APECຫວຽດນາມປີ2017ຈະແມ່ນເວທີປາໄສປະດິດຄິດສ້າງ

 APECຫວຽດນາມປີ2017ຈະແມ່ນເວທີປາໄສປະດິດຄິດສ້າງ - ảnh 1
ທ່ານ ຫວູ​ຕຽນ​ລົກ, ປະ​ທານ VCCI ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ
ພາບ:baoquandoi

(vovworld)- ​​ ​​​ຕອນ​ບ່າຍ​ວັນ​ທີ 21/3 ຢູ່ ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ ແນະ​ນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ​ໃນ​ປີ APEC  ຫວຽດ​ນາມ 2017 ແລະ ແຈ້ງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 1 ປີ 2017 ສະ​ພາ​ໃຫ້ປຶກ​ສາ​ແກ່ວິ​ສາ​ຫະ​ກິດ APEC ດຳ​ເນີ​ນ​ຫວ່າງ​ແລ້ວນີ້​ຢູ່ ໄທ. ຕາມ​ແຜນ​ການ​ຜັນ​ຂະ​ຫຍາຍ​ປີ APEC ຫວຽດ​ນາມ​ປີ 2017, VCCI ໄດ້​ຮັບ​ການມອບ​ໝາຍ​ຈາກ​ລັດ​ຖະ​ບານ ເພື່ອ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ ແລະ ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງວິ​ສາ​ຫະ​ກິດ ລວມ​ມີ: ວັນ​ທີ 13/9, ເວ​ທີ​ປາ​ໄສ Startup APEC ຈະ​ດຳ​ເນີນ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ແຕ່​ວັນ​ທີ 4 -7/11, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ ABAC ຈະ​ດຳ​ເນີນ​ຢູ່ ດາ​ຫນັງ. ພິ​ເສດ ແຕ່​ວັນ​ທີ 8-10/11, VCCI ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ຄັນ​ຈຳ​ນວນ​ຫນຶ່ງ​ຢູ່ ດາ​ຫນັງ. ທ່ານ ຫວູ​ຕຽນ​ລົກ, ປະ​ທານ VCCI ເນັ້ນ​ຫນັກ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ກອງ​ປະ​ຊຸມ APEC ຈັ​ດ​ຂຶ້ນ​ຢູ່​ຫວຽດ​ນາມ ຕ້ອງ​ກາຍ​ເປັນ​ເວ​ທີ​ປາ​ໄສ​ປະ​ດິດ​ຄິດ​ສ້າງ. ແລະ ຫວັງ​ວ່າ ກອງ​ປະ​ຊຸມ​ຄັ້ງນີ້​ຂອງ  APEC ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງວິ​ສາ​ຫະ​ກິດ ຈະ​ກາຍ​ເປັນ​ບັນ​ດ​າ​ການ​ເຄື່ອນ​ໄຫວ​ປະ​ດິດ​ຄິດ​ສ້າງ​ແຖວ​ຫນ້າ​ໃນ​ປະ​ຫວັດ​ສາດ APEC ແລະ ພິ​ເສດ ກອງ​ປະ​ຊຸມ​ນີ້ຈະ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.”


ຕອບກັບ

ຂ່າວ/ບົດ​ອື່ນ