15ປະເທດແລະເຂດແຄ້ວນເຂົ້າຮ່ວມງານວາງສະແດງສາກົນTelefilm2016

15ປະເທດແລະເຂດແຄ້ວນເຂົ້າຮ່ວມງານວາງສະແດງສາກົນTelefilm2016 - ảnh 1
(ພາບຈາກ Telefilm)

(vovworld) – ງານ​ວາງສະ​ແດງ​ສາກົນຮູບ​ເງົາ ​ແລະ ​ເຕັກ​ໂນ​​ໂລ​ຢີ​ໂທລະພາບ ຫວຽດນາມ - Telefilm 2016 ຈະດຳ​ເນີນ​ໄປ​ແຕ່​ວັນ​ທີ 13 -15/7/2016 ຢູ່​ສູນວາງສະ​ແດງ​ສາກົນ I.C.E, ຮ່າ​ໂ​ນ​້ຍ. ນີ້​ແມ່ນ​ໂອກາ​ດທີ່​ດີ​ເພື່ອ​ໃຫ້​ບັນດາ​ສະຖາ​ນີ​ໂທລະພາບ, ຫົວໜ່ວຍ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບລາຍການທາງ​ໂທລະພາບ, ບັນ​ດາ​ນັກ​ສະໜອງ​ເຕັກນິກ​ໂທລະພາບ, ​ເຕັກນິກ​ການ​ໂຄສະນາ​ໂທລະພາບ​ ມີ​ໂອກາດ​ພົບ​ປະ, ​ແລ​ກປ່ຽນ​ການຄ້າຂາຍ​ ​ແລະ ຊື້​ຂາຍບັນດາ​ຜະລິດ​ຕະພັນ, ການ​ບໍລິການ​​ໃຫມ່​ສຸດ​ຂອງ​ຕົນ. Telefilm 2016 ດ້ວຍ​ຮ້ານ​ວາ​ງສະ​ແດງ 350 ຮ້ານຂອງ 200 ຫົວໜ່ວຍ​ທີ່​ມາ​ຈາກ 15 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ສ່ວນ​ຫຼາຍ​​ແມ່ນ​ບັນດາ​ປະ​ເທດ​ທີ່ມີ​ພື້ນຖານຮູບ​ເງົາ​ພັດທະນາ​ຄື: ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ອີນ​ເດຍ, ຈີນ, ສ. ​ເກົາຫຼີ, ຍີ່​ປຸ່ນ… ສ່ວນຝ່າຍ ຫວຽດນາມ, ​ເຫດການ​​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະຖາ​ນີ​ໂທລະພາບ​ໃນ​ທົ່ວ​ປະ​ເທດ ​ແລະ ບັນດາ​ຫົວໜ່ວຍ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີກາ​ນຜະ​ລິດຮູບ​ເງົາ​ໃນ​ປະຈຸ​ບັນ. ຈຸດ​ພົ້ນ​ເດັ່ນ​ຂອງ Telefilm 2016 ​ແມ່ນ​ມີ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ​ໂອ້​ລົມ​ສົນທະນາຫົວ​ເລື່ອງ​ສະ​ເພາະດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຊ່ຽວຊານ​ແຖວ​ໜ້າ​ກ່ຽວ​ກັບ​ຂົງ​ເຂດ​ຮູບ​ເງົາ.


ຂ່າວ/ບົດ​ອື່ນ