ASEM:ສືບຕໍ່ມານະພະຍາຍາມຮ່ວມມືຢ່າງແຫນ້ນແຟ້ນກວ່າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ ນະຄອນ ເກີນເທີ ໄດ້ໄຂກອງປະຊຸມເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ກ່ຽວກັບການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸຄາດໝາຍພັດທະນາແບບຍືນຍົງ, ກຳນົດທິດໃຫ້ອະນາຄົດ. 

ASEM:ສືບຕໍ່ມານະພະຍາຍາມຮ່ວມມືຢ່າງແຫນ້ນແຟ້ນກວ່າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງຕັດແຖບຜ້າໄຂພິທີ

ພາບ:vietnam+

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ບັນດາສະມາຊິກ ASEM ຄວນສືບຕໍ່ມານະພະຍາຍາມກວ່າອີກ, ຮ່ວມມືຢ່າງແຫນ້ນແຟ້ນ ແລະ ແທດຈິງກວ່າໃນສະພາບການປ່ຽນແປງຂອງດິນຟ້າອາກາດພວມກະທົບຢ່າງແຮງເຖິງການສ້າງຮູບປະທຳໃຫ້ຊີວິດໃນອະນາຄົດຂອງມວນມະນຸດ ແລະ ກາຍເປັນສິ່ງທ້າທາຍໃຫຍ່ສຸດຂອງຍຸກສະໄຫມ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ກອງປະຊຸມ ASEM ຄວນປຶກສາຫາລື, ເຮັດແຈ້ງບາງທິດທາງການຮ່ວມມືໃຫມ່ໃນບັນດາບັນຫາ. ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ:

“ບັນດາບັນຫາທີ່ພວກເຮົາປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ແລະ ຫລາຍຂໍ້ລິເລີ່ມ, ໂຄງການຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ ຈະແມ່ນບາດກ້າວສຳຄັນເພື່ອຮັບຮອງເອົາທີ່ກອງປະຊຸມສຸດຍອດ ASEM ຄັ້ງທີ 12 ຈະມາເຖິງຢູ່ ບຣຸກແຊນ ປະເທດ ແບນຊິກ. ດ້ວຍຈິດໃຈນັ້ນ ຂ້າພະເຈົ້າປາດຖະຫນາວ່າ ກອງປະຊຸມຈະປຶກສາຫາລືຢ່າງແທດຈິງ, ຍົກອອກບັນດາມາດຕະການລະອຽດ ເພື່ອກຳນົດທິດໃຫ້ແກ່ການຮ່ວມມືລະຫວ່າງບັນດາສະມາຊິກ ASEM ໃນອະນາຄົດຢ່າງແຫນ້ນແຟ້ນກ່າອີກ.”

        ຫວຽດນາມ ແມ່ນຫນຶ່ງໃນ 5 ປະເທດຖືກຜົນກະທົບຢ່າງຫນັກຫນ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນ.

        ພາຍຫລັງພິທີໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ເປັນປະທານພິທີເປີດສະຫລອງງານວາງສະແດງ “ການປ່ຽນແປງຂອງດິນຟ້າອາກາດ- ສິ່ງທ້າທາຍ ແລະ ກາລະໂອກາດຮ່ວມມື ອາຊີ - ເອີລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ