APEC 2017: ອິນໂດເນເຊຍ ສະໜັບສະໜູນບັນດາບຸລິມະສິດຂອງ ຫວຽດນາມ

(VOVWORLD) - ໃນວິວັດການພັດທະນາເກືອບ 30 ປີຜ່ານມາ, ການຮ່ວມມືລວມຂອງບັນດາພື້ນຖານເສດຖະກິດສະມາຊິກ ໄດ້ນຳມາເຊິ່ງບັນດາຜົນປະໂຫຍດບໍ່ແມ່ນໜ້ອຍໃຫ້ພາກພື້ນ,
APEC 2017: ອິນໂດເນເຊຍ ສະໜັບສະໜູນບັນດາບຸລິມະສິດຂອງ ຫວຽດນາມ - ảnh 1 (ພາບປະກອບ)

ແຕ່ລະພື້ນຖານເສດຖະກິດໄດ້ປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງ APEC ສ້າງປະຊາຄົມອາຊີ - ປາຊີຟິກ ຂະຫຍັນຂັນເຄື່ອນ, ກົມກຽວ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນັ້ນແມ່ນຄຳຢືນຢັນຂອງທ່ານປະລິນຍາເອກ Desr Percaya ຫົວໜ້າກົມພາກພື້ນອາຊີ - ປາຊີຟິກ ແລະ ອາຟຣິກາ ສັງກັດກະຊວງການຕ່າງປະເທດ ອິນໂດເນເຊຍ ໃນການແລກປ່ຽນຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ອິນໂດເນເຊຍ. ທ່ານປະລິນຍາເອກ Desr Percaya ຢືນຢັນວ່າ: ອິນໂດເນເຊຍ ສະໜັບສະໜູນບັນດາບຸລິມະສິດຂອງ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ບັນດາບຸລິມະສິດມີສ່ວນກ່ຽວຂ້ອງຫລາຍທີ່ສຸດເຖິງບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ພວມພົ້ນເດັ່ນຂຶ້ນ, ກໍ່ຄືບັນດາຄວາມມານະພະຍາຍາມຂອງ APEC ໃນການຊຸກຍູ້ການເຕີບໂຕ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ