(VOVWORLD) - ເຖິງເວລາແລ້ວ, APEC ຄວນມີບົດບາດເຊິ່ງອົງການນີ້ໄດ້ສ້າງຕັ້ງເພື່ອປະຕິບັດຂໍ້ລິເລີ່ມໃຫຍ່ສຸດ
ທ່ານ Sebastian Pinera, ປະທານາທິບໍດີ ຈີເລ
(ພາບ: AFP/TTXVN)
|
ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຈະນຳໜ້າປະຊາຄົມໂລກ ໃນການຊຸກຍູ້ດ້ານການຄ້າເສລີ ແລະ ການເຊື່ອມໂຍງຫຼາຍຝ່າຍ. ທ່ານ Sebastian Pinera, ປະທານາທິບໍດີ ຈີເລ ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນວັນທີ 12 ທັນວາ ໃນບົດກ່າວປາໄສເປີດກອງປະຊຸມ APEC ຢູ່ ຈີເລ 2019 ໄດ້ຈັດຕັ້ງໃນຂອບເຂດບັນດາກອງປະຊຸມກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ APEC ຄັ້ງທີ 27 ໃນເດືອນພະຈິກ 2019 ຢູ່ຈີເລ.
ທ່ານປະທານາທິບໍດີ Pinera ໃຫ້ຂໍ້ສັງເກດວ່າ: ເຖິງເວລາແລ້ວ, APEC ຄວນມີບົດບາດເຊິ່ງອົງການນີ້ໄດ້ສ້າງຕັ້ງເພື່ອປະຕິບັດຂໍ້ລິເລີ່ມໃຫຍ່ສຸດ, ປ່ຽນແປງໃໝ່ສຸດ, ຮອບດ້ານທີ່ສຸດ ແລະ ການຄ້າເສລີມີຄວາມວັດທະນາຖາວອນທີ່ສຸດ.