ASEM10ປະກອບ ສ່ວນຊຸກຍູ້ການລົງທຶນເອີລົບ-ອາຊີ
ທ່ານ Franz Jesse, ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ແທນສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ
(ພາບ: An Đăng/TTXVN)
(vovworld) – ທີ່ການພົບປະກັບສື່ມວນຊົນໃນວັນທີ 7/10, ຢູ່ຮ່າໂນ້ຍ, ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານກ່ຽວກັບກອງປະຊຸມສຸດຍອດ ອາຊີ - ເອີລົບ (ASEM 10) ຈະດຳເນີນໄປຢູ່ Milan (ປະເທດ ອີຕາລີ) ແຕ່ວັນທີ 15 – 17/10/2014, ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ແທນສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ ທ່ານ Franz Jesse, ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ຈະໄປຮອດ ບຣຸກແຊນ (ປະເທດ ແບນຊິກ) ໃນລະຫວ່າງວັນທີ 13 – 14/10, ກ່ອນທີ່ໄປຍັງ Milan ເຂົ້າຮ່ວມກອງປະຊຸມ ASEM 10. ທີ່ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພົບປະກັບປະທານສະພາ ເອີລົບ, ປະທານຄະນະກຳມະການ ເອີລົບ ແລະ ປະທານລັດຖະສະພາ ເອີລົບ. ບັນດາການນຳພົບປະຈະສຸມໃສ່ເຂົ້າໃນການຮ່ວມມືເສດຖະກິດ ແລະ ສັນຍາການຄ້າເສລີ (FTA) ຫວຽດນາມ - ອີຢູ.
ເມື່ອຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Franz Jesse, ຖືວ່າ: “ASEM ລວມມີຫຼາຍປະເທດ, ໃນນັ້ນ ມີບັນດາປະເທດ ອາຊຽນ ເຊິ່ງ ຫວຽດນາມ ແມ່ນປະເທດປະສານງານໃນ ອາຊຽນ. ຫວຽດນາມ ໄດ້ສວມບົດບາດຕັ້ງໜ້າໃນ 2 ປີຜ່ານມາ. ໄລຍະເວລາເປັນປະເທດປະສານງານໃນ ອາຊຽນ, ຫວຽດນາມ ຍາມໃດກໍ່ຫວັງຢາກນຳເອົາປັດໄຈຜົນປະໂຫຍດຂອງ ອາຊຽນ ເຂົ້າໃນເວທີປາໄສຕ່າງໆຂອງ ASEM. ບົດບາດປະກອບສ່ວນຕັ້ງໜ້າຂອງ ຫວຽດນາມ ລະຫວ່າງ ອາຊຽນ ແລະ ອີຢູ ສະແດງໃຫ້ເຫັນວ່າ ພວກຂ້າພະເຈົ້າພວມມີຄູ່ຮ່ວມມືທີ່ດີໃນພາກພື້ນ”.