ພາບປະກອບ:internet
|
(vovworld) - ທະນາຄານພັດທະນາ ອາຊີ (ADB) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ADB ຈະສະຫນອງຈຳນວນເງິນ 20 ລ້ານ USD ໃນບ້ວງເງິນຊ່ວຍເຫລືອລ້າ ແລະ ບັນດາບ້ວງເງິນໃຫ້ກູ້ຢືມເພື່ອຫນູນຊ່ວຍ ລາວ ແລະ ຫວຽດນາມ ສະກັດກັ້ນການຕິດແປດ ເຊື້ອ HIV ຢູ່ 23ແຂວງຊາຍແດນ. ໂຄງການດັ່ງກ່າວຄາດວ່າໄດ້ຮັບການປະຕິບັດໃນໄລຍະ 5 ປີ, ສິ້ນສຸດໃນເດືອນ 12/2017 ດ້ວຍລາຍຈ່າຍເກືອບ 22 ລ້ານ USD, ໃນນັ້ນລັດຖະບານລາວ ແລະ ຫວຽດນາມ ປະກອບຈຳນວນເງິນ 500.000 USD ແລະ 1,3 ລ້ານ USD ຕາມລຳດັບ. ທ່ານ Emiko Masaki ຜູ້ຊ່ຽວຊານດ້ານເສດຖະກິດສັງຄົມຂຶ້ນກັບກົມອາຊີຕາເວັນອອກສຽງໃຕ້ຂອງ ADB ໃຫ້ຮູ້ວ່າ: ໂຄງການນີ້ ຈະຊ່ວຍເພີ່ມທະວີບັນດາລະບົບຮັບມືກັບເຊື້ອ HIV ຂອງ ຫວຽດນາມ ແລະ ລາວ ດ້ວຍແຫລ່ງຂໍ້ມູນຂ່າວສານ, ຄວາມຊຳນານງານ, ຄວາມສາມາດສຳພັດກັບບັນດາບໍລິການສາທາລະນະສຸກມີຄຸນນະພາບ. ໂຄງການດັ່ງກ່າວຈະຊ່ວຍໃຫ້ສອງປະເທດເພີ່ມທະວີແຜນການ ແລະ ການຄຸ້ມຄອງແຫ່ງຊາດກ່ຽວກັບເຊື້ອ HIV, ຍົກສູງຄວາມຮູ້ ແລະ ຄວາມຊຳນານງານຂອງພະນັກງານການແພດໃນການສະຫນອງບັນດາບໍລິການກ່ຽວຂ້ອງເຖິງເຊື້ອ HIV ໃຫ້ແກ່ວົງຄະນາຍາດຢູ່ເຂດຫ່າງໄກ ພ້ອມທັງເພີ່ມທະວີຂະບວນການປ່ຽນແປງການກະທຳຕໍ່ຄວາມສ່ຽງຕິດເຊື້ອ HIV ໃນກຸ່ມເປົ້າໝາຍທີ່ມີໄພຕິດເຊື້ອ HIV, ໃນນັ້ນ ມີກຸ່ມເປົ້າໝາຍຢູ່ບັນດາເມືອງຢູ່ເຂດຊາຍແດນ.