແຫ່ງດ້ວຍ​ລາຍ​ຮັບ​ໃນ​ແຕ່ລະ​ປີ​ແຕ່ 5 ລ້ານຮອດ 1 ຕື້ USD ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ”. ນອກ​ຈາກ​ມາດຖານ​ກ່ຽວ​ກັບ​ລາຍ​ຮັບ​ແລ້ວ, Forbes Asia ຍັງ​​ເລືອກ​ເຟັ້ນວິ​ສາ​ຫະກິດ BUB ​ໃນ​ແຕ່ລະ​ປີ​ໂດຍ​ອີງ​ໃສ່​ບັນດາ​ມາດ​ຖານ​ຄື: ການ​ເງິນ​ເພີ່ມ​ຂຶ້ນ, ​ກຳມະ​ສິດ​ຫຸ້ນ​ສ່ວນ​ກ້ວາງ​ຂວາງ​ພໍ​ສົມຄວນ, ໜີ້​ສິນຢູ່​ໃນ​ລະດັບ​ເໝາະ​ສົມ ​ແລະ​ ​ສາມາດ​ສ້າງ​ກຳ​ລັງ​ໄດ້. ຕາມ​ບັນດາ​ມາດຖານ​ນັ້ນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ເສດຖະກິດ​ທີ່ມືດ​ມົວ​ໃນ​ປະຈຸ​ບັນ, ປີ 2013 ຫວຽດນາມ ມີ​ບໍລິສັດ BUB 10 ​ແຫ່ງ, ​ເພີ່ມ​ຂຶ້ນ 2 ​ແຫ່ງ​ເມື່ອ​ທຽບ​ໃສ່​ປີ 2012, ​ໃນ​ຂະນະ​ທີ່​ມີ​ຫຼາຍ​ປະ​ເທດ​ອື່ນໆ​ມີ​ຈຳນວນ​ບໍລິສັດ BUB ຫລຸດ​ຜ່ອນ​ຢ່າງ​ແຮງ​ໃນ​ປີຜ່ານມາ.

 

​​​​

ຂ່າວ/ບົດ​ອື່ນ