40 ຄະນະສິລະປະທີ່ມາຈາກ 30 ປະເທດຢູ່ໃນໂລກໄດ້ຈົດທະບຽນເຂົ້າຮ່ວມ Festival ເຫວ໋ 2012

40 ຄະນະສິລະປະທີ່ມາຈາກ 30 ປະເທດຢູ່ໃນໂລກໄດ້ຈົດທະບຽນເຂົ້າຮ່ວມ Festival ເຫວ໋ 2012 - ảnh 1
Festival ເຫວ໋ 2010
(ພາບ: internet)

(vovworld) - ທ່ານ ​ໂງ​ຮ່ວາ, ຮອງ​ປະທານ​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫວ໋ ​ແລະ ຫົວໜ້າ​ກົງ​ສູນ​ໃຫຍ່​ສະຫະພັນ​ລັດ​ເຊຍ​ປະຈຳ​ນະຄອນ ດ່າ​ນັ້ງ ທ່ານ Yury B.Materiy ຫາ​ກໍ່​ແຈ້ງ​ໃຫ້​ຮູ້​ວ່າ, 2 ຄະນະ​ສິລະ​ປະ​ຂອງ​ລັດ​ເຊຍຈະເຂົ້າ​ຮ່ວມ Festival ​ເຫວ໋ 2012 ຢ່າງ​ເປັນ​ທາງ​ການ. Festival ​ເຫວ໋ ປີ 2012 ​ແມ່ນ​ຕິດ​ພັນ​ກັບ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ເຂດ​ແຄມ​ຝັ່ງ​ທະ​ເລ​ທາງ​ທິດ​ເໜືອ​ພາງ​ກາງ - ​ເຫວ໋ 2012, ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 7/4 ທີ່​ຈະ​ມາ​ເຖິງ. ຕາມ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ແລ້ວ, ປະຈຸ​ບັນ​ໄດ້​ມີ 40 ຄະນະ​ສິລະ​ປະ​ທີ່​ມາ​ຈາກ 30 ປະ​ເທດຢູ່​ໃນ​ໂລກ​ຈົດ​ທະບຽນ​ເຂົ້າ​ຮ່ວມ Festival ​ເຫວ໋ 2012. ທ່ານຫົວໜ້າ​ກົງ​ສູນ​ໃຫຍ່​ສະຫະພັນ​ລັດ​ເຊຍ​ປະຈຳ​ນະຄອນ ດ່າ​ນັ້ງ ຢືນຢັນ​ຈະ​ມີ​ການ​ກະທົບ​ເຖິງ​ບັນດາ​ອົງການ​ທ່ອງ​ທ່ຽວ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ລັດ​ເຊຍ​ ມານະ​ຄອນ ​ເຫວ໋​ ໃຫ້​ຫຼາຍ​ກວ່າ​ໃນ​ໂອກາດFestival ​ເຫວ໋ 2012 .

         



ຂ່າວ/ບົດ​ອື່ນ