Asian Para Games 2018: ມື້ແຂງຂັນບັນລຸຜົນສຳເລັດຂອງຄະນະນັກກິລາ ຫວຽດນາມ

(VOVWORLD) - ນັກກິລາຍົກນ້ຳໜັກຍິງ ດັ້ງທິລີງເຟືອງ ຄ້ວາໄດ້ຫຼຽນຄຳ Asian Para Games ໃນປະເພດກິລາຍົກນ້ຳໜັກລຸ້ນ 50 ກີໂລກຼາມ
Asian Para Games 2018: ມື້ແຂງຂັນບັນລຸຜົນສຳເລັດຂອງຄະນະນັກກິລາ ຫວຽດນາມ - ảnh 1ນັກກິລາ ດັ້ງທິລີງເຟືອງ

ຕອນບ່າຍວັນທີ 8 ຕຸລາ, ນັກກິລາຍົກນ້ຳໜັກຍິງ ດັ້ງທິລີງເຟືອງ ຄ້ວາໄດ້ຫຼຽນຄຳ Asian Para Games ໃນປະເພດກິລາຍົກນ້ຳໜັກລຸ້ນ 50 ກີໂລກຼາມດ້ວຍຜົນງານຍົກໄດ້ລະດັບນ້ຳໜັກ 103 ກີໂລກຼາມ.

        ໃນວັນທີ 8 ຕຸລາ, ຄະນະນັກກິລາຄົນພິການ ຫວຽດນາມ ຍັງຄ້ວາໄດ້ຫຼຽນຄຳໜຶ່ງຫຼຽນຂອງນັກກິລາ ຫວໍແທງຕູ່ງ ໃນລາຍການລອຍຫງາຍຊາຍ, ພ້ອມນັ້ນ, ນີ້ກໍ່ແມ່ນລະດັບທຳລາຍສະຖິຕິຂອງງານມະຫາກຳກິລາ Asian Para Games.

        ນອກຈາກນັ້ນແລ້ວ, ບັນດານັກກິລາຄົນພິການ ຫວຽດນາມ ຍັງຄ້ວາໄດ້ຫຼຽນເງິນໜຶ່ງຫຼຽນ ແລະ ຫຼຽນທອງໜຶ່ງຫຼຽນໃນປະເພດກິລາຍົກນ້ຳໜັກ ແລະ ແລ່ນ ແລະ ລານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ