99 ມື້​ແລ້ວ​ທີ່ ຫວຽດ​ນາມ​ບໍ່ກວດພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ

(VOVWORLD) -ຕາມແຈ້ງການຂອງອະນຸກຳມະການປິ່ນປົວຂຶ້ນກັບຄະນະຊີ້ນຳ ແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ ມາຮອດປັດຈຸບັນມີ 365 ໃນຈຳນວນ 421 ຄົນທີ່ຕິດເຊື້ອພະຍາດ Covid – 19 ຂອງຫວຽດນາມໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
99 ມື້​ແລ້ວ​ທີ່ ຫວຽດ​ນາມ​ບໍ່ກວດພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ - ảnh 1ພາບປະກອບ: TTXVN 

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໄລ່ຮອດເວລາ 6 ໂມງ ຂອງວັນທີ 24 ກໍລະກົດ,  ຫວຽດນາມ ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ຫວຽດນາມ ຍັງແມ່ນ 412 ຄົນຄືເກົ່າ. ໃນຊຸມຊົນ, ໄດ້ 99 ມື້ແລ້ວທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19.

ຕາມແຈ້ງການຂອງອະນຸກຳມະການປິ່ນປົວຂຶ້ນກັບຄະນະຊີ້ນຳ ແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ ມາຮອດປັດຈຸບັນມີ 365 ໃນຈຳນວນ 421 ຄົນທີ່ຕິດເຊື້ອພະຍາດ Covid – 19 ຂອງຫວຽດນາມໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ