APEC 2017 ແມ່ນຈຸດສຸມໃນນະໂຍບາຍ
ການຕ່າງປະເທດຂອງຫວຽດນາມປີ 2017
(vovworld) - ຫວ່າງແລ້ວນີ້,ໂດຍຮັບຄຳເຊີນຂອງທ່ານນາງ Monica Hardy Whaley, ປະທານສູນແຫ່ງຊາດເພື່ອ APEC ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມ ກວາງວີງ, ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນ ທີ່ວາລະປຶກສາຫາລືພິເສດໃນຂອບເຂດກອງປະຊຸມປະຈຳປີຂອງຄະນະການນຳອົງການນີ້. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືສູງຄວາມສຳຄັນດ້ານຍຸດທະສາດ ກໍ່ຄືເສດຖະກິດຂອງ APEC, ດັ່ງນັ້ນການຈັດຕັ້ງ APEC ໃນປີ 2017 ສຳເລັດຜົນ ຈະເປັນຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ບົນພື້ນຖານທາບທາມຄວາມເຫັນກັບບັນດາພື້ນຖານເສດຖະກິດພາຄີ ແລະ ວິສາຫະກິດຕ່າງໆ, ຫວຽດນາມພວມສ້າງຫົວຂໍ້ APEC 2017 ທີ່ກ່ຽວຂ້ອງເຖິງເລື່ອງສ້າງກຳລັງໜູນໃໝ່ໃຫ້ເສຖະກິດ APEC, ໃນສະພາບເສດຖະກິດທົ່ວໂລກເຕີບໂຕຢ່າງຊັກຊ້າ.