35 ປະເທດ ເຫັນດີ ເພີ່ມທະວີຄວາມປອດໄພດ້ານນິວເຄຼຍ
35 ປະເທດ ເຫັນດີເພີ່ມທະວີຄວາມປອດໄພດ້ານນິວເຄຼຍ
(ພາບປະກອບ)
(vovworld) - ໃນຂອບເຂດກອງປະຊຸມສຸດຍອດຄວາມໝັ້ນຄົງປອດໄພດ້ານນິວເຄຼຍຄັ້ງທີ 3 ຖືກຈັດຂຶ້ນຢູ່ນະຄອນຫຼວງ ລາໄຮ, ປະເທດໂຮນລັງ, 35 ປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ດ້ວຍຄຳໝັ້ນສັນຍາຈະເພີ່ມທະວີຄວາມປອດໄພດ້ານນິວເຄຼຍ ແລະ ສະໜັບສະໜູນຂໍ້ລິເລີ່ມທົ່ວໂລກຂອງທ່ານປະທານາທິບໍດີອາເມລິກາ Barack Obama ກ່ຽວກັບການສະກັດກັ້ນເລື່ອງເຊື້ອໄຟນິວເຄຼຍ ຕົກໃສ່ກຳມືບັນດາກຸ່ມກໍການຮ້າຍ. ບັນດາປະເທດດັ່ງກ່າວ ໃຫ້ຄຳໝັ້ນສັນຍາວ່າ ຈະສົ ມທົບກັນຢ່າງແໜ້ນແຟ້ນກວ່າ ແລະ ແລກປ່ຽນບັນດາກົນໄກປອດໄພດ້ານນິວເຄຼຍຂອງຕົນ ເປັນປະຈຳ. ນອກຈາກນັ້ນ, ບັນດາປະເທດກໍ່ຈະຫັນເປັນລະບອບບັນດາທິດທາງຊີ້ນຳສາກົນກ່ຽວກັບຄວາມປອດໄພດ້ານນິວເຄຼຍ ເປັນກົດໝາຍແຫ່ງຊາດ. ບາງປະເທດຄື: ອິດສຣາແອນ, ກາຣັກສຖານ, ໂມໂຣໂກ ແລະ ຕວກກີ ຍັງຢືນຢັນຈະຫັນເປັນຕົວຈິງ ແລະ ຍູ້ແຮງບັນດາມາດຖານຂອງອົງການພະລັງງານປະລາມະນູສາກົນ ເພື່ອປົກປັກຮັກສາວັດຖຸຜະລິດນິວເຄຼຍ.