ADBໜູນຊ່ວຍຫວຽດນາມປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ

ADBໜູນຊ່ວຍຫວຽດນາມປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 25/11, ທະ​ນາ​ຄານ​ພັດ​ທະ​ນາອາ​ຊີ (ADB) ແລະ ລັດ​ຖະ​ບານ ຫວຽດ​ນາມ ເຊັນ​ສັນ​ຍາ​ກູ້​ຢືມ​ທຶນ​ທີ່​ມີ​ມູ​ນ​ຄ່າ 50 ລ້ານ USD ເພື່ອ​ແນ​ໃສ່​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າ​ງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ຊຸກ​ຍູ້​ການ​ໃຊ້​ຈ່າຍ​ໃຫ້​ການ​ທ່ອງ​ທ່ຽວ, ສ​້າງວຽກ​ເຮັດ​ງານ​ທຳ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ໃຫ້​ຄົນ​ທຸກ​ຍາກ ແລະ ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ. ທີ່​ພິ​ທີ, ທ່ານ Tomoyuki Kimura, ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ທະ​ນາ​ຄານ​ພັດ​ທະ​ນາອາ​ຊີ ປະ​ຈຳ ຫວຽດ​ນາມ, ຕາງ​ໜ້າ​ໃຫ້​​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ, ຢັ້ງ​ຢືນ​ວ່າ: ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແມ່ນ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ, ພັດ​ທະ​ນາ​ບັນ​ດາ​ທັກ​ສະແຮງງານ ແລະ ​ຫລຸດ​ຜ່ອນ​ຄວາມ​ອຶດ​ຫິວ​ທຸກ​ຍາກ. ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ​ໂຄງ​ການແມ່ນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ສະ​ໝ່ຳ​ສະ​ເໝີ ຜ່ານ​ການ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ຫາ​ເງິນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ແມ່​ຍິງ. ໂຄງ​ການ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດແກ່ງ​ແຍ້ງ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຢູ່ ດ້ຽນ​ບຽນ, ຮ່າ​ຕີ້ງ, ກ​ຽນ​ຢາງ, ລາວ​ກາຍ ແລະ ໄຕ​ນີງ, 5 ແຂ​ວງນອນ​ໃນ​ບັນ​ດາ​ແລ​ວ​ເສດ​ຖະ​ກິດ​ເຂດ​ອະ​ນຸ​ພ​າກ​ພື້ນ​ແມ່​ນ້ຳ​ຂອງ​ເປີດ​ກ້​ວາງ. ກ່​ວາ 30.000 ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການນີ້.


ຂ່າວ/ບົດ​ອື່ນ