APEC 2017:ບັນດາກອງປະຊຸມທຳອິດໃນຂອບເຂດກອງປະຊຸມSOM2ແລະບັນດາກອງປະຊຸມກ່ຽວຂ້ອງ
(VOVWORLD)-ວັນທີ 9 ພຶດສະພາ, ບັນດາກອງປະຊຸມທຳອິດ ໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າຫນ້າທີ່ອາວຸໂສ (SOM 2) ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທຳອິດໃນຂອບເຂດກອງປະຊຸມSOM2
ພາບ:vietnamplus.vn
|
ກ່າວຄຳເຫັນໄຂກອງປະຊຸມທຳອິດຂອງ ກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ ໃນປີ 2017, ທ່ານ ຢວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ປະກາດ ຫົວຂໍ້ຂອງເວທີປາໄສແມ່ຍິງ ແລະ ເສດຖະກິດປີ 2017, ຊື່ງຖືກຈັດຂຶ້ນໃນເດືອນກັນຍາ ຢູ່ ເຫ້ວ ນັ້ນແມ່ນ: “ເພີ່ມທະວີການເຊື່ອມໂຍງ ແລະ ຍົກສູງສິດຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໂລກ ພວມປ່ຽນແປງ”. ໃນວັນທີ 9/ພຶດສະພາ, ກຸ່ມສະເພາະກິດກ່ຽວກັບການຂຸດຄົ້ນບໍ່ແຮ່ ໄດ້ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບບັນດາລະບຽບການຢຸດຕິການຂຸດຄົ້ນບໍ່ແຮ່ຂອງບັນດາລັດຖະບານ. ກອງປະຊຸມຄັ້ງຕ່າງໆຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ດຳເນີນແຕ່ວັນທີ 9-16 ພຶດສະພາ ຢູ່ ຮ່າໂນ້ຍ.