AFC ກຽມພ້ອມການໜູນຊ່ວຍ VFF ເພື່ອເປົ້າໝາຍລວມຂອງກິລາບານເຕະອາຊີ

(VOVWORLD) -ຕອນບ່າຍວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເຈົ້າໜ້າທີ່ສະຫະພັນບານເຕະອາຊີ (AFC) ໂດຍທ່ານປະທານ Shaikh Salman Bin Ebrahim Al Khalifa ນຳໜ້າ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນບານເຕະຫວຽດນາມ (VFF).

AFC ກຽມພ້ອມການໜູນຊ່ວຍ VFF ເພື່ອເປົ້າໝາຍລວມຂອງກິລາບານເຕະອາຊີ - ảnh 1AFC ກຽມພ້ອມການໜູນຊ່ວຍ VFF ເພື່ອເປົ້າໝາຍລວມຂອງກິລາບານເຕະອາຊີ

(ພາບ: TTXVN)

ທີ່ການພົບປະ, ທ່ານ ເລຮຸ່ງຢຸງ, ປະທານ VFF ປາດຖະໜາວ່າ, ການຢ້ຽມຢາມຂອງຜູ້ນຳໜ້າອົງການບານເຕະອາຊີ ຈະສືບຕໍ່ເປີດກວ້າງບັນດາແຜນການໃໝ່ຢ່າງມີປະສິດທິຜົນກວ່າໃນກິລາບານເຕະຫວຽດນາມ.

        ສ່ວນທ່ານປະທານ AFC, Shaikh Salman Bin Ebrahim Al Khalifa ໄດ້ຕີລາຄາສູງບັນດາຜົນງານເຊິ່ງກິລາບານເຕະຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ຜົນງານນັ້ນໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງບານເຕະອາຊີ. ສະນັ້ນ, AFC ກໍຄືຕົວທ່ານເອງ ຍາມໃດກໍ່ກຽມພ້ອມການໜູນຊ່ວຍບັນດາສະຫະພັນບານເຕະແຫ່ງຊາດ ກໍຄື VFF ໃນປະຈຸບັນ ແລະ ອະນາຄົດເພື່ອເປົ້າໝາຍລວມຂອງກິລາບານເຕະອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ