EC ປະຕິເສດຂໍ້ມູນຂ່າວ ເປັນຈຸດໝາຍບຸກໂຈມຕີ ຂອງກຳລັງ Jihad
ສຳນັກງານຂອງ EC ຢູ່ບຣຸກແຊນ-ປະເທດແບນຊິກ
(ພາບ: http://thegioi.baotintuc.vn )
(vovworld) –ວັນທີ 21/9, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ, ບໍ່ໄດ້ຮັບບໍ່ວ່າການນາບຂູ່ລະອຽດໃດແນໃສ່ສຳນັກງານຂອງອົງການນີ້, ພາຍຫລັງມີຂ່າວວ່າ: ສຳນັກງານຂອງ EC ຊື່ງແມ່ນອົງການບໍລິຫານຂອງສະຫະພາບເອີລົບ (EU) ຢູ່ບຣຸກແຊນ ປະເທດແບນຊິກ ອາດຈະແມ່ນເປົ້າໝາຍບຸກໂຈມຕີຂອງບັນດາມືປືນ Jihad ທີ່ກັບຈາກຊີຣີ. ປະຈຸບັນ, EC ກໍ່ບໍ່ມີການກະທຳເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ອ້ອມແອ້ມສຳນັກງານ EC ຢູ່ໃຈກາງບຣຸກແຊນໃນຕອນເຊົ້າຂອງວັນດຽວກັນ.
ກ່ອນໜ້ານັ້ນ, ອົງການຕຸລາການແບນຊິກໃຫ້ຮູ້ວ່າ, ສອງເປົ້າໝາຍຖືກເຈົ້າໜ້າທີ່ປະເທດນີ້ຈັບຕົວເມື່ອເດືອນ 8/2014 ຜ່ານມາທີ່ຖືກສົງໃສວ່າໄດ້ເຂົ້າຮ່ວມກຸ່ມກໍ່ການຮ້າຍ, ເຄີຍກະກຽມດຳເນີນການບຸກໂຈມຕີໃສ່ສຳນັກງານຂອງ EC ຢູ່ບຣຸກແຊນ./.