36 ປະເທດລ້ວນແຕ່ແຫ່ຂະບວນ ປະທ້ວງຄັດຄ້ານບໍລິສັດຜະລິດ ດີໂອຊິນ

36 ປະເທດລ້ວນແຕ່ແຫ່ຂະບວນ ປະທ້ວງຄັດຄ້ານບໍລິສັດຜະລິດ ດີໂອຊິນ - ảnh 1
ການແຫ່ຂະບວນປະທ້ວງຄັດຄ້ານບໍລິສັດ Monsanto
(ພາບ: sgtt.vn)

(vovworld) – ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ໃນ​ທົ່ວ​ໂລກ​ໄດ້​​ຈັດ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 25/5 ​ເພື່ອ​​ຄັດຄ້ານ​ບໍລິສັດ Monsanto, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 36 ປະ​ເທດ​ໃນ​ໂລກ. Monsanto ​ແມ່ນ​ບໍລິສັດ​ໃຫຍ່​ຂອງ​ຂະ​​ແໜງ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີ ຊີວະ​ພາບ, ​​ເຊິ່ງໄດ້​ສົ່ງ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງເຖິງ​ສິ່ງ​ແວດລ້ອມ, ຊາວ​ກະສິກອນ ​ແລະ ຜູ້​ບໍລິ​ໂພ​ກອຸປະ​ໂພ​ກ​ໃນທົ່ວ​​ໂລກ​ດ້ວຍ​ການ​ກະທຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຊີວະ​ພາບ ​ແລະ ​ເຕັກ​ໂນ​ໂລ​ຢີທັນ​ຍາ​ຫານ​ສື​ບພັນ​ທີ່ຍັງ​ບໍ່​ທັນໄດ້​​ຮັບຮອງ​.

    ​ກ່ອນນີ້, ​ໃນປາງສົງຄາມ​ຢູ່ ຫວຽດນາມ, Monsanto ​ແມ່ນ​ບໍລິສັດ​ທີ່​ໄດ້ສະໜອງ​ທາດ​ພິດ​ສີ​ສົ້ມ​ໃຫ້​ກອງທັບ ອາ​ເ​ມລິ​ກາ ຫວ່ານ​ລົງ ຫວຽດນາມ ອັນ​ໄດ້ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໜັກໜ່ວງ​ເຖິງ​ສຸຂະພາບ​ຂອງ​ມະນຸດ.

ຂ່າວ/ບົດ​ອື່ນ