ພິທີມອບລາງວັນຮວງເຂົ້າຄຳປີ 2012
ພາບ:tintuc.vnn.vn
|
(vovworld) - ຕອນຄຳ່ວັນທີ 14/11 ຢູ່ ຮ່າໂນ້ຍ, ມີ 60 ຜະລິດຕະພັນກະສິກຳດີເດັ່ນ ໄດ້ຮັບລາງວັນຮວງເຂົ້າຄຳປີ 2012. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຢືນຢັນວ່າ: ກະສິກຳ, ຊາວກະສິກອນ ແລະ ຊົດນະບົດສວມບົດບາດສຳຄັນໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີສະເຫນີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຄວນຄົ້ນຄ້ວາຫນູນຊ່ວຍບັນດາມາດຕະການ, ການປະດິດສ້າງຂອງບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບລາງວັນເພື່ອຖ່າຍທອດການໝູນໃຊ້ເຂົ້າໃນການຜະລິດກະສິກຳ, ກໍ່ສ້າງຊົນນະບົດໃຫມ່ໂດຍໄວ.
“ກະຊວງກະສິກຳ ພ້ອມກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສືບຕໍ່ສະຫລຸບຕີລາຄາການປະຕິບັດບັນດາກົນໄກນະໂຍບາຍຮູບແບບການພັດທະນາກະສິກຳ, ຊົນນະບົດ, ກໍ່ສ້າງຊົນນະບົດໃຫມ່ໃນໄລຍະຜ່ານມາເພື່ອເພີ່ມເຕີມ, ປັບປຸງ ແລະ ວາງອອກບັນດານະໂຍບາຍແທດຈິງ ແລະ ມີປະສິດທິຜົນກວ່າເພື່ອໃຫ້ຊາວກະສິກອນອຸ່ນອ່ຽນໃຈທຳການຜະລິດ