ARMO: ເສດ​ຖະກິດ​ພາກ​ພື້ນ​ອາ​ຊຽນ + 3 ຟື້ນ​ຟູ​ຕາມ​ຮູບ​ໂຕ U

(VOVWORLD) -ຕາມບົດລາຍງານໃຫ້ຮູ້ວ່າ ການເຕີບໂຕ GDP ໃນທົ່ວພາກພື້ນຄາດຄະເນວ່າຈະມີການຫຼຸດລົງຢ່າງແຮງຈາກລະດັບ 4,8%ໃນປີ 2019 ລົງຮອດ 0%ໃນປີນີ້, ກ່ອນທີ່ມີການຈະຟື້ນຕົວຢ່າງແຮງຢູ່ໃນລະດັບ 6%ໃນປີ 2021.
ARMO: ເສດ​ຖະກິດ​ພາກ​ພື້ນ​ອາ​ຊຽນ + 3 ຟື້ນ​ຟູ​ຕາມ​ຮູບ​ໂຕ U - ảnh 1ບົດອັບເດັດ ເດືອນສິງຫາແງ່ຫວັງເສດຖະກິດໃນພາກພື້ນ ອາຊຽນ + 3 ປີ 2020 (ພາບ: AMRO)

ຕາມການລາຍງານທີອັບເດດເມື່ອເດືອນ ສິງຫາ ກ່ຽວກັບແງ່ຫວັງເສດຖະກິດພາກພື້ນອາຊຽນ + 3 ປີ 2020 ຂອງ ຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ + 3 (ລວມມີ 10 ປະເທດ ອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ - AMRO) ໄດ້ປະກາດໃນວັນທີ 6 ສິງຫາ, 14 ພື້ນຖານເສດຖະກິດທັງໝົດ (ໃນນັ້ນມີ ຮົ່ງກົງ) ໃນພາກພື້ນ ອາຊຽນ + 3 ຈະມີເສດຖະກິຟື້ນຕົວຕາມຮູບໂຕ U, ໃນນັ້ນ ຈີນແມ່ນປະເທດຢູ່ແຖວໜ້າ.

        ຕາມບົດລາຍງານດັ່ງກ່າວໃຫ້ຮູ້ວ່າ ການເຕີບໂຕ GDP ໃນທົ່ວພາກພື້ນຄາດຄະເນວ່າຈະມີການຫຼຸດລົງຢ່າງແຮງຈາກລະດັບ 4,8%ໃນປີ 2019 ລົງຮອດ 0%ໃນປີນີ້, ກ່ອນທີ່ມີການຈະຟື້ນຕົວຢ່າງແຮງຢູ່ໃນລະດັບ 6%ໃນປີ 2021.

        ຈຳນວນ9 ໃນ 14 ພື້ນຖານເສດຖະກິດຂອງພາກພື້ນອາຊຽນ + 3 ໄດ້ຮັບການຄາດຄະເນວ່າຈະມີການເຕີບໂຕທາງລົບໃນປີນີ້. ຈະຄາດຄະເນວ່າ 5 ພື້ນຖານເສດຖະກິດມີການເຕີບໂຕທາງບວກນັ້ນແມ່ນ ຈີນ, ບຣຸໄນ, ລາວ, ມຽນມາ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ