62% ຈຳນວນຜູ້ຕິດຕາມຂ່າວທາງໂທລະພາບມີສາຍ CNN ຮູ້ເຖິງບັ້ນໂຄສະນາການທ່ອງທ່ຽວຢູ່ຮ່າໂນ້ຍ

(VOVWORLD) -62% ຈຳນວນຜູ້ຕິດຕາມຂ່າວທາງໂທລະພາບມີສາຍ CNN ເມື່ອຖືກຖາມ ກໍລ້ວນແຕ່ຮູ້ເຖິງບັ້ນໂຄສະນາການທ່ອງທ່ຽວຢູ່ຮ່າໂນ້ຍ
62% ຈຳນວນຜູ້ຕິດຕາມຂ່າວທາງໂທລະພາບມີສາຍ CNN ຮູ້ເຖິງບັ້ນໂຄສະນາການທ່ອງທ່ຽວຢູ່ຮ່າໂນ້ຍ - ảnh 1ແຂກທ່ອງທ່ຽວສາກົນມາຢ້ຽມຢາມຮ່າໂນ້ຍ 

ພະແນກທ່ອງທ່ຽວນະຄອນຮ່າໂນ້ຍໄດ້ໃຫ້ຮູ້ໃນກອງປະຊຸມຜັນຂະຫຍາຍໜ້າທີ່ພັດທະນາການທ່ອງທ່ຽວຢູ່ຮ່າໂນ້ຍປີ 2018 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 19 ມັງກອນວ່າ : 62% ຈຳນວນຜູ້ຕິດຕາມຂ່າວທາງໂທລະພາບມີສາຍ CNN ເມື່ອຖືກຖາມ ກໍລ້ວນແຕ່ຮູ້ເຖິງບັ້ນໂຄສະນາການທ່ອງທ່ຽວຢູ່ຮ່າໂນ້ຍ. 93 % ຈຳນວນຜູ້ຊົມຂອງ CNN ເມື່ອຖືກຖາມ ກໍລ້ວນແຕ່ເຫັນດີວ່າ : ການໂຄສະນາໄດ້ແນະນຳໃຫ້ເຂົາເຈົ້າຮູ້ວ່າ ຮ່າໂນ້ຍມີມໍລະດົກ, ປູຊະນີຍະສະຖານຫຼາຍແຫ່ງ ແລະ ມີບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ. 92 % ຈຳນວນຜູ້ຊົມຂອງ CNN ເມື່ອຖືກຖາມ ກໍລ້ວນແຕ່ເຫັນວ່າ ຢູ່ຮ່າໂນ້ຍມີການເຄື່ອນໄຫວທ່ອງທ່ຽວຫຼາຍຢ່າງ, ອັນໄດ້ສ້າງຄວາມປະທັບໃຈແກ່ເຂົາເຈົ້າເມື່ອຢ້ຽມຢາມຮ່າໂນ້ຍ ແລະ ໄດ້ຖືຮ່າໂນ້ຍແມ່ນຈຸດນັດພົບທີ່ດີໃນເວລາພັກການ. 

ຕອບກັບ

ຂ່າວ/ບົດ​ອື່ນ