ເຮືອບິນ Boeing 787-9 Dreamliner
ພາບ:baomoi.com
|
(vovworld)- ງານວາງສະແດງການບິນສາກົນ ປາຣີ ຄັ້ງທີ 51 ຖືກໄຂຂຶ້ນໃນວັນທີ 15/6 ຢູ່ ສະຫນາມບິນ Le Bourget ປາຣີ. ນະທີ່ນີ້ ບໍລິສັດ Boeing ໄດ້ບິນສະແດງເຮືອບິນ Boeing 787-9 Dreamliner ດ້ວຍຮູບເຄື່ອງໝາຍໃຫມ່ຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines). ນີ້ເປັນຄັ້ງທຳອິດ ບໍລິສັດ Boeing ບິນສະແດງເຮືອບິນລຸ້ນໃຫມ່ໝາຍເລກ 787-9 ດ້ວຍຮູບສະເພາະຂອງບໍລິສັດການບິນແຫ່ງຫນຶ່ງ. ທ່ານ ຟ້າມງອກມີງ, ຜູ້ອຳນວຍການໃຫຍ່ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດ ທີ່ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ແນະນຳເຮືອບິນລຸ້ນໃຫມ່ຂອງຕົນຢູ່ ງານວາງສະແດງໃຫຍ່ສຸດຂອງໂລກຄື ຢູ່ ປາຣີ. ພວກຂ້າພະເຈົ້າຫວັງວ່າ ນີ້ແມ່ນຈຸດເລີ່ມຕົ້ນໃຫມ່ຂອງພາບພົດ Vietnam Airlines ກໍຄືຄຸນນະພາບການບໍລິການຮັບໃຊ້ຜູ້ໂດຍສານ ຊື່ງພວກຂ້າພະເຈົ້າໄດ້ໝັ້ນໝາຍໃນຊຸມເດືອນຈະມາເຖິງ ເມື່ອເຮືອບິນລຳດັ່ງກ່າວຈະເລີ່ມບິນຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມີນ ໄປເຖິງ Heathrow, ອັງກິດ ແລະ ໃນເດືອນ 11 ຈະບິນຈາກ ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ ໄປເຖິງ Franfurt.”