(vovworld) – ຕອນເຊົ້າວັນທີ 9/6, ບັນດາເຈົ້າໜ້າທີ່ ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ເລີ່ມຕົ້ນການເຈລະຈາຂັ້ນນັກວິຊາການເປັນຄັ້ງທຳອິດໃນຮອບເວລາກ່ວາ 2 ປີຜ່ານມາຢູ່ຕຶກອາຄານເສລີພາບ (Free House), ຕັ້ງໃນເຂດດິນແດນ ສ ເກົາຫຼີ, ບໍລິເວນຂອງບ້ານ Panmunjom. ນີ້ແມ່ນການພົບປະເປັນຄັ້ງທຳອິດຂອງວົງການເຈົ້າໜ້າທີ່ 2 ພາກເກົາຫຼີ ນັບແຕ່ເມື່ອທ່ານນາງ Park Geun – hye ໄດ້ຮັບດຳລົງຕຳ່ແໜ່ງເປັນປະທານາທິບໍດີ ສ ເກົາຫຼີ. ນີ້ໄດ້ຖືວ່າ ແມ່ນບາດກ້າວກະກຽມໃຫ້ແກ່ການເຈລະຈາຂັ້ນລັດຖະມົນຕີ 2 ພາກເກົາຫຼີ, ຄາດວ່າຈະໄດ້ຮັບການຈັດຕັ້ງເມື່ອວັນທີ 12/6 ຈະມາເຖິງຢູ່ນະຄອນຫຼວງ ເຊີອູນ, ດ້ວຍບັນດາບັນຫາຄື: ຟື້ນຟູການເຄື່ອນໄຫວຂອງເຂດອຸດສາຫະກຳລວມ Kaesong, ເຊື່ອມຕໍ່ບັນດາສາຍທ່ອງທ່ຽວມາຍັງເຂດພັກຜ່ອນບຳລຸງສຸຂະພາບພູ Kumgang, ລາຍການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນລະຫວ່າງ 2 ພາກ.