(VOVWORLD) -ຕາມນັ້ນແລ້ວ, EC ໄດ້ສະຫຼຸບວ່າ ຂະແໜງຜະລິດພາຍໃນສະຫະພາບ ເອີລົບ (EU) ຈະສືບຕໍ່ຖືກຜົນເສຍຫາຍຢ່າງຮ້າຍແຮງ ຖ້າບໍ່ຕໍ່ກຳນົດບັນດາມາດຕະການ; ບັນດານັກຜະລິດເຫຼັກກ້າ EU ຍັງຄົງປະຕິບັດການດັດປັບ ເພື່ອໃຫ້ເໝາະສົມກັບ ການເພີ່ມທະວີການນຳເຂົ້າເຫຼັກກ້າ.
ພາບປະກອບ: TTXVN
|
ກົມປ້ອງກັນການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ, ຄະນະກຳມະການເອີລົບ (EC) ຫາກໍ່ປະກາດໃຊ້ ບົດສະຫຼຸບສະບັບສຸດທ້າຍ ກ່ຽວກັບການກວດກາຄືນບັນດາມາດຕະການປ້ອງກັນຕົນເອງ ສຳລັບຜະລິດຕະພັນຈາກເຫຼັກກ້າບາງຊະນິດທີ່ໄດ້ຮັບການນຳເຂົ້າ ໄລຍະສຸດທ້າຍ.
ຕາມນັ້ນແລ້ວ, EC ໄດ້ສະຫຼຸບວ່າ ຂະແໜງຜະລິດພາຍໃນສະຫະພາບ ເອີລົບ (EU) ຈະສືບຕໍ່ຖືກຜົນເສຍຫາຍຢ່າງຮ້າຍແຮງ ຖ້າບໍ່ຕໍ່ກຳນົດບັນດາມາດຕະການ; ບັນດານັກຜະລິດເຫຼັກກ້າ EU ຍັງຄົງປະຕິບັດການດັດປັບ ເພື່ອໃຫ້ເໝາະສົມກັບ ການເພີ່ມທະວີການນຳເຂົ້າເຫຼັກກ້າ.
ເພາະສະນັ້ນ, EC ຕົກລົງຕໍ່ກຳນົດເວລາ ນຳໃຊ້ມາດຕະການປ້ອງກັນຕົນເອງຕາມຮູບການ ໂຄຕາພາສີອາກອນ ສຳລັບຜະລິດຕະພັນເຫຼັກກ້າບາງຊະນິດ ຕື່ມອີກ 3 ປີ ແລະ ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2021 ຫາວັນທີ 30 ມິຖຸນາ 2024.