ADB ແລະ JICA ສົມທົບກັນປັບປຸງຄວາມປອດໄພທາງດ້ານສາທາລະນະສຸກຢູ່ ອາຊີ - ປາຊີຟິກ

(VOVWORLD) - (vovworld) - ທະນາຄານພັດທະນາ ອາຊີ (ADB) ເຫັນດີເປັນເອກະພາບສົມທົບກັບອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຊ່ວຍບັນດາປະເທດ ອາຊີ - ປາຊີຟິກ
ADB ແລະ JICA ສົມທົບກັນປັບປຸງຄວາມປອດໄພທາງດ້ານສາທາລະນະສຸກຢູ່ ອາຊີ - ປາຊີຟິກ - ảnh 1(ພາບປະກອບ/AFP) 

ຮັບມືກັບໂລກພະຍາດເປັນຄັ້ງດີກ່ວາ, ກໍ່ຄືສຳພັດບັນດາການບໍລິການສາທາລະນະສຸກມີຄຸນນະພາບ ແລະ ລາຍຈ່າຍເໝາະສົມ. ນີ້ແມ່ນເນື້ອໃນໃນບົດບັນທຶກຊ່ວຍຈຳ ເຊິ່ງທ່ານປະທານ ADB Takehiko Nakao ແລະ ທ່ານປະທານ JICA Shinichi Kitaoka ລົງນາມໃນວັນທີ 04/05 ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ. ເລື່ອງຊຸກຍູ້ເປີດກ້ວາງຂອບຂະໜາດເບິ່ງແຍງດູແລທາງດ້ານສາທາລະນະສຸກໃນທົ່ວໂລກແມ່ນເສົາຄ້ຳສຳຄັນອື່ນ ໃນການພົວພັນຄູ່ຮ່ວມມືນີ້. ຝ່າຍ JICA ຫວັງວ່າ ຈະປະກອບສ່ວນໃຫ້ການເປີດກ້ວາງຂອບຂະໜາດເບິ່ງແຍງດູແລສຸຂະພາບທີ່ບັນດາພາກພື້ນອື່ນຢູ່ ອາຊີ - ປາຊີຟິກ ອີງຕາມບົດຮຽນຂອງປະເທດນີ້ ດ້ວຍຖານະຕຳແໜ່ງແມ່ນປະເທດທີ່ມີຜູ້ອາຍູ້ສູງກວມສ່ວນຫລາຍໃນຍອດຈຳນວນພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ