EU ຮັບຮອງເອົາການ ລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານ ກັບຫວຽດນາມ

EU ຮັບຮອງເອົາການ ລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານ ກັບຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ແລະ
ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso
( ພາບຈາກອີນເຕີແນດ )


( vovworld ) –   ​ທີ່​ການ​ປະຊຸມ​ສະພາ​ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ​ EU ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 14/5, ຢູ່ Brussels ( ​ແບນ​ຊິກ ), ຜູ້ຕາງໜ້າ 27 ປະ​ເທດ​ສະມາຊິກຂອງ​ອົງການນີ້ ​ໄດ້​ຮັບຮອງ​ເອົາການ​ລົງ​ນາມ​ໃນ​ສັນຍາ​ຄູ່ຮ່ວມ​ມື ​ແລະ ຮ່ວມ​ມື​ຢ່າງຮອບດ້ານ​ ( PCA ) ລະຫວ່າງ EU ​ແລະ ບັນດາ​ປະ​ເທດ​ສະມາຊິກ ກັບ​ຝ່າຍ​ຫວຽດນາມ. PCA ລວມມີ 8 ພາກ ​ແລະ 65  ມາດຕາ, ​ໃນ​ນັ້ນ​ຢືນຢັນ​ບັນດາ​ຫຼັກ​ການ​ພື້ນຖານ​ຂອງ​ການ​ພົວພັນ​ສອງ​ຝ່າຍ, ກຳນົດ​ຂອບ​ເຂດ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ນັບ​ທັງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ພັດທະນາ, ການ​ຄ້າ ​ແລະ ການ​ລົງທຶນ, ຕະຫຼອດ​ຮອດ​ການ​ຮ່ວມ​ດ້ານ​ຍຸດຕິ​ທຳ; ປົກ​ປັກ​ຮັກສາ​ສັນຕິພາບ,​ຄວາມ​ສາ​ຫງົບ​ປອດ​ໄພ​ສາກົນ… ​ເອກະສານສະບັບ​ນີ້​ແມ່ນ​ໄດ້ຮັບ​ການ​ຕີ​ລາຄາ​ວ່າ​ຈະ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກວ່າ ​ແລະ ລະດັບ​ຮ່ວມ​ມື​ເລີກ​ຊິ່ງກວ່າ, ​ແທດ​ເໝາະ​ກັບ​ໂສມ​ໜ້າໃໝ່​ຂອງ EU ​ແລະ ທີ່​ຕັ້ງ​ບົດບາດ​ສາກົນ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ​ໃນ​ຫຼາຍ​ປີ​ທີ່​ຈະ​ມາ​ເຖິງ. ​ເດືອນ 10/2010, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ ( EC ) Jose Manuel Barroso ​ໄດ້​ເຊັນກວດ PCA ​ເມື່ອ​ສອງ​ຝ່າຍ​ສິ້ນ​ສຸດ 9 ​ຮອບ​ເຈລະຈາ​ທີ່​ສຳຄັນ​ເຊິ່ງ​ແກ່ຍາວ​ມາ​ເປັນ​ເວລາກວ່າ 2 ປີ.

ຂ່າວ/ບົດ​ອື່ນ